ສີສັດຕະນາກ ທຳລາຍແຫ່ງເພາະພັນຍຸງລາຍ

    ເພື່ອເປັນການທຳລາຍແຫຼ່ງ ເພາະພັນຂອງໜອນນຳ້ຍຸງລາຍ ປະຊາຊົນ ພ້ອມດ້ວຍອຳນາດການ ປົກຄອງທຸກຂັ້ນ ວັນທີ 30 ກໍລະ ກົດ 2022 ອຳນາດການປົກຄອງບ້ານໂພນປາເປົ້າ ເມືອງສີສັດຕະນາກ ຈຶ່ງໄດ້ສ້າງຂະບວນການອະນາໄມທຳລາຍແຫ່ງເພາະພັນໜອນນໍ້າຍຸງລາຍ ຂຶ້ນອຳນາດການປົກຄອງບ້ານ ທີ່ບ້ານໂພນປາເປົ້າ ເມືອງສີສັດນະຄອນຫຼວງວຽງຈັນ ໂດຍການລົງຕິດຕາມ ຊຸກຍູ້ຂອງທ່ານ  ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍບັນດາເລຂາພັກ, ຄະນະພັກເມືອງ, ເຈົ້າເມືອງ, ຫົວໜ້າກົມ ຫົວໜ້າສູນ ກໍໄດ້ເຂົ້າຮ່ວມ.

   ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ຂໍຄວາມຮ່ວມມືທຸກພາກສ່ວນ ຊ່ວຍເປັນເຈົ້າການໃນການຊີ້ນຳ ນຳພາໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ ໃນການປະຕິບັດຫຼັກການ 5 ປ, ສ້າງຂະບວນການອະນາໄມ ພ້ອມທັງທໍາລາຍແຫຼ່ງແຜ່ພັນຍຸງລາຍທຸກໆອາທິດ ແລະ ສໍາຄັນ ຖ້າມີຄົນເປັນໄຂ້ ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ຊື້ຢາມາກິນເອງ ຫຼື ໄປກວດຢູ່ຄລີນິກ ຫຼື ໃສ່ນໍາທະເລຢູ່ເຮືອນເດັດຂາດ ເພາະອາດຈະມີອາການສົນ ແລະ ພາໃຫ້ເສຍຊີວິດໄດ້.

error: Content is protected !!