ລາວ-ສປຊ ຫາລືແຜນງານການຮ່ວມມືດ້ານເຄຫາສະຖານ

    ກອງປະຊຸມປຶກສາຫາລືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ (ສປຊ) ດ້ານເຄຫາສະຖານແຕ່ປີ 2022-2026 ຈັດຂຶ້ນວັນທີ 5 ສິງຫາ 2022 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ  ທ່ານ  ອາວີ ຊາກາ ທີ່ປຶກສາອົງການ ສປຊ ດ້ານເຄຫາສະຖານປະຈຳອາຊີຕາເວັນອອກສຽງໃຕ້ ທັງເປັນຫົວໜ້າອົງການ ສປຊ ດ້ານເຄຫາສະຖານປະຈຳລາວ ມີຜູ້ຕາງໜ້າຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

      ຈຸດປະສົງເພື່ອນໍາສະເໜີແຜນງານຂອງອົງການ ສປຊ ດ້ານເຄຫາສະຖານຢູ່ ສປປ ລາວ ສະບັບຫຼ້າສຸດ ໃຫ້ກັບຄູ່ຮ່ວມງານຝ່າຍລັດຖະບານ ເພື່ອແລກປ່ຽນຄວາມຄິດເຫັນກ່ຽວກັບການມີສ່ວນຮ່ວມຂອງ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat) ຢູ່ ສປປ ລາວ ໃນ 5 ປີຕໍ່ໜ້າ ເຊິ່ງໃນເອກະສານຮ່ວມມືສະບັບນີ້ ໄດ້ລະບຸຍຸດທະສາດ ແລະ ທິດທາງຂອງການດໍາເນີນງານຂອງອົງການ ສປຊ ດ້ານເຄຫາສະຖານ ພ້ອມທັງໄດ້ວາງຂອບບູລິມະສິດຕ່າງໆໃນດ້ານການພັດທະນາຕົວເມືອງ ການປ່ຽນແປງດິນຟ້າອາກາດ ແລະ ການບໍລິການຂັ້ນພື້ນຖານ ພ້ອມນັ້ນ ເອກະສານດັ່ງກ່າວຍັງເປັນບ່ອນອີງສໍາລັບການລະດົມການຊ່ວຍເຫຼືອຕ່າງໆ ແລະ ໄດ້ຮັບການພັດທະນາຂຶ້ນຜ່ານຂະບວນການປຶກສາຫາລືກັບຄູ່ຮ່ວມງານຝ່າຍລັດຖະບານ ສປປ ລາວ ແລະ ອົງການ ສປຊ ດ້ານອື່ນໆ ໄດ້ປຶກສາຫາລືສິ່ງທ້າທາຍໃນຂະແໜງ ການທີ່ກ່ຽວຂ້ອງຂອງຕົນ ແລະ ຜົນກະທົບຂອງການຫັນເປັນຕົວເມືອງທີ່ມີການພັດທະນາ ໄດ້ແນະນຳ ທິດທາງການຊ່ວຍເຫຼືອຂອງອົງການ ສປຊ ດ້ານເຄຫາສະຖານ ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາ ໂດຍສະເພາະການພັດທະນາຕົວເມືອງແບບຍືນຍົງ ເຊິ່ງສອງຝ່າຍເຫັນດີຈະຕ້ອງມີການປະສານງານຜ່ານຫຼາຍຂະແໜງການ ແລະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ. 

    ທ່ານ ປອ ອາວີ ຊາກາ ໄດ້ກ່າວສະແດງຄວາມຂອບໃຈມາຍັງບັນດາະຊວງຕ່າງໆທີ່ໄດ້ມີສ່ວນຊ່ວຍໃນການພັດທະນາແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ດ້ານເຄຫາສະຖານ ແຕ່ປີ 2022-2026 ລວມເຖິງການສະໜັບສະໜູນວຽກງານຕ່າງໆຕະຫຼອດມາ ຍັງໄດ້ຢືນຢັນວ່າ ອົງການ ສປຊ ດ້ານເຄຫາສະຖານ ມີພັນທະໃນການສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ໂດຍສະເພາະຄວາມພະຍາຍາມແກ້ໄຂບັນຫາທາງດ້ານການຫັນເປັນຕົວເມືອງພັດທະນາຢ່າງໄວວາ ການປ່ຽນແປງດິນຟ້າອາກາດ ໄພພິບັດທາງທໍາມະຊາດ ບັນຫາໂລກລະບາດໂຄວິດ 19 ແລະ ສິ່ງທ້າທາຍອື່ນໆ.

(ລັດເວລາ)

error: Content is protected !!