ສ້າງຂະບວນການເຮັດອະນາໄມທໍາລາຍແຫຼ່ງເພາະພັນຍຸງລາຍ

    ພິທີສ້າງຂະບວນການປູກລະດົມຊຸມຊົນເປັນເຈົ້າການເຮັດອະນາໄມທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ທົ່ວເມືອງນາຊາຍທອງ ຈັດຂຶ້ນ 6 ສິງຫາ 2022 ຜ່ານມາ ທີ່ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ດຣ ບູນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ບຸນໜາ ຜາທຸມມະວົງ ຫົວຫນ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ມີຕາງໜ້າກົມ ພະແນກຮອງເຈົ້າເມືອງ ຫ້ອງການອ້ອມຂ້າງ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.

    ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງ ກ່າວວ່າ: ອົງການປົກຄອງເມືອງ ແລະ ຜູ້ຮັບຜິດຊອບ ໄດ້ເອົາໃຈໃສ່ນໍາພາການຈັດຕັ້ງບ້ານ ແລະ ພໍ່ແມ່ຊາຊົນພາຍໃນເມືອງ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເລີ່ມແຕ່ເດືອນມີນາ ປີ 2002 ເປັນຕົ້ນມາ ໂດຍໄດ້ແຕ່ງຕັ້ງພະນັກງານລົງກວດໜອນນ້ໍາຍຸງລາຍຢ່າງເປັນຂະບວນການໃນແຕ່ລະບ້ານ ແຕ່ລະຄອບຄົວ ໃນ 6 ກຸ່ມບ້ານ ມີ 54 ບ້ານ.

    ການລະບາດຂອງພະຍາດໄຂ້ຍຸງລາຍ ມາເຖິງປັດຈຸບັນນີ້ ເມືອງນາຊາຍທອງມີກໍລະນີຕິດເຊື້ອທັງຫມົດ 457 ກໍລະນີ ກວມເອົາ 51 ບ້ານໃນ 54 ບ້ານ ແລະ ກໍລະນີເສຍຊີວິດ 0 ຄົນ ກໍລະນີການເຈັບເປັນທີ່ແຍກຕາມບ້ານ ເຫັນວ່າບ້ານທີ່ມີກໍລະນີສູງກວ່າໝູ່ ແມ່ນບ້ານນາສ້ຽວ ບ້ານສີເກີດ ບ້ານຫວ້ຍນ້ໍາເຢັນ ບ້ານດົງບອງ ບ້ານນາຄູນ ບ້ານໂພນສະຫວັນ ບ້ານດົງຊຽງດີ ບ້ານປັກແຮດ ບ້ານນາຊາຍໃຕ້ ບ້ານໂພນຄໍາ ແລະ ບ້ານອື່ນໆລຽງມາຕາມລໍາດັບ ສໍາລັບກຸ່ມນາຊາຍທອງປະກອບມີ 8 ບ້ານ ແລະ ມີກໍລະນີຜູ້ ຕິດເຊື້ອສາເຖີງ 97 ກໍລະນີ.

    ສະເພາະບ້ານນາຄູນປະກອບມີປະຊາກອນທັງໝົດ: 3.043 ຄົນ ຍິງ 1.532 ຄົນ ມີ 56 ໜ່ວ່ຍ ມີ 649 ຫຼັງຄາເຮືອນ ມີ 665 ຄອບຄົວ ມີວັດ 3 ແຫ່ງ ມີໂຮງຮຽນ 3 ແຫ່ງ ອາຊີບຂອງປະຊາຊົນບ້ານນາຄູນ ສວ່ນຫຼາຍແມ່ນເຮັດອາຊີບຊາວນາ ຊາວສວນກວມ 70% ພະນັກງານລັດຖະກອນ 10% ຄ້າຂາຍ 10% ແລະ ກໍາມະກອນທົ່ວໄປ 10% ຈໍານວນກໍລະນີຕິດເຊື້ອໄຂ້ຍຸງລາຍທັງໝົດມີ: 18 ກໍລະນີ ຍັງບໍ່ທັນມີກໍລະນີເສຍຊີວິດ.

   ຫ້ອງການປົກຄອງເມືອງໄດ້ຕິດຕາມ ແລະ ໃຫ້ທິດຊີ້ນໍາແຕ່ລະກຸ່ມບ້ານໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດສ້າງຂະບວນການທໍາລາຍແຫຼ່ງເພາະພັນໜອນຍຸງ ຕາມມະຕິກອງປະຊຸມປຶກສາຫາລືວາງມາດຕະການ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ເຊີ່ງແຕ່ລະກຸ່ມແມ່ນໄດ້ເລີ່ມຈັດຕັ້ງປະຕິບັດເປັນຢ່າງດີຄື: ບ້ານໄດ້ສ້າງຂະບວນການທັງຫມົດມີ: 54 ບ້ານ ຈໍານວນຄັ້ງທີ່ໄດ້ສ້າງຂະບວນການ: 93 ຄັ້ງ ຈໍານວນຫຼັງຄາທີ່ໄດ້ກວດ: 4.721 ຫຼັງຄາ ຈໍານວນຫຼັງຄາທີ່ພົບໜອນຍຸງ: 483 ຫຼັງຄາ ຈໍານວນພາຊະນະທີ່ກວດ: 8.295 ພາຊະນະ ຈໍານວນພາຊະນະທີ່ພົບໜອນຍຸງ: 758 ພາຊະນະ ສະເລ່ຍຄວາມສ່ຽງຂອງການເກີດການລະບາດພາຍໃນເມືອງ ຄວາມໜາແໜ້ນຂອງໜອນນ້ໍາຍຸງລາຍທີ່ພົບເຫັນຕໍ່ 100 ຫຼັງຄາເຮືອນມີ: ຄວາມໜາແໜ້ນຂອງໜອນນ້ໍາຍຸງລາຍພາຍໃນບ້ານມີ:  10,25%  ພາຊະນະທີ່ພົບເຫັນໜອນ ນ້ໍາຍຸງລາຍມີ: 9,14% ໄດ້ໂຄສະນາສຸຂະສຶກສາຈໍານວນ: 12 ຄັ້ງ ໄດ້ພົ່ນຢາຂ້າຍຸງຕົວແກ່ 6 ຄັ້ງ ນອກນີ້ພວກເຮົາໄດ້ສໍາເລັດກອງປະຊຸມປຶກສາຫາລື ວາງມາດຕະການຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ຮ່ວມກັບ ຄະນະນໍາຂອງເມືອງ ຄະນະພັກຮາກຖານກຸ່ມບ້ານ ນາຍບ້ານ ແລະ ອສບ ທົ່ວເມືອງ ສໍາເລັດໄປວ່າງອາທິດທີ່ຜ່ານມາ ໂດຍໄດ້ແບ່ງຄວາມຮັບຜິດຊອບກັນລະອຽດແລ້ວໃນກອງປະຊຸມດັ່ງກ່າວ.

    ໃນກິດຈະກໍາຂະບວນການເຮັດອານາໄມທໍາລາຍແຫຼ່ງເພາະພັນຍຸງລາຍຄັ້ງນີ້ ແມ່ນ: ພົ່ນຢາ ປ່ອຍປາຫາງນົກຍູງໃສ່ພາຊະນະເກັບນໍ້າ ແລະ ທໍາລາຍທີ່ຢູ່ອາໄສຍຸງລາຍຕາມຈຸດຕ່າງໆ ທັງນີ້ ເພື່ອສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍທີເປັນພາຫະນະນໍາເຊື້ອ ເພື່ອຫຼຸດຜ່ອນການເຈັບເປັນ ແລະ ການຕາຍຂອງພະຍາດໄຂ້ຍຸງລາຍ ເພື່ອທໍາລາຍແຫຼ່ງເພາະພັນຂອງໜອນນ້ໍາຍຸງລາຍ ໂດຍການມີສ່ວນຮ່ວມຂອງຊູມຊົນ ເພື່ອເປັນຕົວແບບໃຫ້ແກ່ບັນດາບ້ານທີ່ມີກໍລະນີໄຂ້ຍຸງລາຍສູງ ເພື່ອຜັນຂະຫຍາຍມາດຕະການ ແລະ ຄວບຄຸມພະຍາດໄຂ້ຍຸງລາຍບໍ່ໃຫ້ມີການລະບາດໃຫຍ່.

# ວຽງມາ

error: Content is protected !!