ລາວໄດ້ຮັບທຶນປັບປຸງ ການເຂົ້າເຖິງການບໍລິການສຸຂະພາບ

    ວັນ​ທີ 12 ມີ­ນາ 2020 ທີ່​ວໍ​ຊີງ​ຕັນ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ສະ­ພາ​ບໍ­ລິ­ຫານ​ຂອງ​ທະ­ນາ­ຄານ​ໂລກ ໄດ້​ອະ­ນຸ­ມັດ​ເງິນ 23 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 200 ຕື້​ກີບ ໃຫ້​ລັດ­ຖະ­ບານ​ລາວ ເພື່ອ​ດຳ­ເນີນ​ໂຄງ­ການ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ສຸ­ຂະ­ພາບ ແລະ ໂພ­ຊະ​ນາ​ການ (HANSA) ແນ­ໃສ່​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ລະ­ບົບ​ສາ­ທາ­ລະ­ນະ​ສຸກ​ຂອງ​ລາວ ແລະ ປັບ­ປຸງ​ຄຸນ​ນະ​ພາບ ແລະ ການ​ປົກ​ຄຸມ​ຂອງ​ບໍ­ລິ­ການ​ສາ­ທາ­ລະ­ນະ​ສຸກ ໂດຍ​ການ​ສະ­ໜອງ​ທຶນ​ໃຫ້​ພະ​ແນກ​ສາ​ທາ​ແຕ່​ລະ​ຂັ້ນ ແລະ ກົມ​ວິ­ຊາ​ການ​ຕ່າງໆ​ໃນ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເຊິ່ງ​ການ​ສະ­ໜອງ​ທຶນ​ແມ່ນ​ອີງ­ໃສ່​ຜົນ­ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທີ່​ຜ່ານ​ການ​ກວດ­ກາ​ສົມ​ທຽບ­ໃສ່​ມາດ­ຕະ­ຖານ​ທີ່​ກະ­ຊວງ​ສາ​ທາ​ວາງ​ອອກ.

    ໂຄງ­ການ​ນີ້​ຈະ​ເພີ່ມ​ຄວາມ​ຍືນ​ຍົງ​ບັນ­ດາ​ແຜນ​ງານ​ສາ­ທາ­ລະ­ນະ​ສຸກ ເຊິ່ງ​ລວມ​ທັງ​ວຽກ​ງານ​ສຸ­ຂະ­ພາບ​ແມ່ ແລະ ເດັກ ການ​ສັກ​ຢາ​ກັນ​ພະ­ຍາດ​ວັນ­ນະ​ໂຣກ ແລະ ການ​ປ້ອງ​ກັນ​ເຊື້ອ​ເຮ​ສ​ໄອ​ວີ ໂດຍ​ສະ­ເພາະ ແນ­ໃສ່​ການ​ຫຼຸດ­ຜ່ອນ​ການ​ຂາດ​ສານ​ອາ­ຫານ​ຢູ່​ໃນ​ບັນ­ດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ໃນ​ບັນ­ດາ​ຕົວ​ຊີ້​ບອກ​ດ້ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕ່າງໆ​ຂອງ​ໂຄງ­ການ HANSA ແມ່ນ​ກ່ຽວ​ກັບ​ການ​ໃຫ້​ມີ​ຢາ ແລະ ເຄື່ອງ­ໃຊ້​ພື້່ນ​ຖານ​ພຽງ­ພໍ ແລະ ການ​ບັນ­ຈຸ​ພະ­ນັກ­ງານ​ແພດ​ຢູ່​ບັນ­ດາ​ສຸກ­ສາ­ລາ ພ້ອມ​ທັງ​ແມ່ ແລະ ເດັກ­ນ້ອຍ​ຈຳ­ນວນ​ຫຼາຍ ໃຫ້​ໄດ້​ຮັບ​ການ​ບໍ­ລິ­ການ​ຮັກ­ສາ​ສຸ­ຂະ­ພາບ​ທີ່​ມີ​ຄຸນ​ນະ​ພາບ ໃນ​ສະ­ຖານ­ທີ່​ໃຫ້​ບໍ­ລິ­ການ​ສາ­ທາ­ລະ­ນະ​ສຸກ​ຂອງ​ລັດ.

    ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ​ປະ­ຈຳ​ລາວ ໄດ້​ກ່າວ​ວ່າ: ອັດ­ຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກ ແລະ ການ​ຂາດ​ສານ​ອາ­ຫານ​ຊຳ​ເຮື້ອ​ຂອງ​ລາວ ຍັງ​ຢູ່​ໃນ​ລະ­ດັບ​ສູງ​ສູດ​ໃນ​ບັນ­ດາ​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ແລະ ປາ​ຊີ​ຟິກ ໂດຍ​ຜ່ານ​ໂຄງ­ການ​ນີ້​ທະ­ນາ­ຄານ​ໂລກ ແລະ ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ປັບ­ປຸງ​ສາ­ທາ­ລະ­ນະ​ສຸກ​ຂັ້ນ​ພື້ນ­ຖານ​ສຳ­ລັບ​ແມ່­ຍິງ ແລະ ເດັກ ເຊິ່ງ​ຈະ​ເປັນ​ການ​ຊ່ວຍ​ຍົກ​ລະ­ດັບ​ມາດ­ຕະ­ຖານ​ການ​ດຳ­ລົງ​ຊີ­ວິດ ແລະ ຕັດ​ວົງ​ຈອນ​ຄວາມ­ທຸກ​ຍາກ ປະ­ມານ 33% ຂອງ​ເດັກ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 5 ປີ ຢູ່​ລາວ​ແມ່ນ​ຂາດ​ສານ​ອາ­ຫານ​ຊຳ​ເຮື້ອ ການ​ຂາດ​ສານ​ອາ­ຫານ​ໃນ​ລະ­ດັບ​ສູງ​ທີ່​ມີ​ຢູ່​ໃນ​ໄວ​ເດັກ ໝາຍ​ເຖິງ​ການ​ສູນ​ເສຍ​ຄວາມ​ອາດ​ສາ­ມາດ​ບົ່ມ​ຊ້ອນ​ຂອງ​ປະ​ຊົນ ແລະ ເສດ­ຖະ­ກິດ ສຳ­ລັບ​ປະ­ເທດ ໂຄງ­ການ​ດັ່ງ­ກ່າວ​ສະ­ໜັບ­ສະ­ໜູນ​ວິ­ທີ​ການ​ເຮັດ​ວຽກ​ແບບ​ເປັນ​ໜຶ່ງ​ດຽວ​ຂອງ​ຫຼາຍ​ຂະ­ແໜງ­ການ ດ້ານ​ໂພ­ຊະ​ນາ​ການ​ໄດ້​ເລີ່ມ​ໃນ​ເດືອນ​ພະ­ຈິກ 2019 ໂດຍ​ລັດ­ຖະ­ບານ ແຫ່ງ ສປປ ລາວ ເພື່ອ​ຫຼຸດ­ຜ່ອນ​ສະ­ພາບ​ການ​ຂາດ​ສານ​ອາ­ຫານ​ໃນ 4 ແຂວງ​ພາກ​ເໜືອ​ຄື: ແຂວງ​ອຸ­ດົມ​ໄຊ ຜົ້ງ​ສາ­ລີ ຫົວ­ພັນ ແລະ ແຂວງ​ຊຽງ​ຂວາງ ໂຄງ­ການ​ໃໝ່​ນີ້​ຍັງ​ຈະ​ປັບ­ປຸງ​ການ​ກວດ​ພົບ ແລະ ປິ່ນ­ປົວ​ວັນ­ນະ​ໂຣກ ແລະ ເພີ່ມ​ການ​ປົກ​ຄຸມ​ຂອງ​ການ​ກວດ​ຫາ​ເຊື້ອ​ເຮ​ສ​ໄອ​ວີ​ໃນ​ບັນ­ດາ​ປະ­ຊາ­ກອນ ແລະ ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ ໂດຍ​ຜ່ານ​ການ​ໃຫ້​ບໍ­ລິ­ການ​ສຸ­ຂະ­ພາບ​ແບບ​ເຊື່ອມ​ສານ​ຫຼາຍ​ກວ່າ​ເກົ່າ.

error: Content is protected !!