ຫາດຊາຍຟອງຈະຈັດສັນຄືນຄວາມບໍ່ເປັນລະບຽບ 4 ເສັ້ນທາງ ສ້າງຄວາມສະດວກຈົບງາມ ໃຫ້ການສັນຈອນ

      ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດ ວຽກງານຈັດສັ້ນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຈັດກອງປະຊຸມຫາລືການຈັດຕັ້ງ ປະຕິບັດເຄື່ອນໄຫວວຽກງານດັ່ງກ່າວ ປະຈຳ 6 ເດືອນ ຕົ້ນປີ ແລະ ວາງແຜການທິດທາງ 6 ເດືອນທ້າຍປີ 2022 ວັນທີ 11 ກໍລະກົດ 2022 ທີ່ສະໂມສອນປົກຄອງເມືອງດັ່ງກ່າວ ມີ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ແສງສຸລິດ ສະກຸນສຸກ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໄດ້ລາຍງານການຈັດ ຕັ້ງປະຕິບັດ ການເຄື່ອນໄຫວ ແລະ ການແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງຫາດຊາຍຟອງ ເພື່ອສ້າງຄວາມຈົບງາມໃຫ້ກັບເສັ້ນທາງສາຍສຳຄັນ ໃຫ້ເປັນລະບຽບດີ ແລະ ເຮັດໃຫ້ການສັນຈອນມີຄວາມຄ່ອງຕົວ ດັ່ງນັ້ນຄະນະດັ່ງກ່າວຈື່ງຈັດຕັ້ງສົມທົບກັນ ເພື່ອລົງເຄື່ອນໄຫວປະຕິບັດຕົວຈິງພ້ອມທັງກວດກາຄືນ ແລະ ເຮັດບົດບັນ ທຶກກັບຜູ້ທີ່ລະເມີດລະບຽບການ ແລະ ຖ້າຫາກວ່າມີສະພາບຍີ່ງໄປກວ່ານັ້ນ ກໍ່ຈະໃຊ້ມາດຕະການຢ່າງ ເໝາະສົມ ແລະ ເດັດຂາດ ສຳລັບການລົງຈັດຕັ້ງໃນຄັ້ງນີ້ແມ່ນເນັ້ນໜັກໃນ 4 ເສັ້ນທາງສາຍຫຼັກຄື: ເສັ້ນທາງທ່າເດື່ອ ສາຍໃຕ້ ເສັ້ນທາງຕັດໃໝ່ດົງຄຳຊ້າງ ຫາ ເສັ້ນທາງ ບ້ານນາໃຫ ແລະ ເສັ້ນທາງກຳແພງເມືອງ ພ້ອມນີ້ກໍ່ຈະໄດ້ເຜີຍແຜ່ແຈ້ງການຂໍ້ ຫ້າມຕ່າງໆ ແລະ ກຳນົດລະບຽບການ ເພື່ອໃຫ້ຜູ້ປະກອບການຊາບ ສາມາດມາດວາງເຄື່ອງຂາຍຢູ່ແຄມທາງໄດ້ແຕ່ ໃຫ້ຢູ່ນອກເຂດສະຫງວນທາງທີ່ກຳນົດໄວ້ 4 ແມັດ ກວດກາຄືນການຕິດຕັ້ງປ້າຍໂຄສະນາທີ່ຜິດລະບຽບ ແລະ ບໍ່ ໄດ້ອະນຸຍາດ ການຕໍ່ເທີບເງີບ ວາງຂາຍເຄື່ອງຊະຊາຍແຄມທາງ ການຕັ້ງເຕັ້ນກວມເອົາທາງ ບັນຫາການຖົມດິນ ກອງດິນໄວ້ແຄມທາງ ແລະ ອື່ນໆ ທີ່ສ້າງຄວາມເປິເປື້ອນ ໃຫ້ກັບເສັ້ນທາງ.

   ໄລຍະຜ່ານມາຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ເກີດຂື້ນຍັງມີໃຫ້ເຫັນຢູ່ເລື້ອຍເລາະລຽບຕາມແຄມທາງ ນອກຈາກ ຈະສ້າງພາບພົດຄວາມບໍ່ຈົບງາມໃຫ້ກັບເສັ້ນທາງແລ້ວ ຍັງສ້າງຄວາມສັບສົນໃຫ້ແກ່ຜູ້ສັນຈອນໄປມາອີກດ້ວຍ ໂດຍສະ ເພາະກໍ່ແມ່ນນັກທ່ອງທ່ຽວ ທີ່ນຳໃຊ້ເສັ້ນທາງດັ່ງກ່າວ ຂອງເທດສະບານເມືອງ ເພື່ອເຊື່ອມຕໍ່ໄປຍັງຈຸດ ສະຖານທີ່ ທ່ອງທ່ຽວອື່ນ ປັດຈຸບັນແມ່ນໄດ້ກາຍເປັນບັນຫາໃນການແກ້ໄຂວຽກງານຂອງຄະນະສະເພາະກິດເພື່ອຈັດສັນຄວາມບໍ່ ເປັນ ລະບຽບຮຽບຮ້ອຍໃນຕົວເມືອງ ທີ່ເຫັນວ່າຍັງບໍ່ທັນໄດ້ສຳເລັດ ເຖິງແມ່ນວ່າຈະໄດ້ລົງຈັດຕັ້ງປະ ຕິບັດຕາມທິດຊີ້ນຳ ແລະ ຄຳສັ່ງຂອງຂັ້ນເທີງມາແລ້ວຫຼາຍຄັ້ງກໍ່ຕາມ ແຕ່ສະພາບກໍ່ຍັງຄືເກົ່າ ບັນຫາ ແລະ ສາເຫດກໍ່ຍ້ອນ ການບໍ່ໃຫ້ຄວາມ ຮ່ວມ ມືຂອງພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການຊາວຄ້າຂາຍ ບາງລາຍບໍ່ໃຫ້ຄວາມເຄົາລົບ ຍັງມີຄວາມເຫັນແກ່ຕົວ ບໍ່ນັບຖືບໍ່ປະຕິບັດລະບຽບຕາມທີ່ກຳນົດອອກ ແລະ ທັງໝົດນັ້ນກໍ່ແມ່ນສີ່ງທ້າທາຍ ທີ່ອາດຈະສົ່ງຜົນກະທົບຕໍ່ການ ພັດທະນາບ້ານເມືອງໃນ ໄລຍະໃໝ່ຢ່າງແນ່ນອນ.

ຂ່າວ-ພາບ: ຖວທ ຫາດຊາຍຟອງ

error: Content is protected !!