
ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ສ້າງຂະບວນການອອກແຮງງານວັນເສົາແດງ ຂຶ້ນວັນທີ 14 ມີນາ 2020 ໂດຍການຕິດຕາມຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ມີພະນັກງານເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ສົມບູນ ອາຄະວົງສາ ຮອງຫົວໜ້າຫ້ອງການ ຄບຕ ໃຫ້ສຳພາດວ່າ: ເພື່ອກະກຽມສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ຂອງຊາດ ໂດຍສະເພາະ ວັນສ້າງຕັ້ງພັກ ຄົບຮອບ 65 ປີ ໃຫ້ເປັນຂະບວນຟົດຟື້ນ ຫ້ອງການ ຄບຕ ໄດ້ສ້າງຂະບວນການອອກແຮງງານທຸກວັນເສົາ ເຊິ່ງການສ້າງຂະບວນຄັ້ງນີ້ໄດ້ອະນາໄມຢູ່ຖະໜົນ 23 ສິງຫາ ເລີ່ມແຕ່ປະຕູໄຊ-ໄຟອຳນາດໜອງບອນ ໂດຍໄດ້ປັດກວາດ ເກັບມ້ຽນຂີ້ເຫຍື້ອ ດູດຝຸ່ນ ແລະ ລ້າງທາງ ແນໃສ່ເຮັດໃຫ້ຖະໜົນດັ່ງກ່າວມີຄວາມສະອາດຈົບງາມ.
ໂອກາດນີ້ ທ່ານ ພູຂົງ ບັນນະວົງ ແລະ ທ່ານ ສົມບູນ ອາຄະວົງສາ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍ ຂະບວນການອອກແຮງງານຂອງຊາວໜຸ່ມ ພະແນກການ ອົງການທຽບເທົ່າອ້ອມຂ້າງ ນວ ແລະ ປະຊາຊົນ ຢູ່ຕາມເສັ້ນທາງ 450 ປີ ອົງການປົກຄອງເມືອງຈັນທະບູລີ ຢູ່ເຂດພັດທະນາບ້ານໜອງທາ ແລະ ຕິດຕາມການລວງຄອງລະບາຍນ້ຳເອົາຜັກຕົບອອກຢູ່ສາຍນ້ຳຮ່ອງແຊງ ຕື່ມອີກ.