ປະທານປະເທດ ຢ້ຽມຢາມສວນໝາກໄມ້ຢູ່ເມືອງນ້ຳບາກ

    ວັນທີ 5 ສີງຫາ 2022 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ແລະ ການນໍາແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ການປູກຕົ້ນໄມ້ໃຫ້ໝາກຂອງປະຊາຊົນບ້ານ ນໍ້າງາ ເມືອງນ້ຳບາກ ແຂວງຫຼວງພະບາງ ໂດຍສະເພາະ ການປູກໝາກເງາະ ແລະ ໝາກສົ້ມຂຽວ ຂອງທ່ານ ເພັງ ບ້ານນ້ຳງາ ໂດຍນຳໃຊ້ເນື້ອທີ່ກວ່າ 2 ເຮັກຕ່າ ປູກໝາກເງາະປະມານ 250 ຕົ້ນ ແລະ ປູກໝາກສົ້ມຂຽວປະມານ 200 ຕົ້ນ ໃນນັ້ນ ໝາກສົ້ມຂຽວພວມເລີ່ມໃຫ້ຜົນຜະລິດ ສ່ວນໝາກເງາະ ໄດ້ໃຫ້ຜົນຜະລິດແລ້ວ 7 ປີ ສະເລ່ຍລາຍຮັບປະມານ 75 ລ້ານກີບຕໍ່ປີ ສຳລັບຂອດການຈຳໜ່າຍມີຄວາມສະດວກຫຼາຍ ຍ້ອນມີແມ່ຄ້າມາຊື້ກັບສວນ ສ່ວນໃຫຍ່ແມ່ນແມ່ຄ້າຈາກແຂວງຫຼວງນ້ຳທາມາເກັບຊື້.

    ໂອກາດດັ່ງກ່າວນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ກັບປະຊາຊົນຂົງເຂດດັ່ງກ່າວ ໂດຍສະເພາະ ຄອບຄົວຂອງທ່ານ ເພັງ ບ້ານນໍ້າງາ ທີ່ເປັນແບບຢ່າງໃນການປູກຝັງທັງຕົ້ນໄມ້ໃຫ້ໝາກ ແລະ ການປູກເຂົ້າຕາມລະດູຈົນໄດ້ຮັບຜົນດີ ພ້ອມນີ້ ກໍໄດ້ຊີ້ນໍາໃຫ້ອົງການປົກຄອງແຂວງ ເມືອງ ເພື່ອຊີ້ນໍາພະນັກງານວິຊາການ ລົງຕິດຕາມໃກ້ຊິດໃນການພັດທະນາດ້ານກະສິກໍາ ແລະ ປ່າໄມ້ຢູ່ເຂດຮາກຖານໃຫ້ປະຊາຊົນໄດ້ຮັບການຊຸກຍູ້ສົ່ງເສີມການປູກ-ການລ້ຽງ ຜະລິດເປັນສິນຄ້າທີ່ມີຄຸນນະພາບ ສ້າງລາຍໄດ້ໃຫ້ຄອບຄົວຫຼາຍຂຶ້ນ ສຸມໃສ່ການຄົ້ນຄ້ວາທ່າແຮງຢູ່ພາຍໃນເມືອງ ເພື່ອພັດທະນາການປູກຕົ້ນໄມ້ໃຫ້ໝາກແບບມູນເຊື້ອ ໃຫ້ກາຍເປັນການນຳໃຊ້ເຕັກນິກ ໂດຍນຳພາປະຊາຊົນເຮັດຕົວຈິງ ແລະ ຊ່ວຍປະຊາຊົນຜູ້ມີເງື່ອນໄຂໃຫ້ໄດ້ຮັບການສຶກສາ ຮຽນຮູ້ເຕັກນິກອັນໃໝ່ກັບຜູ້ທີ່ປະສົບຜົນສຳເລັດແລ້ວ ແນໃສ່ເຮັດໃຫ້ເມືອງນ້ຳບາກ ໄດ້ຮັບການພັດທະນາຂື້ນຕື່ມອີກບາດກ້າວໜື່ງ.

    ສຳລັບ 6 ເດືອນຕົ້ນປີນີ້ ທົ່ວເມືອງນ້ຳບາກມີຜະລິດຕະພັນທາງດ້ານກະສິກຳ ແລະ ປ່າໄມ້ 86,50 ຕື້ກີບ ກວມເອົາ 11,42% ຂອງລວມຍອດຜະລິດຕະພັນພາຍໃນ ສະເພາະການປູກໝາກກ້ຽງ ເຊິ່ງເປັນພືດທີ່ເປັນມູນເຊື້ອ ແລະ ເປັນສີນຄ້າຫຼັກຂອງເມືອງ ປັດຈຸບັນມີເກືອບ 730 ເຮັກຕາ ໃນນັ້ນ ໃຫ້ຜົນແລ້ວຫຼາຍກ່ວາ 575 ເຮັກຕາ.

# ຂ່າວ – ພາບ : ເພັດສາຄອນ ສິມມະວົງ

error: Content is protected !!