ສະພາປະຊາຊົນສອງນະຄອນພົບປະແລກປ່ຽນການຮ່ວມມືຮອບດ້ານ

    ພິທີພົບປະສອງຝ່າຍລະ ຫວ່າງຄະນະຜູ້ແທນປະຊາຊົນນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນນະຄອນຫຼວງຮ່າ ໂນ້ຍໄດ້ຈັດຂຶ້ນວັນທີ 11 ສິງຫາ ທີ່ ຫ້ອງການສະພາປະຊາຊົນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດ ເຊິ່ງການພົບປະໃນຄັ້ງ ນີ້ນຳໂດຍ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະ ຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ຫງວຽນ ງັອກ ຕວນ ປະທານສະພາປະຊາຊົນນະຄອນຫຼວງຮ່າໂນ້ຍ ມີ ທ່ານ ແສງ ເພັດ ຮຸ່ງບຸນຍວງ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວປະຈຳຫວຽດນາມ ພ້ອມດ້ວຍຄະນະຜູ້ແທນສະພາປະຊາຊົນສອງນະຄອນເຂົ້າຮ່ວມ.

    ໃນການພົບປະໃນຄັ້ງນີ້ ທັງສອງສະພາປະຊາຊົນໄດ້ຜັດປ່ຽນກັນລາຍງານສະພາບພົ້ນ ເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນຂະແໜງການຂອງຕົນໃນໄລຍະຜ່ານມາ ແລະ ຂໍ້ຄົງ ຄ້າງຕ່າງ ພ້ອມທັງໄດ້ແລກ ປ່ຽນບົດເຊິ່ງກັນລະກັນ ໃນໂອ ກາດນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວສະເໜີແລກປ່ຽນບົດ ບາງດ້ານກັບ ສະພາປະຊາ ຊົນນະຄອນຫຼວງຮ່າໂນ້ຍເປັນ ຕົ້ນ ບົດຮຽນໃນການເຂົ້າຮ່ວມ ແຕ່ຫົວທີໃນການສ້າງແຜນພັດທະນາການຕິດຕາມກວດກາ ການຈັດ ຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຜນງົບປະມານຂອງ ນວ ກໍຄື ຂັ້ນທ້ອງຖິ່ນ ຕິດພັນກັບການ ຕິດຕາມກວດກາການຈັດຕັ້ງປະຕິບັດ ແລະ ແກ້ໄຂຜົນຂອງ ການກວດສອບບົດຮຽນຄົ້ນ ຄວ້າພິຈາລະນາ ແລະ ປະກອບຄຳຄິດຄຳເຫັນກົນໄກ ຂະບວນການສ້າງ ປັບປຸງ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກຳລຸ່ມກົດໝາຍຂອງອົງການປົກຄອງບົດຮຽນໃນ ການລົງພົບປະປະຊາຊົນ ແລະ ໂຄສະນາເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະພາຕິດພັນ ກັບການປຸກລະດົມຂົນຂວາຍ ປະຊາຊົນໃນການເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ ບົດຮຽນໃນການສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ສະມາຊິກສະພາປະຊາ ຊົນ ແລະ ເສນາທິການຊ່ວຍ ວຽກໃນການຄົ້ນຄວ້າພິຈາລະນາບັນຫາສຳຄັນຕ່າງໆຂອງທ້ອງຖິ່ນ ການແບ່ງຂັ້ນ ແບ່ງສິດ ແລະ ໜ້າທີ່ລະຫວ່າງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງກໍຄື ສະພາແຫ່ງຊາດເວົ້າລວມ ແລະ ສະພາປະຊາຊົນຂັ້ນ ແຂວງນະຄອນຫຼວງເພື່ອບໍ່ໃຫ້ ຊໍ້າຊ້ອນກັນໃນການປະຕິບັດໜ້າທີ່ພາລະບົດບາດຂອງສະພາທັງສອງຂັ້ນ.

  ສຳລັບການເຄື່ອນໄຫວໃນໄລ ຍະ 6 ເດືອນຕົ້ນປີ 2022 ຂອງສະພາປະຊາຊົນນະຄອນ ຫຼວງວຽງຈັນ ແມ່ນໄດ້ຈັດຕັ້ງ ປະຕິິບັດບັນດາຮ່າງກົດໝາຍຈຳນວນ 15 ສະບັບ ອອກນິຕິກຳ ແຈ້ງການຄຳແນະນຳຕ່າງໆຂອງສະພາປະຊາຊົນຈຳນວນ 12 ສະບັບ ໄດ້ພິຈາລະນາບັນ ຫາສຳຄັນພື້ນຖານຂອງ ນວ ວຽກງານສ້າງຕັ້ງຕຸລາການ ແລະ ວຽກງານພາຍໃນຂອງສະພາປະຊາຊົນທັງໝົດ 29 ເນື້ອໃນ ແລະ ໄດ້ອອກເປັນມະຕິຈຳນວນ 11 ສະບັບ ໄດ້ເຄື່ອນໄຫວຕິດ ຕາມກວດກາລວມທັງໝົດ 42 ຈຸດ ໃນນັ້ນຂົງເຂດເສດຖະ ກິດຈຳນວນ 9 ຈຸດ ຂົງເຂດ ວັດທະນະທຳ-ສັງຄົມ 16 ຈຸດ ຂົງເຂດຍຸຕິທຳ 17 ຈຸດ ໄດ້ຄົ້ນ ຄວ້າພິຈາລະນາຄຳຮ້ອງຂໍຄວາມເປັນທຳ ແລະ ນຳສົ່ງໃຫ້ພາກ ສ່ວນກ່ຽວຂ້ອງແກ້ໄຂ 88 ເລື່ອງ ກວມເອົາ 61% ຂອງຈຳນວນ ຄຳຮ້ອງທັງໝົດ ໄດ້ລົງພົບປະ ກັບຜູ້ມີສິດເລືອກຕັ້ງ 156 ຈຸດ ສັງລວມແລ້ວການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາປະຊາຊົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວຜົນສຳເລັດດັ່ງກ່າວເປັນການຍົກສູງຄຸນນະພາບໃນການຄຸ້ມຄອງບໍລິຫານລັດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການປະຕິບັດສິດໜ້າທີ່ຂອງສະພາປະຊາຊົນນະຄອນຫຼວງວຽງຈັນນັບມື້ສູງຂຶ້ນ.

    ເພັດສະໝອນ

error: Content is protected !!