ຫາລືວຽກງານສານຂອງ 3 ປະເທດ ທີມີຊາຍແດນຕິດຈອດກັນ

    ກອງປະຊຸມສານບັນດາແຂວງ ຊາຍແດນຕິດຈອດກັນລະຫວ່າງ ສປປ ລາວ- ສສ ຫວຽດນາມ ແລະ ຣາຊະອານາຈັກກໍາປູເຈຍ ຄັ້ງທີ VI ຈັດຂຶ້ນລະຫວ່າງ ວັນທີ 10–11 ສິງຫາ 2022 ທີ່ໂຮງແຮມເມືອງແທ໋ງ ເປັນປະທານຮ່ວມຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ  ທ່ານ ຫງວ໋ຽນ ຮວ໋າ ບິງ ປະທານສານປະຊາຊົນສູງສຸດແຫ່ງ ສສ. ຫວຽດນາມ ແລະ ທ່ານ ຈີບ ເກ່ງ ຮອງປະທານສານສູງສຸດແຫ່ງ ຣາຊະອານາຈັກ ກໍາປູເຈຍ ເປັນກຽດເຂົ້າຮ່ວມຂອງ ທ່ານ  ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີ ແລະ ຂະແໜງການກ່ຽວຂ້ອງ. 

     ທ່ານ ກິແກ້ວ ໄຂຄຳພິທູນ ກ່າວເປີດກອງປະຊຸມບາງຕອນວ່າ ກອງປະຊຸມສານບັນດາແຂວງທີ່ມີຊາຍແດນຮ່ວມກັນຂອງ 3 ປະເທດ ລາວ-ຫວຽດ-ກຳປູເຈຍ ຄັ້ງນີ້ມີຄວາມໝາຍ ຄວາມສຳຄັນທີ່ສຸດຂອງອົງການຕຸລາການທັງ 3 ປະເທດ ໃນການປຶກສາຫາລື ແລກປ່ຽນບົດຮຽນ ຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍພ້ອມທັງເປັນການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຊິ່ງເວົ້າໄດ້ວ່າ ອົງການຕຸລາການເປັນປັດໃຈຫຼັກອັນໜຶ່ງໃນການແກ້ໄຂບັນຫາດັ່ງກ່າວ ສະນັ້ນ ນອກຈາກການປັບປຸງ ແລະ ຍົກສູງປະສິດທິພາບຂອງກົນໄກພາຍໃນແລ້ວ ການກະທົບຂອງກົນໄກພາຍນອກກໍເປັນສິ່ງສຳຄັນທີ່ສຸດເຊັ່ນດຽວໃຫ້ແກ່ການແກ້ໄຂບັນຫາຕ່າງໆມີປະສິດທິພາບສູງສຸດ ແລະ ການຈັດກອງປະຊຸມຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງ ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມສາມັກຄີອັນສະໜິດແໜ້ນຂອງອົງການຕຸລາການ ທັງ 3 ປະເທດ ໃນການຮ່ວມມືກັນໃນທຸກດ້ານເພື່ອຕອບໂຕ້ຄືນບັນດາອາຊະຍາກຳຂ້າມຊາດທີ່ນັບມື້ມີການພັດທະນາຮູບແບບ ແລະ ວິທີການທີ່ສະຫຼັບຊັບຊ້ອນຂຶ້ນກວ່າເກົ່າ ຈາກການໃຊ້ປະໂຫຍດຂອງຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຢີລວມໄປເຖິງການທີ່ 3 ປະເທດມີຊາຍແດນຕິດຈອດກັນ ແລະ ທັງເປັນປະຊາຄົມອາຊຽນທີ່ມີການເປີດເສລີທາງການເດີນທາງ ແລະ ການຂະຫຍາຍຕົວຂອງການທ່ອງທ່ຽວ ໃນຂະນະທີ່ປະສິດທິພາບການບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດມີຄວາມແຕກຕ່າງກັນ ສະນັ້ນຈຶ່ງຮຽກຮ້ອງໃຫ້ອົງການຕຸລາການຂອງພວກເຮົາເຮັດວຽກຮ່ວມກັນຢ່າງໃກ້ຊິດ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕະຫຼອດເວລາ ນອກຈາກນີ້ປະທານສານທັງ 3 ປະເທດກໍໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານສານຕໍ່ກອງປະຊຸມພ້ອມທັງປຶກສາຫາລືວຽກງານຕ່າງໆຮ່ວມກັນ.

error: Content is protected !!