ມາດຕະການລົງໂທດ ເພື່ອປົກປ້ອງສິດທິຂອງເດັກ

ໃນ​ບັນ­ຍາ­ກາດ​ວັນ​ເດັກ​ສາ­ກົນ ວັນ​ທີ 1 ມິ­ຖຸ­ນາ ທີ່​ຫາ​ກໍ​ຜ່ານ​ໄປ​ໃໝ່ໆ​ໝາດໆ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ຂ່າວ​ກ່ຽວ​ກັບ​ມາດ​ຕະ­ການ​ລົງ­ໂທດ​ສະ­ຖານ​ໜັກ ຕໍ່​ຜູ້​ໃຊ້​ຄວາມ​ຮຸນ​ແຮງ ຫຼື ລະ­ເມີດ​ສິດ­ທິ​ທາງ​ເພດ​ຂອງ​ເດັກ­ນ້ອຍ ໃນ​ບາງ​ປະ­ເທດ​ດັ່ງ​ລຸ່ມ​ນີ້.

ທີ່ ອິນ​ໂດ​ເນ​ເຊຍ: ລັດ​ຖະ​ສະ­ພາ​ອິນ​ໂດ​ເນ​ເຊຍ ໄດ້​ລົງ­ມະ­ຕິ​ດ້ວຍ​ຄະ­ແນນ​ສຽງ​ສ່ວນ​ຫຼາຍ ໃນ​ວັນ​ທີ 12 ເດືອນ ຕຸ­ລາ 2016 ເພື່ອ​ຮັບ­ຮອງ​ເອົາ​ກົດ­ໝາຍ​ສະ­ບັບ​ປັບ­ປຸງ ກ່ຽວ​ກັບ​ການ​ລົງ­ໂທດ​ຜູ້​ມີ​ຄວາມ​ຜິດ​ໃນ​ຄະ­ດີ​ອາ­ຍາ ວ່າ​ດ້ວຍ​ການ​ລ່ວງ​ລະ­ເມີດ​ທາງ​ເພດ​ຕໍ່​ເດັກ ກໍ​ຄື ອາ​ຊະ​ຍາ​ກຳ​ທາງ​ເພດ​ທີ່​ພົວ­ພັນ​ກັບ​ເດັກ ດ້ວຍ​ໂທດ​ຈຳ​ຄຸກ​ເປັນ​ເວ­ລາ 10 ປີ ເຖິງ​ໂທດ​ສູງ​ສຸດ ດ້ານ​ການ​ປະ­ຫານ​ຊີ­ວິດ ນອກ­ຈາກ​ນີ້ ກົດ­ໝາຍ​ຍັງ​ໃຫ້​ອຳ­ນາດ​ຜູ້​ພິ­ພາກ­ສາ​ຕົກ­ລົງ​ຝັງ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ ໄວ້​ໃນ​ຮ່າງ­ກາຍ​ຂອງ​ຜູ້​ກະ­ທຳ​ຜິດ ພາຍ­ຫຼັງ​ຜູ້­ກ່ຽວ​ພົ້ນ​ໂທດ​ແລ້ວ ທັງ​ນີ້​ກໍ​ເພື່ອ​ຕິດ­ຕາມ​ຜູ້­ກ່ຽວ​ບໍ່​ໃຫ້​ສືບ­ຕໍ່​ກໍ່​ອາ​ຊະ​ຍາ​ກຳ​ອີກ ນີ້​ຄື​ມາດ​ຕະ­ການ​ຕໍ່​ຜູ້​ທີ່​ມີ​ການ​ກະ­ທຳ​ຜິດ​ແບບ​ຊ້ຳ​ຊ້ອນ ແຕ່​ຖ້າ​ສຳ­ລັບ​ຜູ້​ກະ­ທຳ​ຜິດ​ເປັນ​ອາ​ຈິນ ແລະ ຮ້າຍ​ແຮງ​ນັ້ນ ຜູ້​ພິ­ພາກ­ສາ​ກໍ​ຈະ​ສັ່ງ​ໃຫ້​ສີດ​ສານ​ເຄ​ມີ ໃຫ້​ຜູ້­ກ່ຽວ​ຫຼຸດ​ສະ­ມັດ­ຖະ­ພາບ​ທາງ​ເພດ (ຫຼຸດ​ຄວາມ​ຄຽດ​ລົງ ຫຼື ໃຫ້​ກາຍ­ເປັນ​ໝັນ​ຕະ­ຫຼອດ​ຊີ­ວິດ ການ​ປັບ­ປຸງ​ກົດ­ໝາຍ​ສະ­ບັບ​ນີ້​ມີ​ຂຶ້ນ​ຢ່າງ​ຈິງ​ຈັງ ເມື່ອ​ເກີດ​ມີ​ຄະ­ດີ​ກຸ່ມ​ຜູ້​ຊາຍ​ກວ່າ 10 ຄົນ ລັກ​ພາ​ຕົວ​ເດັກ​ຍິງ​ອາ­ຍຸ 14 ປີ ໄປ​ຂົ່ມ­ຂືນ​ແບບ​ປ່ຽນ​ຖ້ຽວ (ລຽນ​ຄິວ) ແລ້ວ​ຂ້າ​ນາງ​ນ້ອຍ​ຖິ້ມ ເຫດ­ການ​ນີ້​ເກີດ​ຂຶ້ນ​ໃນ​ເດືອນ​ພຶດ­ສະ­ພາ 2016 ຢູ່​ເກາະ​ຊູ​ມາ​ຕຼາ.

ທີ່ ສປ ຈີນ: ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ ສະ­ບັບ 603 ປະ­ຈຳ​ອາ­ທິດ​ຕົ້ນ​ເດືອນ​ສິງ­ຫາ 2019 ໃຫ້​ຮູ້​ວ່າ ສປ ຈີນ ໄດ້​ສຳ­ເລັດ​ການ​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົງ­ໂທດ​ຂັ້ນ​ປະ­ຫານ​ຊີ­ວິດ ຕໍ່​ນັກ­ໂທດ​ຄະ­ດີ​ຂົ່ມ­ຂືນ​ເດັກ ສານ​ປະ­ຊາ­ຊົນ​ສູງ​ສຸດ​ຂອງ​ຈີນ ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ກົດ­ໝາຍ​ສະ­ບັບ​ນີ້​ວ່າ ບຸກ­ຄົນ​ທີ່​ຂົ່ມ­ຂືນ​ເດັກ­ນ້ອຍ​ນັ້ນ ແມ່ນ​ຜູ້​ທີ່​ມີ​ສັນ­ດານ​ຊົ່ວ​ຮ້າຍ​ສຸດ​ຂີດ ອາ​ຊະ​ຍາ​ກຳ​ທີ່​ຜູ້­ກ່ຽວ​ກໍ່​ຂຶ້ນ​ນັ້ນ ສົ່ງ​ຜົນ​ສະ­ທ້ອນ​ທີ່​ໜັກ­ໜ່ວງ​ຮ້າຍ​ແຮງ​ຕໍ່​ສຸ­ຂະ­ພາບ​ທາງ​ກາຍ ແລະ ທາງ​ດ້ານ​ຈິດ­ໃຈ​ຂອງ​ເດັກ­ນ້ອຍ​ທີ່​ຕ້ອງ​ເປັນ​ເຫຍື່ອ ທັງ​ເປັນ​ການ​ລະ­ເມີດ​ຫຼັກ​ຈາ​ລິ​ຍະ​ທຳ​ທາງ​ສັງ­ຄົມ ແລະ ສິ­ລະ​ທຳ ດັ່ງ­ນັ້ນ ຈຶ່ງ​ສົມ­ຄວນ​ຖືກ​ຕັດ­ສິນ​ປະ­ຫານ​ຊີ­ວິດ ໂດຍ​ບໍ່​ມີ​ການ​ຜ່ອນ­ຜັນ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ນັບ​ແຕ່​ປີ 2017 ເຖິງ​ເດືອນ​ມິ­ຖຸ­ນາ ປີ 2019 ບັນ­ດາ​ຫ້ອງ­ການ​ສານ​ທົ່ວ​ປະ­ເທດ​ຈີນ ໄດ້​ຕັດ­ສິນ​ຄະ­ດີ​ລ່ວງ​ລະ­ເມີດ​ທາງ​ເພດ​ຕໍ່​ເດັກ­ນ້ອຍ ຈຳ­ນວນ​ທັງ​ໝົດ 8.332 ຄະ­ດີ ແລະ ວ່າ​ຄະ­ດີ​ລັກ­ສະ­ນະ​ນີ້​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ໃນ​ຈີນ ຍ້ອນ​ປະ­ຊາ­ຊົນ​ເລີ່ມ​ມີ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ຄວາມ​ສຳ­ຄັນ​ຂອງ​ການ​ປົກ​ປ້ອງ​ສິດ­ທິ​ຂອງ​ເດັກ­ນ້ອຍ.

ທີ່ ສະ­ຫະ­ລັດ​ອາ​ເມ​ຣິ​ກາ: ແຫຼ່ງ​ຂ່າວ​ຕ່າງ­ປະ­ເທດ​ຈາກ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ໃຫ້​ຮູ້​ໃນ​ທ້າຍ​ເດືອນ​ມິ­ຖຸ­ນາ 2019 ວ່າ: ອະ​ລາ​ບາ​ມາ ຊຶ່ງ​ເປັນ​ລັດ​ໜຶ່ງ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ປະ­ກາດ​ໃຊ້​ກົດ­ໝາຍ​ລົງ­ໂທດ​ນັກ­ໂທດ​ຄະ­ດີ​ຂົ່ມ­ຂືນ​ເດັກ­ນ້ອຍ ອາ­ຍຸ​ຕ່ຳ​ກວ່າ 13 ປີ ດ້ວຍ​ການ​ຕອນ​ດ້ວຍ​ສານ​ເຄ​ມີ​ຕໍ່​ຜູ້​ກະ­ທຳ​ຜິດ ກ່ອນ​ປ່ອຍ​ຜູ້­ກ່ຽວ​ອອກ​ຈາກ​ຄຸກ ທັງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ຜູ້­ກ່ຽວ​ສືບ­ຕໍ່​ກໍ່​ອາ​ຊະ​ຍາ​ກຳ​ຕໍ່​ເດັກ​ແບບ​ຊ້ຳ​ຮອຍ​ອີກ ແຕ່​ການ​ຕອນ​ດ້ວຍ​ການ​ສີດ​ສານ​ເຄ​ມີ​ໃຫ້​ໝົດ​ຄວາມ​ຕ້ອງ­ການ​ທາງ​ເພດ​ນັ້ນ ແມ່ນ​ສານ​ເປັນ​ຜູ້​ມີ​ສິດ​ຕັດ­ສິນ ນອກ­ຈາກ​ລັດ​ອະ​ລາ​ບາ​ມາ​ແລ້ວ ການ​ລົງ­ໂທດ​ລັກ­ສະ­ນະ​ນີ້​ຕໍ່​ຜູ້​ຕິດ​ຄະ­ດີ​ລ່ວງ​ລະ­ເມີດ​ທາງ​ເພດ​ຕໍ່​ເດັກ ກໍ​ຍັງ​ໄດ້​ຮັບ​ການ​ປະ­ຕິ­ບັດ​ຢູ່​ອີກ 6 ລັດ ແລະ ເຂດ ຄື: ກາ­ລີ​ຟໍ​ເນຍ ຟະ​ລໍ​ຣິ​ດາ ຫຼຸຍ​ເຊຍ​ນາ ມອນ​ຕາ­ນາ ວິດ​ສະ​ຄອນ​ຊິນ ແລະ ເກາະ​ກວມ.

error: Content is protected !!