ສື່ມວນຊົນ ລົງປຸກລະດົມປະຊາຊົນໃນການສັກວັກຊິນປ້ອງກັນພະຍາດ ໂຄວິດ-19

    ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ແລະ ອົງການອຸຍນີເຊບປະຈຳລາວ ໄດ້ລົງເຄື່ອນໄຫວເກັບກຳຂ່າວຂະບວນສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງຊຽງຂວາງ ໃນວັນທີ 7-13 ກໍລະກົດ 2022 ເພື່ອໂຄສະນາປຸກລະດົມຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍລັດຖະບານວາງໄວ້ 80%.

    ວັນທີ 8 ສິງຫາ 2022 ນໍາໂດຍທ່ານ ວັນນະສິນ ສິມມາວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະເຮັດວຽກຢູ່ພະແນກ ຖວທ ແຂວງຊຽງຂວາງ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວໃນຄັ້ງນີ້ ໂດຍການຕ້ອນຮັບຂອງທ່ານ ຄອນສະໝຸດ ບຸນແພງພັນ ຫົວໜ້າພະແນກ ຖວທ ແຂວງຊຽງຂວາງ ພ້ອມທັງລາຍງານຫຍໍ້ກ່ຽວກັບສະພາບວຽກງານໂຄສະນາຂອງແຂວງໃຫ້ຊາບ ຈາກນັ້ນ ຄະນະກໍໄດ້ເຂົ້າພົບປະເຮັດວຽກຢູ່ພະແນກສາທາລະນະສຸກແຂວງຊຽງຂວາງ ຕ້ອນຮັບໂດຍທ່ານ ປທ ດຣ ບົວພັນ ວົງມະຈັນ ຮັກສາການຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ແລະ ໄດ້ລາຍງານຫຍໍ້ກ່ຽງກັບ ສະພາບລວມການຈັດຕັ້ງປະຕິບັດຂະບວນການສັກວັກຊິນປ້ອງກັນໂຄວິດ-19 ແລະ ພະຍາດຕາມລະດູການ.

    ການລົງເຄື່ອນໄຫວເຮັດວຽກຄັ້ງນີ້  ເນື່ອງຈາກວ່າຕົວເລກປະຊາກອນໄດ້ຮັບວັກຊິນ ຢູ່ 3 ເມືອງດັ່ງກ່າວບໍ່ທັນບັນລຸໄດ້ຕາມເປົ້າໝາຍ ເຊິ່ງບັນດາສື່ມວນຊົນຈະໄດ້ລົງເບິ່ງບັນຫາຕົວຈິງກ່ຽວກັບຂະບວນສັກວັກຊິນ ແລະ ສຳພາດພາກສ່ວນຕ່າງໆທີ່ຮັບຜິດຊອບ ລວມທັງປະຊາຊົນ ກ່ຽວກັບຄວາມຄືບໜ້າໃນການສັກວັກຊິນ ສິ່ງທ້າທາຍ ແລະ ຄວາມຮັບຮູ້-ເຈົ້າໃຈຂອງປະຊາຊົນໃນການຮັບວັກຊິນ ເພື່ອນໍາໂຄສະນາເຜີຍແຜ່ໃຫ້ປະຊາຊົນ ພະນັກງານ ທະຫານ ຕໍາຫຼວດ ແລະ ທຸກພາກສ່ວນໃນສັງຄົມ ໄດ້ຮັບຮູ້ເຖິງຈຸດປະສົງ ຄວາມສຳຄັນ ໃນການສັກວັກຊິນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ ຄອບຄົວ ແລະ ສັງຄົມ.

    ປັດຈຸບັນ ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ເບົາບາງລົງ ແຕ່ຂະບວນການສັກວັກຊິນປ້ອງກັນພະຍາດດັ່ງກ່າວໃນຂອບເຂດທົ່ວປະເທດ ຍັງສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ລັດຖະບານວາງໄວ.

    ຕາມຂໍ້ມູນຈາກ ພະແນກສາທາລະນະສຸກແຂວງຊຽງຂວາງ ໃນວັນທີ 8 ສິງຫາ 2022 ຂອງ 6 ເດືອນຕົ້ນປີ ອັດຕາສ່ວນປະຊາກອນທີ່ໄດ້ຮັບການສັກວັກຊິນທົ່ວແຂວງຊຽງຂວາງ ເຂັມທີ 1 ສັກໄດ້ 73% ເຂັມ 2 ໄດ້ 61% ເຂັມທີ 3 ໄດ້ 19,6% ແລະ ເຂັມ 4 ໄດ້ 2,2% ໃນນັ້ນ ອັດຕາການສັກວັກຊິນເຂັມ 2 ຍັງມີ 3 ເມືອງທີ່ບໍ່ທັນບັນລຸ 50% ປະກອບມີ: ເມືອງໜອງແຮດ ເມືອງຄຳ ແລະ ເມືອງຄູນ.

# ຂ່າວ – ພາບ : ວຽງມາ

error: Content is protected !!