ຫວນຄືນມູນເຊື້ອວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ

    ກອງປະຊຸມປາຖະກະຖາ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ ຈັດຂຶ້ນວັນທີ 5 ສິງຫາ 2022 ຢູ່ສານປະຊາຊົນນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເລົ່າມູນເຊື້ອຂອງທ່ານ ຄໍາມີ ໄຊຍະວົງ ອະດີດປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ມີທ່ານນາງ ເກສອນ ພັນລັກ ປະທານສານປະຊາຊົນ ນວ ພ້ອມດ້ວຍພະນັກງານອາວຸໂສບໍານານ ຫົວໜ້າຫ້ອງການ ຫົວໜ້າຄະນະສານ-ຮອງຫົວໜ້າຄະນະສານ ຜູ້ພິພາກສາ ຜູ້ຊ່ວຍພິພາກສາ ແລະ ພະນັກງານວິຊາການເຂົ້າຮ່ວມ.

    ທ່ານ ຄໍາມີ ໄຊຍະວົງ ກ່າວວ່າ: ດັ່ງທີ່ຮູ້ແລ້ວວ່າ ວັນທີ 15 ສິງຫາ 1982 ຖືເປັນວັນສ້າງຕັ້ງສານປະຊາຊົນ ແຫ່ງ ສປປ ລາວ ເຊິ່ງປີ 2022 ນີ້ ໄດ້ໝູນວຽນມາຄົບຮອບ 40 ປີ (15 ສິງຫາ 1982-15 ສິງຫາ 2022) ບົນເສັ້ນທາງແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ແມ່ນໄດ້ຜ່ານຜ່າຄວາມຫຍຸ້ງຍາກ ສັບສົນ ລະອິດລະອ້ຽວ ແລະ ສິ່ງທົດສອບ ທ້າທາຍຫຼາຍປະການ ໃນການປະຕິບັດໜ້າທີ່ວຽກງານ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ເສດຖະກິດມີການຂະຫຍາຍຕົວ ສັງຄົມມີຄວາມສາມັກຄີປອງດອງ ແລະ ຍຸຕິທໍາ. ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດນີ້ ມື້ນີ້ ພວກເຮົາໄດ້ພ້ອມກັນທົບທວນຫວນຄືນເຖິງມູນເຊື້ອ ແລະ ຜົນງານການເຄື່ອນໄຫວຂອງສານປະຊາຊົນ ດັ່ງຄໍາເວົ້າທີ່ວ່າ: ມີອະດີດ ຈຶ່ງມີປັດຈຸບັນ ມີປັດຈຸບັນຈຶ່ງມີອະນາຄົດ ອະດີດແມ່ນໜ້າທີ່ຂອງພະນັກງານປະຕິວັດອາວຸໂສບໍານານ ເພິ່ນໄດ້ເຮັດສໍາເລັດຫຼ້ອນໜ້າທີ່ແລ້ວ ປັດຈຸບັນແມ່ນໜ້າທີ່ຂອງພວກເຮົາທຸກຄົນ ສ່ວນອະນາຄົດແມ່ນໜ້າທີ່ຂອງພວກລູກພວກຫຼານຮຸ່ນຕໍ່ໄປ ດັ່ງຄໍາຂວັນທີ່ວ່າ: ກິນເຂົ້າຢ່າລືມນາ ກິນປາຢ່າລືມນໍ້າ ກິນນໍ້າຢ່າລືມບໍ່ນໍ້າ.

    ຖືໂອກາດທີ່ມີຄວາມໝາຍສໍາຄັນປະຫວັດສາດ ວັນສ້າງຕັ້ງສານປະຊາຊົນຄົບຮອບ 40 ປີ ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ ສະພາແຫ່ງຊາດ ລັດຖະບານ ສະພາປະຊາຊົນຂັ້ນແຂວງ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ບັນດາປະເທດເພື່ອນມິດຍຸດທະສາດ ບັນດາປະເທດເພື່ອນມິດອົງການຈັດຕັ້ງສາກົນ ຕະຫຼອດຮອດບັນດາຂະແໜງການທີ່ກ່ຽວຂ້ອງ ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ເພີ່ມທະວີການຊີ້ນໍາ-ນໍາພາ ຕິດຕາມຊຸກຍູ້ ແລະ ໃຫ້ຄວາມຮ່ວມມືຊ່ວຍເຫຼືອສານປະຊາຊົນ ໃຫ້ສາມາດເຄື່ອນໄຫວປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິພາບສູງ ໃນຊຸມປີຕໍ່ໜ້າ ອວຍພອນການນໍາພັກ-ລັດ ບັນດາທ່ານທຸກພາກສ່ວນທີ່ເຂົ້າຮ່ວມຟັງປະຖະກະຖາຄັ້ງນີ້ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດທຸກໜ້າທີ່ວຽກງານ.

.

 # ຂ່າວ – ພາບ : ສີພອນ

error: Content is protected !!