ໄຂຮ້ານສະດວກຊື້ BigTree ແລະ ຮ້ານກາເຟ Treekoff ສາຂາໜອງໜ່ຽງ

    ບໍລິສັດ ບິກທຣີ ການຄ້າ ຈໍາກັດ ເປີດຮ້ານສະດວກຊື້ BigTree ແລະ ຮ້ານກາເຟ Treekoff ສາຂາໜອງໜ່ຽງ (ສາຂາທີ 8) ຂຶ້ນວັນທີ 29 ກໍລະກົດ 2022 ຢູ່ຮ້ານດັ່ງກ່າວ (ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ທິນນະກອນ ເພັດຄໍາພູ ປະທານບໍລິສັດ ບິກທຣີ ການຄ້າ ຈໍາກັດ ທ່ານ ເອກກະສິດ ວິລະດາ ຜູ້ອໍານວຍການບໍລິສັດ ບິກທຣີ ການຄ້າ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ບິກທຣີ ເປັນບໍລິສັດທີ່ດໍາເນີນທຸລະກິດກ່ຽວກັບຮ້ານສະດວກຊື້ ທີ່ໃສ່ຊື່ວ່າ: “BigTree” ມີສິນຄ້າຫຼາຍປະເພດ ທັງບໍລິໂພກ ແລະ ອຸປະໂພກ ໃນເຄືອຂອງບໍລິສັດ ຍັງມີກາເຟ Treekoff ແລະ ບໍລິສັດ CT pharmacy ເປັນຮຸ້ນສ່ວນກິດຈະການ ເຊິ່ງມີສະຖານທີ່ຕັ້ງຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ຮ້ານສະດວກຊື້ບິກທຣີ ຖືກໍາເນີດທີ່ປະເທດລາວ ໂດຍມີຜູ້ຖືຮຸ້ນກິດຈະການເປັນຄົນລາວ 6 ຄົນ ໄດ້ເປີດບໍລິສັດວັນທີ 19 ກໍລະກົດ 2021 ສາຂາທໍາອິດຢູ່ບ້ານໂພນທັນ ເມືອງໄຊເສດຖາ ບໍລິສັດ ບິກທຣີ ການຄ້າ ຈໍາກັດ ໄດ້ດໍາເນີນການຂະຫຍາຍສາຂາແຟຣນໄຊສ໌ ທັງຮ້ານ BigTree ແລະ Treekoff ເຊິ່ງເປີດຮັບຕົວແທນແຟຣນໄຊສ໌ ທົ່ວນະຄອນຫຼວງວຽງຈັນ ປັດຈຸບັນ ບໍລິສັດ ບິກທຣີ ການຄ້າ ຈໍາກັດ ມີ 8 ສາຂາ ໂດຍມີ 3 ສາຂາຫຼັກ ຄື: ສາຂາໂພນທັນ ສາຂາສາຍລົມ ແລະ ສາຂາເມືອງນ້ອຍຊຽງດາ ແລະ 5 ສາຂາແຟຣນໄຊສ໌ ຄື: ສາຂາຕະຫຼາດເຂດດົງໂດກ ສາຂາທົ່ງສ້າງນາ ສາຂາດອນກອຍ ສາຂາອາມອນ ແລະ ສາຂາໜອງໜ່ຽງ.

    ສໍາລັບເງື່ອນໄຂຂອງການເປີດແຟຣນໄຊສ໌ ລູກຄ້າຕ້ອງມີສະຖານທີ່ເປັນຂອງຕົນເອງ ສະຖານທີ່ຕ້ອງເໝາະສົມໃນການດໍາເນີນກິດຈະການ ຄ່າທໍານຽມແຟຣນໄຊສ໌ 20 ລ້ານກີບຕໍ່ສັນຍາ ຄ່າມັດຈໍາສິນຄ້າເລີ່ມຕົ້ນ 400.000 ບາດ ສ່ວນບໍລິສັດຈະສະໜອງສິນຄ້າໃຫ້ລູກຄ້າຕະຫຼອດອາຍຸສັນຍາ 5 ປີ ມີລະບົບທີ່ທັນສະໄໝ ລະບົບການຕິດຕາມຍອດຂາຍໃນແຕ່ລະວັນຜ່ານມືຖື ລະບົບການສະແກນເຂົ້າ-ອອກຂອງພະນັກ ງານ ເພື່ອໃຫ້ເຈົ້າຂອງຮ້ານຕິດຕາມທຸກວັນ ລະບົບກວດສອບສິນຄ້າໃນສາງ ລະບົບລະບາຍສິນຄ້າໃຫ້ອອກຈາກຄັງ ດ້ວຍການຖ່າຍໂອນສິນຄ້າໄປສາຂາອື່ນທີ່ຂາຍດີກວ່າ ລະບົບແອັບສໍາລັບສັ່ງສິນຄ້າອອນລາຍ ພ້ອມບໍລິການຈັດສົ່ງເຖິງທີ່ ນອກນີ້ຍັງຊ່ວຍສະໜັບສະໜູນການຕະຫຼາດ ເຊັ່ນ: ການຈັດກິດຈະກໍາສົ່ງເສີມການຂາຍ (ໂປຣໂມຊັນ) ການໂຄສະນາຕ່າງໆຕະຫຼອດອາຍຸສັນຍາ. 

# ຂ່າວ – ພາບ: ສະບາໄພ

error: Content is protected !!