ມອບ-ຮັບໜ້າທີ່ຫົວໜ້າອຳນວຍການກອງວິຊາການວິທະຍຸ-ໂທລະພາບ ນວ

    ພິທີມອບ-ຮັບໜ້າທີ່ ຫົວໜ້າອຳນວຍການກອງວິຊາການວິທະຍຸ-ໂທລະພາບນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 5 ສິງຫາ 2022 ທີ່ສະຖານີວິທະຍຸ-ໂທລະພາບນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ມີຮອງຫົວໜ້າພະແນກ ຂະແໜງ ຫ້ອງການ ແລະ ພະນັກງານອ້ອມຂ້າງ.

   ອິງຕາມຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ລັດຖະກອນເຂົ້າຮັບອຸດໜູນບຳນານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການອຳນວຍການກອງວິຊາການວິທະຍຸ-ໂທລະພາບ ນວ ໂດຍອະນຸມັດໃຫ້ທ່ານ ສົມປະສົງ ສົມພັກດີ ຮັບອຸດໜູນບຳນານນັບແຕ່ເດືອນກໍລະກົດເປັນຕົ້ນໄປ ອາຍຸກະສຽງ 61 ປີ ອາຍຸການ 37 ປີ ພາຍຫຼັງຜູ້ເກົ່າເຂົ້າຮັບອຸດໜູນບຳນານແລ້ວ ກໍໄດ້ແຕ່ງຕັ້ງທ່ານ ເພັກ ສິງໄຊ ຮອງຫົວໜ້າອຳນວຍການກອງວິຊາການວິທະຍຸ-ໂທລະພາບ ນວ ເປັນຜູ້ຮັກສາການຫົວໜ້າອຳນວຍການກອງວິຊາການວິທະຍຸ-ໂທລະພາບ ນວ.

    ໂອກາດນີ້ ທ່ານນາງ ວິໄລວອນ ຈັນທະລາຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຕະຫຼອດໄລຍະ 37 ປີຜ່ານມາຂອງທ່ານ ສົມປະສົງ ສົມພັກດີ ເຊິ່ງທ່ານໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະ ຊີ້ນຳ-ນຳພາວຽກງານຢ່າງມີຜົນສຳເລັດຈົນເຖິງອາຍຸກະສຽນເຂົ້າຮັບອຸດໜູນບຳນານ ພ້ອມກັນນີ້ ກໍໄດ້ຮຽກຮ້ອງໃຫ້ຄະນະຊຸດໃໝ່ ສືບຕໍ່ຈັດຕັ້ງປະຕິບັດບັນຫາທີ່ຍັງຄົງຄ້າງໃຫ້ເໝາະສົມກັບໄລຍະໃໝ່.

error: Content is protected !!