ກອງປະຊຸມສົ່ງເສີມການລົງທຶນການຄ້າວຽງຈັນ-ຮ່າໂນ້ຍຮ່ວມມືພ້ອມກັນພັດທະນາ ແລະ ຈັດຕັ້ງພື້ນທີວາງສະແດງຮູບພາບ ແລະ ວາງສະແດງຜະລິດຕະພັນວຽງຈັນ-ຮ່າໂນ້ຍ ໄດ້ຈັດຂຶ້ນວັນທີ 10 ສິງຫາ 2022 ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຫງຽນ ແມັງ ກວຽນ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູູງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ແລະ ຫົວໜ່ວຍທຸລະກິດຂອງທັງສອງນະຄອນເຂົ້າຮ່ວມ.

ທ່ານ ພູຂົງ ບັນນະວົງໄດ້ກ່າວວ່າ: ການຈັດພິທີໃນຄັ້ງນີ້ແມ່ນມີເປົ້າໝາຍເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງນະຄອນ ສອງຊາດລາວ – ຫວຽດນາມ ທີ່ມີມາແຕ່ເຫິງນານໃຫ້ນັບມື້ນັບສູງຂຶ້ນ ພ້ອມກັນນີ້ ໃນກອງປະຊຸມໄດ້ແລກປ່ຽນບົດຮຽນ ໂດຍສະເພາະກາລະໂອກາດ ແລະ ທ່າແຮງດ້ານການດຶງດູດການລົງທຶນຂອງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍໃຫ້ມີບົດບາດສຳຄັນທີ່ສຸດໃນການພັດທະນາເສດຖະກິດ – ສັງຄົມຂອງສອງປະເທດ ເວົ້າສະເພາະສອງນະຄອນຫຼວງ ສືບຕໍ່ສ້າງການຮ່ວມມືສ້າງເສດຖະກິດຮ່ວມກັນ ເປີດປະຕູສູ່ພາຍນອກໃນການຮ່ວມມືນຳກັນຢ່າງຮອບດ້ານ ສ້າງໂອກາດ ທ່າແຮງທາງດ້ານເສດຖະກິດ ແລະ ຊັບພະຍາກອນທີ່ມີຢູ່ໃຫ້ໄດ້ຮັບໝາກຜົນສູງສຸດ ພ້ອມດຽວກັນນີ້ ກອງປະຊຸມຍັງຈະໄດ້ເປີດໂອກາດໃຫ້ບັນດານັກທຸລະກິດຂອງສອງນະຄອນໄດ້ມີໂອກາດສ້າງມິດໄມຕີ ສ້າງຄວາມສຳພັນ ສ້າງຄູ່ຮ່ວມຍຸດທະສາດດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວໃນເງື່ອນໄຂປົກກະຕິໃໜ່.

ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນໄດ້ກ່າວວ່າ: ສຳລັບທ່າແຮງຂອງນະຄອນຫຼວງວຽງຈັນໄດ້ສົ່ງເສີມການຜະລິດອຸດສາຫະກຳເບົາ ແລະ ສະອາດ ຮອງຮັບທາງລົດໄຟລາວ-ຈີນແລະ ທາງດ່ວນ ມີພື້ນທີ່ດິນທົ່ງພຽງກວ້າງ ແລະ ອຸດົມສົມບູນ ເປັນທ່າແຮງກະສິກໍາຕົວເມືອງ ການຜະລິດໃຊ້ເຄື່ອງມືທັນສະໄໝເປັນເມືອງຫຼວງປະເທດ ຄົນອາໄສຫຼາຍ ເໝາະແກ່ການສ້າງອະສັງລິມະຊັບມີທ່າແຮງ ແລະ ເງື່ອນໄຂດີ ໃນການສົ່ງເສີມການພັດທະນາການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ກະສິກຳມີທ່າແຮງໄດ້ປຽບດ້ານທີ່ຕັ້ງພູມສັນຖານ ຄື: ຕັ້ງຢູ່ໃກ້ຄຽງກັບບັນດາປະເທດ ທີ່ເສດຖະກິດມີການຂະຫຍາຍຕົວດີ ເປັນຈຸດໃຈກາງຂອງປະເທດ ແລະ ຂອງພາກພື້ນ ທີ່ເປັນເງື່ອນໄຂອັນດີ ໃຫ້ແກ່ການເລັ່ງໃສ່ພັດທະນາການສື່ສານ ນຳໃຊ້ເຕັກໂນໂລຊີທັນສະໄໝ ຂະຫຍາຍສະຖາບັນການສຶກສາ ລະດັບສູງ (ມະຫາວິທະຍາໄລ) ທີ່ໄດ້ມາດຕະຖານສາກົນ ເປັນສູນກາງໂລຈິດສຕິກ ແລະ ການຂົນສົ່ງ.

ສຳລັບການລົງທຶນ ສສ ຫວຽດນາມ ຢູ່ ນວ ຈັດເປັນອັນດັບ 2 ໃນ 10 ປະເທດ ມີ ກິດຈະການລົງທຶນທົ່ວໄປ 212 ຫົວໜ່ວຍ ມີມູນຄ່າການລົງທຶນ 19 ພັນຕື້ກວ່າກີບໃນນັ້ນ: ຂະແໜງການຄ້າຂາຍຍົກ-ຂາຍຍ່ອຍ ສ້ອມແປງລົດຍົນ ແລະ ລົດຈັກ ຂະແໜງກະສິກໍາ – ປ່າໄມ້ ແລະ ການປະມົງ ຂະແໜງອຸດສາຫະກໍາປຸງແຕ່ງ ກໍ່ສ້າງເຄຫາສະຖານ ການບໍລິການທີ່ພັກເຊົາ ແລະ ອາຫານ ແລະ ກິດຈະການສໍາປະທານຄື: ໂຄງການພັດທະນາຕົວເມືອງໜອງທາຢູ່ເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຂອງບໍລິສັດ ຫຸ້ນສ່ວນຮ່າໂດກຣຸບ ມູນຄ່າການລົງທຶນ: 80 ລ້ານໂດລາສະຫະລັດ ອາຍຸການສຳປະທານ 50 ປີ ເນື້ອທີ່ດິນ 74,85 ເຮັກຕາ ສ່ວນການລົງທຶນໃນເຂດເສດຖະກິດພິເສດມີໂຄງການເຂດເສດຖະກິດພິເສດ ເພື່ອພັດທະນາເປັນສະໜາມກ໊ອບ ໂຮງແຮມ 5 ດາວ ແລະ ເຮືອນວິລາລະດັບສູງຢູ່ເຂດດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນຂອງບໍລິສັດ ລົງທຶນວຽງຈັນ ກ໊ອບລອງແທງ ແລະ ອະສັງຫາລິມະຊັບ ຈຳກັດ ມີມູນຄ່າການລົງທຶນ: 1 ພັນລ້ານໂດລາສະຫະລັດ ອາຍຸການສຳປະທານ 99 ປີ ເນື້ອທີ່ດິນ 557,74 ເຮັກຕາ.
ໃນໂອກາດນີ້ໄດ້ມີພິທີເຊັນບົດບັນທຶກການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນພາກທຸລະກິດຂອງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ລະຫວ່າງ ບໍລິສັດພັນເພັດສົ່ງເສີມກະສິກຳຈຳກັດ ແລະ ບໍລິສັດວິລະໂຄນິກ ສສ ຫວຽດນາມ ຮ່ວມມືສະໜອງເຂົ້າ ພ້ອມທັງໄດ້ເຊັນບົດບັນທຶກການຮ່ວມມືໂອນເຕັກໂນໂລຊີຊອບແວການຫັນເປັນດີຈີຕອນທາງດ້ານກະສິກຳ ແລະ ການເຊື່ອມໂຍງການຈຳໜ່່າຍຜະລິດຕະພັນກະສິກຳ ລະຫວ່າງບໍລິສັດຊັນການຄ້າຂາອອກ-ຂາເຂົ້າ ແລະ ບໍລິການຈຳກັດ ແລະ ບໍລິສັດຫຸ້ນສ່ວນຊັນການຄ້າຂາອອກ-ຂາເຂົ້າ ແລະ ບໍລິການຈຳກັດ ແລະ ເຊັນສັນຍາຮ່ວມມືທາງດ້ານການສະໜອງວັດຖຸດິບ ແລະ ເຕັກນິກການຜະລິດເຈ້ຍ ລະຫວ່າງໂຮງງານຜະລິດເຈ້ຍວິລາລາວຈຳກັດ ແລະ ວິສາຫະກິດສ່ວນບຸກຄົນການຄ້າ ແລະ ຜະລິດເຈ້ຍວິລາຫວຽດນາມ.

ເພັດສະໝອນ