ຮອງນາຍົກລັດຖະມົນຕີ ພົບປະຫາລືຂົງເຂດວຽກງານສື່ມວນຊົນ

    ວັນທີ 11 ສິງຫາ 2022 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ ໄດ້ຮ່ວມປຶກ ສາຫາລືກັບ ຄະນໍາກະຊວງຖະ ແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ບັນດາຄະນະບັນນາທິການອຳນວຍການອົງການສື່ມວນຊົນ ໂດຍມີ ທ່ານນາງ ສວນສະຫວັນ ວິຍະ ເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີຮອງລັດ ຖະມົນຕີ ມີຜູ້ອຳນວຍການ ຄະນະບັນນາທິການຈາກບັນດາສື່ມວນຊົນ ເຂົ້າຮ່ວມ.

    ເພື່ອເຮັດໃຫ້ວຽກງານຖະ ແຫຼງຂ່າວ-ສື່ມວນຊົນໄດ້ຮັບການພັດທະນາກ້າວໄປສູ່ຄຸນນະ ພາບ ແລະ ທັນສະໄໝ ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ ເປັນປາກກະບອກ ສຽງໃຫ້ພັກ ລັດ ແລະ ປະຊາຊົນ ເປັນເວທີແຫ່ງການສົ່ງເສີມປະ ຊາທິປະໄຕປະຊາຊົນລາວບັນດາເຜົ່າປົກປັກຮັກສາໝາກຜົນຂອງ ການນຳພາ-ຊີ້ນຳ ຂອງພັກຕະ ຫຼອດໄລຍະເວລາ ກໍຄື ການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ພ້ອມທັງຕອບໂຕ້ ຖ້ອຍທຳນອງຂອງກຸ່ມຄົນບໍ່ດີ ບັນດາອິດທິກຳລັງປໍລະປັກ ແລະ ກຳລັງຫັນປ່ຽນໂດຍສັນຕິ ຂອງສັດຕູ ໃຫ້ນັບມື້ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ.

    ໃນກອງປະຊຸມ ບັນດາຫົວ ໜ້າສື່ມວນຊົນຕ່າງກໍໄດ້ມີການ ແລກປຽນບົດຮຽນໃນການ ເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນ ບັນຫາການສະໜອງຂໍ້ມູນຂ່າວສານຈາກພາກສ່ວນຕ່າງໆໃຫ້ແກ່ສື່ມວນຊົນບາງຄັ້ງຍັງມີລັກຊະນະຊັກຊ້າ ບໍ່ທັນກັບສະພາບການຕົວຈິງ ບັນຫາຂໍ້ຫຍຸ້ງຍາກທາງດ້ານງົບປະມານ ພາຫະນະຮັບໃຊ້ ບັນຫາບຸກຄະລາກອນ ແລະ ບັນຫາສຳຄັນອື່ນໆ.

    ໂອກາດນີ້ ທ່ານຮອງນາຍົກ ລັດຖະມົນຕີກໍໄດ້ຊີ້ນຳໃຫ້ຄະນະ ພັກຄະນະນຳທຸກຂັ້ນ ຕ້ອງນຳພາ ວຽກງານໂດຍກົງ-ຮອບດ້ານ ຖືສຳຄັນວຽກງານຖະແຫຼງຂ່າວ ເປັນກົກ ບັນດານິຕິກໍາໃດທີ່ບໍ່ ສອດຄ່ອງຕ້ອງ ໄດ້ຕິດຕາມ ກວດກາ ແລະ ປັບປຸງຄືນໃໝ່ ໃຫ້ມັນສອດຄ່ອງແທດເໝາະ ຕ້ອງສັບຊ້ອນຈັດວາງບຸກຄະ ລາກອນໃສ່ຕຳແໜງງານຢ່າງ ເໝາະສົມ ຕ້ອງກໍາແໜ້ນທັດ ສະນະຂອງພັກເຮົາຕໍ່ວຽກງານສື່ມວນຊົນ ການເພີ່ມທະວີການ ຄຸ້ມຄອງຂອງລັດຕໍ່ສື່ມວນຊົນ ໂດຍການຄຸ້ມຄອງດ້ວຍກົດ ໝາຍ ພ້ອມທັງກວດກາຄືນ ກົດໝາຍທີ່ຄຸ້ມຄອງ ວ່າສອດຄ່ອງ ກັບສະພາບປັດຈຸບັນບໍ່ ຖ້າບໍ່ສອດຄ່ອງກໍຕ້ອງມີການປັບປຸງແກ້ໄຂຄືນໃໝ່ ພ້ອມກັນນີ້ ບັນນາທິການ ຕ້ອງມີຄວາມຮູ້ເລິກເຊິ່ງກ່ຽວກັບວຽກງານວິຊາສະເພາະ ກຳໄດ້ລັກສະນະຈຸດພິເສດຂອງວຽກວິຊາສະເພາະ ຕ້ອງເປັນຜູ້ຊຳນິຊຳນານໃນວຽກງານ ມີຄວາມສະດຸ້ງໄວຕໍ່ບັນຫາ ຕ້ອງມີແຜນ ການເຄື່ອນ ໄຫວວຽກງານຂອງຕົນເອງຄື: ແຜນໄລຍະສັ້ນ ແລະ ໄລຍະຍາວ ແລະ ອື່ນໆ.

error: Content is protected !!