ປີທີ 5 ງານ Vientiane Center Motor Show

    ງານ Vientiane Center Motor Show 2022 ຈັດຂຶ້ນແຕ່ວັນທີ 6-14 ສິງຫາ 2022 ທີ່ສູນການ ຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເຕັກໂນໂລຊີການຂັບເຄື່ອນເກີນຂີດຈຳກັດ” ເຂົ້າ ຮ່ວມພາຍໃນງານ ມີທ່ານ ຈະເລີນ ສຸນີຈັນ ຫົວໜ້າພະແນກສົ່ງເສີມການຕະຫຼາດ ກົມຂົນສົ່ງການຄ້າ ກະ ຊວງອຸດສາຫະກຳ ແລະ ການຄ້າ ທ່ານ ຊູປໍ ຫົວໜ້າຄະນະບໍລິຫານຝ່າຍພັດທະນາເສດຖະກິດ ສູນການຄ້າວຽງຈັນເຊັນເຕີ ພ້ອມບັນດາຜູ້ບໍລິຫານບໍລິສັດ ຕົວແທນຈຳໝ່າຍພາຫະນະຕ່າງໆ ແລະ ສື່ມວນຊົນເຂົ້າ ຮ່ວມ.

    ທ່ານ ຊູປໍ ກ່າວວ່າ: ງານ Vientiane Center Motor Show ເປັນງານປະຈຳປີຂອງສູນການຄ້າ ວຽງຈັນເຊັນເຕີ ເຊິ່ງປີນີ້ ກໍໄດ້ຈັດຂຶ້ນເປັນປີທີ 5 ແລ້ວ ໂດຍງານດັ່ງກ່າວນີ້ ຈັດຂຶ້ນເພື່ອວາງສະແດງລົດ ເພື່ອເປັນການຕອບສະໜອງຄວາມຕ້ອງການໃນການຊົມໃຊ້ແກ່ລູກຄ້າ ເຊິ່ງເປັນອີກໜຶ່ງທາງເລືອກໃນການ ຕັດສິນໃຈເພື່ອຊື້ພາຫະນະທີ່ມີຄຸນນະພາບ ແລະ ເໝາະສົມກັບຄວາມຕ້ອງການ ພ້ອມມີຫຼາຍໂປຣໂມຊັນ ຈາກບໍລິສັດຕົວແທນຈຳໜ່າຍລົດທີ່ເຂົ້າມາຮ່ວມ ຕຽມມາເພື່ອງານຄັ້ງນີ້ໂດຍສະເພາະ ແລະ ຍັງມີກິດຈະກຳ ເພື່ອສົ່ງເສີມຄວາມສາມາດຂອງເດັກນ້ອຍ ແລະ ເຍົາວະຊົນ ໂດຍພາຍໃຕ້ກິດຈະກຳຊື່ວ່າ: Kids talent 2022 ເຊິ່ງແບ່ງອອກເປັນ 2 ຮຸ່ນນຄື:ຮຸ່ນອາຍຸ 6-11 ປີ ແລະ ຮຸ່ນອາຍຸ 12-15 ປີ ທີ່ຈະຈັດຂຶ້ນວັນທີ 10-14 ສິງຫາ 2022 ທີ່ຈະເຖິງນີ້.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!