ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດໄດ້ຮັບເງິນຊ່ວຍເຫຼືອ.

    ພິທີມອບ-ຮັບເງິນສົມທົບທຶນເຂົ້າກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຈາກ ບໍລີສັດ Wang Investment ຈໍາກັດ ມູນຄ່າ 300.000.000 ກີບ ຈັດຂຶ້ນວັນທີ 12 ສິງຫາ 2022 ທີ່ຫໍສະພາແຫ່ງຊາດ.

    ກ່າວມອບເງິນຈຳນວນດັ່ງກ່າວ ໂດຍທ່ານ ດິງຢຸງ ຫວັງ (Dingyu Wang) ປະທານບໍລິສັດ Wang Investment ຈໍາກັດ ແລະ ກ່າວຮັບໂດຍທ່ານ ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງ ຄົມສະພາແຫ່ງຊາດ ເຊິ່ງມີຄະນະຮັບຜິດຊອບກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ແລະ ຕາງໜ້າຈາກສະຫະພັນແມ່ຍິງສະພາແຫ່ງຊາດເຂົ້າຮ່ວມ.

   ການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນເພື່ອໃຫ້ກອງທຶນໄດ້ນຳໄປສືບຕໍ່ຊຸກຍູ້ຊ່ວຍເຫຼືອສັງ ຄົມຄືກັບໄລຍະຜ່ານມາຕາມຈຸດປະສົງ ແລະ ເປົ້າໝາຍຂອງກອງທຶນ ໂດຍສະເພາະດ້ານວຽກງານສາທາ ລະນະສຸກ ແພດ-ໝໍ ທີ່ປະຕິບັດໜ້າທີ່ໂດຍກົງຕໍ່ການແຜ່ລະບາດພະຍາດໂຄວິດ-19 ວຽກງານການສຶກສາ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ.

error: Content is protected !!