ໄຊທານີ ຍົກລະດັບຄວາມຮູ້ໃຫ້ພະນັກງານບໍລິການອາຫານ ແລະ ເຄື່ອງດື່ມ

    ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ເປັນປະທານໄຂ ແລະ ປິດການຈັດເຝິກອົບຮົມ ຫົວຂໍ້ “ການບໍລິການອາຫານ ແລະ ເຄື່ອງດື່ມ” ຊຸດທີ I ຂອງເມືອງໄຊທານີ ເຊິ່ງຈັດຂຶ້ນວັນທີ 4-5 ສິງຫາ 2022 ທີ່ສວນອາຫານທາຣາວີວ ເມືອງໄຊທານີ ນວ ມີທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ພ້ອມຄູເຝິກ ແລະ ນັກສຳມະນາກອນຈາກຮ້ານອາຫານ ແລະ ກິນດື່ມ 30 ທ່ານພາຍໃນເມືອງເຂົ້າຮ່ວມ.

    ການຈັດຊຸດເຝິກອົບຮົມຂຶ້ນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ໃນການບໍລິການອາຫານ ແລະ ເຄື່ອງດື່ມຂອງບັນດາຮ້ານອາຫານ ແລະ ຮ້ານກິນດື່ມໃນຂົງເຂດເມືອງໄຊທານີ ເພື່ອເປັນການຍົກລະດັບມາດຕະຖານການບໍລິການໃຫ້ຫົວໜ່ວຍທຸລະກິດ ສ້າງຄວາມປະທັບໃຈ ແລະ ດຶງດູດລູກຄ້າ ແລະ ເພື່ອເປັນການຮັບປະກັນດ້ານມາດຕະການປ້ອງກັນ ແລະ ເອົາໃຈໃສ່ລູກຄ້າໃນໄລຍະທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

    ໃນໄລຍະການເຝິກອົບຮົມ 2 ວັນ ບັນດານັກສຳມານາກອນໄດ້ຮຽນວິທີພັບຜ້າເຊັດມືເປັນຮູບຕ່າງໆ ຮຽນການຈັດໂຕະອາຫານເຊົ້າ-ແລງ ໃນຮູບແບບລາວ ແລະ ສາກົນ ລົງມືປະຕິບັດຕົວຈິງ ການຈັດໂຕະອາຫານ ຮຽນວິທີການຫຍິບລະໃບຜ້າປູໂຕະແບບຕ່າງໆ ຮຽນວິທີການຕ້ອນຮັບແຂກ ການສັ່ງອາຫານ ວິທີເສີບອາຫານ ວິທີຖອນຈານ ການເກັບເງິນ ແລະ ວິທີສົ່ງແຂກ ເຊິ່ງໃນການຮຽນແຕ່ລະຢ່າງ ແມ່ນໄດ້ຮຽນທິດສະດີ ແລະ ພາກປະຕິບັດຕົວຈິງ.

 # ຂ່າວ – ພາບ :  ຊິລິການດາ

error: Content is protected !!