ໂຮມຊຸມນຸມສະຫຼອງວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ

    ງານໂຮມຊຸມນຸມ້ພື່ອສະເຫຼີມ ສະຫຼອງວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ (15 ສິງຫາ 1982-15 ສິງຫາ 2022) ຈັດຂຶ້ນວັນທີ 12 ສິງຫາ 2022 ຢູ່ຫໍວັດທະນະທໍາແຫ່ງຊາດ ມີສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ສະຫາຍ ຫວງ໋ຽນ ຮວ໋າ ບິງ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ມີບັນດາສະຫາຍການນໍາພັກ-ລັດ ພະນັກງານອາວຸໂສບໍານານ ສະມາຊິກພັກ-ພະນັກງານ ຂອງສານປະຊາຊົນ ໃນຂອບເຂດທົ່ວປະ ເທດ ເຂົ້າຮ່ວມ.

    ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ  ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ກ່າວວ່າ:ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ໃນໄລຍະດຳເນີນການປະຕິວັດປົດປ່ອຍຊາດ ພາຍໃຕ້ການນຳພາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ໃນການຕໍ່ສູ້ປົດປອຍປະເທດຊາດ ອອກຈາກແອກຄອບຄອງ ຂອງພວກຈັກກະພັດຕ່າງດ້າວ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ກ້າວເຂົ້າສູ່ຍຸກໃໝ່ແຫ່ງ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ ເປັນລັດທີ່ປົກຄອງດ້ວຍກົດໝາຍ ຍ້ອນແນວນັ້ນ ບໍ່ວ່າຈະຢູ່ໃນໄລຍະທີ່ຫຍຸ້ງຍາກສັບສົນປານໃດກໍຕາມ ພັກ ແລະ ລັດຖະບານ ໄດ້ຖືວຽກງານຕຸລາການ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນຂາດບໍ່ໄດ້ໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ເຊິ່ງພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ  ລັດຖະບານ ຈຶ່ງໄດ້ອອກຄໍາສັ່ງ ສະບັບເລກທີ 53/ນຍ ລົງວັນທີ 15 ຕຸລາ 1976 ກ່ຽວກັບການຈັບຕົວ ການສືບສວນ ແລະ ການຕັດສິນຜູ້ກະທຳຜິດ ເຊິ່ງເປັນບ່ອນອີງໃນການພິຈາລະນາຕັດສິນຄະດີ ແລະ ເປັນພື້ນຖານອັນສໍາຄັນເບື້ອງຕົ້ນ ແຫ່ງການກຳເນີດ ລະບົບການຈັດຕັ້ງ ຂອງສານປະຊາຊົນ ເຊັ່ນ:ຢູ່ຂັ້ນເມືອງ ແມ່ນຂະແໜງຍຸຕິທໍາຂອງເມືອງ ເຮັດໜ້າທີ່ເປັນສານຕັດສິນ ຢູ່ຂັ້ນແຂວງ ກຳແພງນະຄອນ ແມ່ນພະແນກຍຸຕິທໍາແຂວງ ກຳແພງນະຄອນ ເຮັດໜ້າທີ່ເປັນສານຕັດສິນ ຢູ່ຂັ້ນສູນກາງ ແມ່ນກົມພິພາກສາ ກະຊວງຍຸຕິທໍາ ເຮັດໜ້າທີ່ ພິຈາ ລະນາຕັດສິນຄະດີ ຢູ່ຂັ້ນສູນກາງ ເຊິ່ງໃນໄລຍະນີ້ ຖືວ່າການຈັດຕັ້ງຂອງສານ ບໍ່ໄດ້ສ້າງຕັ້ງຂຶ້ນແບບຖາ ວອນ ເມື່ອມີຄະດີເກີດຂຶ້ນ ກໍຈະແຕ່ງຕັ້ງຄະນະສານ ເພື່ອເຮັດໜ້າທີ່ພິຈາລະນາຕັດສິນຄະດີ ເມື່ອຕັດສິນຄະດີສຳເລັດແລ້ວ ຄະນະສານດັ່ງກ່າວ ກໍຈະໝົດໜ້າທີ່ໄປ ເມື່ອມີຄະດີໃໝ່ເກີດຂຶ້ນ ກໍແຕ່ງຕັ້ງຂຶ້ນໃໝ່ຕາມແຕ່ລະກໍລະນີ ແຕ່ເຖິງຢ່າງໃດກໍຕາມ ກໍຖືວ່າເປັນບາດກ້າວເບື້ອງຕົ້ນ ເປັນໜໍ່ແໜງແຫ່ງການກຳເນີດ ຂອງລະບົບການຈັດຕັ້ງສານປະຊາຊົນ ຢູ່ໃນໄລຍະນັ້ນ.

error: Content is protected !!