ນັກທຸລະກິດໜຸ່ມ ສສ ຫວຽດນາມ ມີຄວາມສົນໃຈຢາກລົງທຶນຫຼາຍໂຄງການຢູ່ ນວ

    ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສະມາຄົມນັກທຸລະກິດເຊື້ອສາຍຫວຽດນາມ ຢູ່ ສປປ ລາວ ແລະ ສະມາຄົມນັກທຸລະກິດໜຸ່ມນະຄອນດານັງ ສສ ຫວຽດນາມ ນຳໂດຍທ່ານນາງ ຫງວຽນ ທິເກິ໋ມ ເວີນ ຮອງປະທານຜູ້ປະຈຳການສະມາຄົມນັກທຸລະກິດໜຸ່ມນະຄອນດານັງ ສສ ຫວຽດນາມ ໃນວັນທີ 26 ກໍລະກົດ 2022 ຢູ່ທີ່ຫ້ອງວ່າການປົກຄອງ ນວ ໂດຍມີຈຸດປະສົງເພື່ອຂໍແລກປ່ຽນຮັບຟັງນະໂຍບາຍເພື່ອສົ່ງເສີມການລົງທຶນ ແລະ ສຶກສາຄວາມເປັນໄປໄດ້ບາງໂຄງການຕາມທິດທາງສົ່ງເສີມການລົງທຶນຂອງ ນວ.

    ໃນໂອກາດນີ້ ທ່ານ ພູຂົງ ບັນນະວົງ ໃຫ້ການຕ້ອນຮັບ ແລະ ກ່າວຍິນດີໃຫ້ຄວາມຮ່ວມມືຊ່ວຍເຫຼືອໃນການອຳນວຍຄວາມສະດວກເພື່ອເຮັດໃຫ້ມີການຮ່ວມມືລົງທຶນຮ່ວມກັນ ບໍ່ວ່າຈະເປັນທາງດ້ານນິຕິກຳ ລະບຽບການ ຂໍ້ມູນຂ່າວສານ ການພົວພັນປະສານງານລາຍລະອຽດຕ່າງໆທີ່ຈະສ້າງໄດ້ຄວາມສະດວກ ແລະ ດຶງດູດການເຂົ້າມາລົງທຶນຢູໃນ ນວ ຂອງຄະນະສະມາຄົມ ເຊິ່ງເວົ້າລວມແລ້ວ ສອງປະເທດລາວ-ຫວຽດນາມ ເປັນບ້ານພີ່ເມືອງນ້ອງທີ່ມີຄວາມສາມັກຄີແບບພິເສດຮອບດ້ານມາແຕ່ດົນນານ ແລະ ລາວເຮົາ ກໍຖືເອົາ ສສ ຫວຽດນາມ ເປັນປະເທດທີ່ມີຄວາມສາມັກຄີຮັກແພງສະໜິດແໜ້ນ ດັ່ງນັ້ນ ນວ ແມ່ນມີຄວາມຍິນດີຢ່າງຍິ່ງ ທີ່ຈະຕ້ອນຮັບເອົານັກທຸລະກິດຂອງ ສສ ຫວຽດນາມ ເຂົ້າມາລົງທຶນດຳເນີນທຸລະກິດຮ່ວມກັນ ເພື່ອສ້າງໃຫ້ມີການຮ່ວມມືການຄ້າການລົງທຶນກັນໃຫ້ນັບມືນັບຫຼາຍຂຶ້ນເລື້ອຍໆ.

    ທ່ານນາງ ຫງວຽນ ທິເກິ໋ມ ເວີນ ໄດ້ກ່າວຂອບໃຈຕໍ່ການຕ້ອນຮັບ ເຊິ່ງການພົບປະຄັ້ງນີ້ ແມ່ນເປັນໂອກາດອັນດີ ແລະ ເຮັດໃຫ້ທາງຄະນະສະມາຄົມຂອງພວກເຮົາໄດ້ຮັບຮູ້ຂໍ້ມູນທີ່ເປັນປະໂຫຍດຫຼາຍໃນການລົງທຶນ ແລະ ເຮັດໃຫ້ເກີດມີຄວາມສົນໃຈລົງທຶນໃນຫຼາຍດ້ານ ພ້ອມທັງຈະນຳເອົາຂໍ້ມູນດັ່ງກ່າວໄປຜັນຂະຫຍາຍ ແລະ ໂຄສະນາຕໍ່ ເພື່ອຈະເຮັດໃຫ້ນັກທຸລະກິດ ສສ ຫວຽດນາມ ເຂົ້າໃຈ ແລະ ເຂົ້າມາລົງທຶນຮ່ວມກັນໃຫ້ຫຼາຍກວ່າເກົ່າ ເພື່ອເຮັດໃຫ້ສອງປະເທດມີການຄ້າ ການລົງທຶນ ແລະ ມີການພົວພັນຮ່ວມມືກັນແບບເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.

    ການເຂົ້າຢ້ຽມຄໍານັບຄັ້ງນີ້ ທັງສອງຝ່າຍໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ເພື່ອເປັນບົດຮຽນໃນການລົງທຶນດຳເນີນທຸລະກິດ ແລະ ຮ່ວມມືກັນໃນຫຼາຍດ້ານ ພ້ອມດຽວກັນນັ້ນ ຄະນະສະມາຄົມ ນັກທຸລະກິດເຊື້ອສາຍຫວຽດນາມ ຢູ່ ສປປ ລາວ ແລະ ສະມາຄົມນັກທຸລະກິດໜຸ່ມນະຄອນດານັງ ໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງແຜນຜັງພັດທະນາຂອງ ນວ ເພື່ອສຶກສາຂໍ້ມູນພູມມິສັນຖານ ແລະ ສະຖານທີ່ຕ່າງໆເພື່ອເປັນແນວທາງໃນການລົງທຶນອີກດ້ວຍ.

.

 # ຂ່າວ – ພາບ ອົ່ນ ໄຟສົມທອງ

error: Content is protected !!