ນາຍົກລັດຖະມົນຕີ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງປັບປຸງການບໍລິການໃຫ້ດີຂຶ້ນ

    ໂອກາດເຮັດວຽກຮ່ວມກັບຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ ວັນທີ 7 ສິງຫາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບສະຖານີລົດໄຟດັ່ງກ່າວ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກແກ່ຜູ້ມາໃຊ້ບໍລິການ.

    ສະຖານີລົດໄຟຫຼວງພະບາງ ເປັນສະຖານີລະດັບສອງຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ ໃນອາຄານ ສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫຼວງພະບາງ ມີພະນັກງານທັງໝົດເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນຫຼາຍ ແລະ ພະນັກງານຄົນລາວທີ່ຜ່ານການເຝິກອົບຮົມກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ ປັດຈຸບັນ ກຳລັງສືບຕໍ່ປັບປຸງສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຈຸດຂາຍປີ້ລົດໄຟ ຈຸດລໍຖ້າຂຶ້ນລົດໄຟ ແລະ ອື່ນໆ.

    ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈໍາໜ່າຍປີ້ລົດໄຟແລ້ວເກືອບ 2 ແສນປີ້ ສະເພາະເດືອນກໍລະກົດ 2022 ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່ ມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ ສ່ວນສະຖານີຂົນສົ່ງສີນຄ້າ ແມ່ນມີ 2 ຊ່ອງທາງສໍາລັບຄ່ຽນຖ່າຍສິນຄ້າ ແຕ່ລະຊ່ອງທາງ ສາມາດບັນຈຸສິນຄ້າໄດ້ 32 ຕູ້ ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສິນຄ້າປະມານ 10.000 ຕາແມັດ ສາມາດຮອງຮັບຕູ້ສິນຄ້າໄດ້ 924 ຕູ້ ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕນຕໍ່ປີ ປັດຈຸບັນ ມີສິນຄ້າສົ່ງອອກປະເພດແຮ່ເຫຼັກ ແປ້ງມັນຕົ້ນ ແລະ ຢາງພາລາ ສ່ວນສີນຄ້ານຳເຂົ້າ ແມ່ນປະເພດປຸຍ ແລະ ເຫຼັກຈຳນວນໜຶ່ງ ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ມີສິນຄ້າສົ່ງອອກ 3.519 ຕູ້ ນ້ຳໜັກ 146.662 ໂຕນ.

error: Content is protected !!