ລົງນາມຄວາມເຂົ້າໃຈສຶກສາຄວາມເປັນໄປໄດ້ໂຄງການປູກໝາກຄາຍ ໝາກສະຕໍເບີລີ້ ແລະ ລ້ຽງກຸ້ງນໍ້າຈືດເປັນສິນຄ້າ

     ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການປູກໝາກຄາຍ ໝາກສະຕໍເບີລີ້ ແລະ ລ້ຽງກຸ້ງນໍ້າຈືດເປັນສິນຄ້າຈໍາໜ່າຍພາຍໃນ ແລະ ຕ່າງປະເທດ ຢູ່ທີ່ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງອົງການປົກຄອງ ນວ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ນວ ແລະ ບໍລິສັດ ທະເວວພັດທະນາກະສິກໍາຄົບວົງຈອນ ແລະ ຜະລິດຕະພັນລາວ ຈັດຂຶ້ນວັນທີ 4 ສິງຫາ 2022 ທີ່ພະແນກແຜນການ ແລະ ການລົງທຶນ ນວ ໂດຍການລົງນາມຂອງທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ທ່ານນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວພັດທະນາກະສິກໍາຄົບວົງຈອນ ແລະ ຜະລິດຕະພັນລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ໂຄງການການປູກໝາກຄາຍ ໝາກສະຕໍເບີລີ້ ແລ ລ້ຽງກຸ້ງນໍ້າຈືດເປັນສິນຄ້າຈໍາໜ່າຍພາຍໃນ ແລະ ຕ່າງປະເທດຢູ່ທີ່ບ້ານນາຕານ ເມືອງໄຊທານີ ເປັນໂຄງການໜຶ່ງທີ່ເຈົ້າຂອງໂຄງການຈະເປັນຜູ້ສະໜັບສະໜູນທາງດ້ານທຶນຮອນ ແລະ ດ້ານວິຊາການ ໃຫ້ປະຊາຊົນພາຍໃນບ້ານນາເປັນຜູ້ປູກ ແລະ ເປັນຜູ້ລ້ຽງ ໃນເນື້ອທີ່ທັງໝົດ 90 ກວ່າເຮັກຕາ ຫຼັງຈາກນັ້ນ ທາງໂຄງການຈະເປັນຄົນເກັບຊື້ຄືນເພື່ອຈໍາໜ່າຍໃນຕະຫຼາດພາຍໃນ ແລະ ຕ່າງປະເທດ ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນບ້ານນາຕານໄດ້ມີລາຍຮັບທີ່ໝັ້ນຄົງ ພ້ອມນັ້ນ ເພື່ອໃຫ້ປະຊາຊົນໄດ້ມີສ່ວນຮ່ວມໃນການຜະລິດ ແນໃສ່ສ້າງໂຄງການໃຫ້ເປັນຕົວແບບ ປອດໃສ ສາມາດກວດສອບໄດ້ ນອກນັ້ນ ທາງໂຄງການຍັງຈະແປຮູບຜະລິດຕະພັນພືດຕ່າງໆຂອງລາວໃຫ້ເປັນອາຫານການກິນ ເປັນຂອງຕ້ອນຂອງຝາກໃຫ້ແກ່ແຂກທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

# ຂ່າວ  – ພາບ : ຂັນທະວີ

error: Content is protected !!