ທ້າຍອາທິດທີ່ຜ່ານມາ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ນຳເອົາສັງກະສີ ແລະ ເຫຼັກຕະປູ ທີ່ຮັບຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ຮ່ວງສັງຄົມສົງເຄາະ ໃນນັ້ນ ປະກອບມີ ສັງກະສີ 620 ແຜ່ນ ແລະ ເຫຼັກຕະປູ 62 ກັບ ຈຳນວນມູນຄ່າທັງໝົດເກືອບ 25 ລ້ານກີບ ເພື່ອນຳໄປມອບຕໍ່ໃຫ້ກັບອົງການປົກຄອງບ້ານ ແລະ ແຈກຢາຍໃຫ້ຄອບຄົວປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ແລະ ອັກຄີໄພທີ່ເກີດຂື້ນໃນໄລຍະຜ່ານມາ ເພື່ອເປັນການຊ່ວຍເຫຼືອ ແລະ ຟື້ນຟູ ປະກອບສ່ວນສ້າງສາສ້ອມແປງທີ່ພັກອາໄສໃຫ້ກັບຄອບຄົວຜູ້ໄດ້ຮັບຜົນກະທົບ ໄດ້ກັບມາມີທີ່ພັກອາໃສຄືໃນແບບເກົ່າ ກ່ວມອບໂດຍ ທ່ານ ທະນົງສີ ສຸທຳມະວົງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ພ້ອມດ້ວຍຕາງໜ້າຈາກຫ້ອງວ່າການເມືອງຫາດຊາຍຟອງ ຕາງໜ້າງຈາກຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ກ່າວຮັບຂອງ ອົງການປົກຄອງທັງ 4 ບ້ານ.

ຕາມການລາຍງານໃຫ້ຮູ້ທາງດ້ານຂໍ້ມູນສະຖິຕິທີ່ໄດ້ຈາກການເກັບກຳ ແລະ ສັງລວມໂດຍຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ຂອງເມືອງຫາດຊາຍຟອງ ເຊີ່ງໄດ້ລະບຸວ່າ ພາຍໃນເມືອງມີຈຳນວນ 4 ບ້ານ 20 ຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ແລະ ອັກຄີໄພດັ່ງກ່າວ ມີຄື: ບ້ານສິມມະໂນເໜືອ-ໃຕ້ 15 ຄອບຄົວ ບ້ານດອນດູ່ 3 ຄອບຄົວ ສິມມະໂນເໜືອ 1 ຄອບຄົວ ແລະ ບ້ານຫາດດອກແກ້ວ ຈຳນວນ 1 ຄອບຄົວ ໃນນັ້ນ ຈຳນວນບ້ານທີ່ຖືກຜົນກະທົບຈາກພາຍຸພັດມີ 3 ບ້ານ ຄື: ສີມມະໂນເໜືອ ໄດ້ຮັບສັງກະສີ 360 ແຜ່ນ ເຫຼັກຕະປູ 36 ກັບ ສິມມະໂນໃຕ້ ແລະ ບ້ານດອນດູ່ ໄດຮັບສັງກະສີ ບ້ານລະ 90 ແຜ່ນ ພ້ອມເຫຼັກຕະປູ ບ້ານລະ 9 ກັບ ສ່ວນບ້ານທີ່ໄດ້ຮັບຜົນກະທົບຈາກອັກຄີໄພມີ 2 ບ້ານ ຄື: ບ້ານສິມມະໂນເໜືອ ແລະ ຫາດດອກແກ້ວ ໄດ້ຮັບສັງກະສີ ບ້ານລະ 40 ແຜ່ນ ແລະ ເຫຼັກຕະປູ ບ້ານລະ 4 ກັບ ສ່ວນສິມມະໂນເໜືອ ແມ່ນໄດ້ຮັບຜົນກະທົບທັງລົມພາຍຸພັດ ແລະ ອັກຄີໄພ.
# ຂ່າວ – ພາບ : ຂັນທະວີ