ກຽມປະເມີນຜົນເພື່ອອອກຈາກ ສະຖານະພາບປະເທດດ້ອຍພັດທະນາ

    ເພື່ອ​ເພີ່ມ​ທະ­ວີ​ການ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ​ໃຫ້­ການ​ປະ​ເມີນ ສປປ ລາວ ເພື່ອ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໂດຍ​ຄະ­ນະ​ກຳ­ມະ­ການ​ນະ­ໂຍ­ບາຍ​ເພື່ອ​ການ​ພັດ­ທະ­ນາ​ຂອງ​ອົງ­ການ ສປຊ ໃນ​ປີ 2021 ທັງ​ເປັນ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ປຶກ­ສາ​ຫາ­ລື​ວິ­ທີ​ທາງ​ໃນ​ການ​ແກ້​ໄຂ​ຂໍ້­ຄົງ­ຄ້າງ ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ການ​ກ້າວ​ສູ່​ໄລ­ຍະ​ຂ້າມ​ຜ່ານ ໄລ­ຍະ​ພາຍ­ຫຼັງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ແນ­ໃສ່​ເພີ່ມ​ທະ­ວີ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າ­ໃຈ ແລະ ການ​ປະ­ກອບ­ສ່ວນ​ຢ່າງ​ຫ້າວ­ຫັນ​ຂອງ​ບັນ­ດາ​ຂະ­ແໜງ­ການ ນອກ​ນີ້ ຍັງ​ຈະ​ໄດ້​ປຶກ­ສາ​ຫາ­ລື​ແນວ­ທາງ​ໃນ​ການ​ກຳ­ນົດ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ກັບ​ອົງ ການ ສປຊ ຄູ່​ຮ່ວມ​ພັດ­ທະ­ນາ ແລະ ສາ­ກົນ ເພື່ອ​ເຮັດ​ໃຫ້­ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ຂອງ ສປປ ລາວ ມີ​ຄວາມ​ຍືນ​ຍົງ ແລະ ຮັບ­ປະ­ກັນ​ບໍ່​ໃຫ້​ກັບ​ມາ​ຕົກ​ຢູ່​ໃນ​ສະ­ຖາ­ນະ​ດ້ອຍ​ພັດ­ທະ­ນາ​ອີກ.

    ກະ­ຊວງ​ການ​ຕ່າງ­ປະ­ເທດ ຈັດ​ກອງ​ປະ­ຊຸມ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ ເພື່ອ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ດຳ­ເນີນ​ງານ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ສຳ­ລັບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ເພື່ອ​ກະ­ກຽມ​ໃຫ້­ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ຂຶ້ນ​ວັນ​ທີ 16 ມີ­ນາ 2020 ຢູ່​ສູນ​ການ​ຮ່ວມ​ມື​ສາ­ກົນ ແລະ ເຝິກ­ອົບ­ຮົມ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ຜ່ານ ສະ­ຫວັນ​ເພັດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ ມີ​ຜູ້­ຕາງ­ໜ້າ​ຈາກ​ບັນ­ດາ​ກະ­ຊວງ ແລະ ຂະ­ແໜງ­ການ​ອ້ອມ​ຂ້າງ​ສູນ​ກາງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ກົນ​ໄກ​ຂະ​ບວນ​ການ ທົບ​ທວນ​ການ​ຫຼຸດ​ພົ້ນ​ອອກ​ຈາກ ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ຂອງ​ຄະ­ນະ​ກຳ­ມະ­ການ​ນະ­ໂຍ­ບາຍ​ດ້ານ​ການ​ພັດ­ທະ­ນາ ສປຊ ຄວາມ​ພ້ອມ ແລະ ການ​ກະ­ກຽມ​ຂອງ ສປປ ລາວ ສຳ­ລັບ​ຂະ​ບວນ​ການ​ທົບ​ທວນ ຄັ້ງ​ທີ II ກ່ຽວ​ກັບ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໃນ​ປີ 2021 ສະ­ພາບ​ລວມ​ດ້ານ​ສະ­ຖິ­ຕິ​ຂອງ 3 ເງື່ອນ­ໄຂ ໃນ​ການ​ປະ​ເມີນ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ ປະ­ເທດ​ດ້ອຍ​ພັດ­ທະ­ນາ ຄື: ດັດ­ຊະ­ນີ​ຍອດ​ລວມ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ ດັດ­ຊະ­ນີ​ຊັບ​ສິນ​ມະ­ນຸດ ແລະ ດັດ­ຊະ­ນີ​ຄວາມ​ບອບ​ບາງ​ດ້ານ​ເສດ­ຖະ­ກິດ ພ້ອມ​ນີ້​ຍັງ​ຈະ​ໄດ້​ແລກ­ປ່ຽນ​ຄຳ​ຄິດ​ເຫັນ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ນະ­ໂຍ­ບາຍ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ ທີ່​ລາວ​ໄດ້​ປະ​ເຊີນ​ໃນ​ການ​ກຽມ­ພ້ອມ​ສຳ­ລັບ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ເປັນ­ຕົ້ນ ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຂະ­ແໜງ​ກະ­ສິ­ກຳ ສຶກ​ສາ ສາ­ທາ­ລະ­ນະ​ສຸກ ແລະ ການ​ຄ້າ ເພື່ອ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຢ່າງ​ຍືນ​ຍົງ ແລະ ທົ່ວ​ເຖິງ ພາຍ­ຫຼັງ​ຈາກ​ການ​ຫຼຸດ​ພົ້ນ ການ​ສົນ­ທະ­ນາ​ກ່ຽວ​ກັບ​ຜົນ​ປະ­ໂຫຍດ ແລະ ຜົນ​ເສຍ​ຂອງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ນະ­ໂຍ­ບາຍ ແລະ ຍຸດ​ທະ​ສາດ​ທີ່​ຈຳ­ເປັນ​ເພື່ອ​ສ້າງ​ຜົນ​ປະ­ໂຫຍດ​ສູງ​ສຸດ ຄວາມ​ເຂົ້າ­ໃຈ​ຕໍ່​ສະ­ພາບ​ແວດ​ລ້ອມ ພາຍ­ຫຼັງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ ແລະ ມາດ​ຕະ­ການ​ສະ­ໜັບ­ສະ­ໜູນ​ທີ່​ຈຳ­ເປັນ​ຈາກ​ພາຍ​ໃນ ແລະ ສາ­ກົນ ລວມ​ທັງ​ແຜນ ການ​ໃນ­ຕໍ່­ໜ້າ ທີ່​ຂະ­ແໜງ­ການ​ກ່ຽວ­ຂ້ອງ ຕ້ອງ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ.

    ລັດ­ຖະ­ບານ​ລາວ ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ເລັ່ງ​ໃສ່​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ ແລະ ສ້າງ​ເງື່ອນ­ໄຂ​ໃຫ້­ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ​ໃນ​ອະ­ນາ­ຄົດ ໃນ​ປີ 2018 ລາວ​ສາ­ມາດ​ບັນ­ລຸ​ດັດ­ຊະ­ນີ​ຊັບ​ສິນ​ມະ­ນຸດ ແລະ ດັດ­ຊະ­ນີ​ຍອດ​ລວມ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ ແຕ່​ຍັງ​ບໍ່​ສາ­ມາດ​ບັນ­ລຸ​ເງື່ອນ­ໄຂ​ດັດ­ຊະ­ນີ​ຄວາມ​ບອບ​ບາງ​ດ້ານ​ເສດ­ຖະ­ກິດ ແລະ ຈະ​ຖືກ​ປະ​ເມີນ​ອີກ​ເປັນ​ຮອບ​ທີ 2 ໃນ​ປີ 2021 ຖ້າ ສປປ ລາວ ສາ­ມາດ​ຜ່ານ​ການ​ປະ​ເມີນ​ຢ່າງ​ໜ້ອຍ 2 ໃນ 3 ເງື່ອນ­ໄຂ​ອີກ​ຄັ້ງ ກໍ​ຈະ​ກ້າວ​ເຂົ້າ​ສູ່​ໄລ­ຍະ​ຂ້າມ​ຜ່ານ​ອີກ 3 ປີ ຈົນ​ເຖິງ​ປີ 2024 ຈຶ່ງ​ຈະ​ສາ­ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ເປັນ​ທາງ​ການ.

error: Content is protected !!