ເປີດການນຳໃຊ້ປື້ມແຜນທີ່ກ່ຽວກັບການປະກອບອາຊີບດ້ານກະສິກຳ.

   ພິທີເປີດການນຳໃຊ້ປື້ມແຜນທີ່ກ່ຽວກັບການປະກອບອາຊີບ ດ້ານກະສິກຳແບບມີສ່ວນຮ່ວມ ແລະ ການກຳນົດຄວາມສ່ຽງທາງດ້ານສະພາບອາກາດ ເພື່ອສ້າງບູລິມະສິດສຳລັບບໍລິການຂໍ້ມູນດ້ານສະພາບ ອາກາດຢູ່ສປປ ລາວ ຈັດຂຶ້ນວັນທີ 9 ສິງຫາ 2022 ທີ່ໂຮງຮຽນຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນ ປະທານຂອງທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກະຊວງ ກະສິກຳ ແລະ ປ່າໄມ້ ມີທ່ານ ນາງ ໂມນິກ່າ ປີຕີຣ ຜູ້ປະສານງານໂຄງການ SAMIS ອົງການອາຫານ ແລະ ການກະເສດ (FAO) ປະຈຳສປປ ລາວ ພ້ອມຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດ ທະນາເຂົ້າຮ່ວມ.

     ທ່ານ ປອ ນິວົງ ສີປະເສີດ ກ່າວວ່າ:ການເປີດຕົວປື້ມແຜນທີ່ການປະກອບອາຊີບໃນຄັ້ງນີ້ ເພື່ອໃຫ້ ການນຳ ແລະ ຄູ່ຮ່ວມພັດທະນາໃນທຸກລະດັບທີ່ມີຂໍ້ມູນຈຳເປັນໃນການວາງແຜນການແຊກແຊງ ແລະ ການປັບຕົວຂອງການປ່ຽນແປງດິນຟ້າອາກາດຢ່າງມີປະສິດທິຜົນ ປັດຈຸບັນບັນດາພາກສ່ວນທີ່ກ່ຽວຂ້ອງສາ ມາດເຂົ້າຫາຂໍ້ມູນ ແລະ ນຳໃຊ້ໄດ້ຢ່າງອິດສະຫຼະ ເພື່ອຊ່ວຍໃຫ້ເຂົາເຈົ້າໃນການຄຸ້ມຄອງການຜະລິດກະ ສິກຳ ແລະ ສົ່ງເສີມການປູກພືດໃຫ້ໄດ້ຜົນຜະລິດສູງ ເຊິ່ງໂຄງການ SAMIS ແລະ De-Risk ໄດ້ຮ່ວມກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ສະຖາບັນຄົ້ນຄ້ວາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດລົງເກັບກຳຂໍ້ມູນພາກສະໜາມ ການສ້າງແຜນທີ່ ແລະ ການກະກຽມປື້ມນີ້ ແມ່ນໃຊ້ເວລາເກືອບ 5 ປີ ມາຮອດມື້ນີ້ ແມ່ນໄດ້ເປີດໂຕປື້ມແຜນທີ່ການດຳລົງຊີວິດ ແລະ ຄວາມສ່ຽງດ້ານສະພາບອາກາດຢ່າງເປັນທາງການ.

error: Content is protected !!