ຮຽກຮ້ອງທຸກພາກສ່ວນ ຍົກສູງຄວາມຮັບຜິດຊອບຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ

    ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ອ່ານສານລະນຶກວັນດັ່ງກ່າວ ວັນທີ 27 ກໍລະກົດ 2022 ທີ່ກະຊວງປ້ອງກັນຄວາມສະຫງົບວ່າ: ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດເປັນອາຊະຍາກຳທີ່ຮ້າຍແຮງ ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ ຊີວິດ ກຽດສັກສີ ຈິດໃຈຂອງຜູ້ຖືກເຄາະຮ້າຍ ຕໍ່ຄອບຄົວ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ ສປປ ລາວ ກໍເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານການສ້າງສາພັດທະນາຂອງປະເທດຊາດ ຜ່ານມາ ພວກຄ້າມະນຸດມີການເຄື່ອນໄຫວຊອກຫາ ເຄື່ອນຍ້າຍ ຂົນສົ່ງ ໃຫ້ບ່ອນພັກເຊົາ ລີ້ຊ່ອນ ຕົວະຍົວະຫຼອກລວງ ການໃຫ້ຖືພາບໍ່ຖືກຕ້ອງ ການຄ້າໂສເພນີ ການບັງຄັບໃຫ້ເປັນໂສເພນີ ການຂູດຮີດແຮງງານ ການເຜີຍແຜ່ສິ່ງລາມົກຜ່ານສື່ສັງຄົມອອນລາຍ ເຊິ່ງໄດ້ຂັດກັບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ ບັນຫາທີ່ໜ້າເປັນຫ່ວງທີ່ສຸດ ພົນລະເມືອງລາວຈຳນວນບໍ່ໜ້ອຍ ຖືກນາຍໜ້າຕົວະຍົວະຫຼອກລວງໄປອອກແຮງງານແລ້ວຖືກຂູດຮີດແຮງງານຢູ່ບາງພື້ນທີ່ຫຼໍ່ແຫຼມ ແລະ ປະເທດເພື່ອນບ້ານ ໄດ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈຳນວນຫຼາຍ.

    ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ ລັດຖະບານຈຶ່ງໄດ້ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນ ໄດ້ເອົາໃຈໃສ່ໃນການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບ ມີຄວາມເຂັ້ມແຂງນັບທັງສູນກາງ ລົງຮອດທ້ອງຖິ່ນ ສ້າງ ປັບປຸງບັນດາຄູ່ມື ນິຕິກຳທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອລະກ້າວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ເຮັດວຽກຕົວຈິງ ເປັນຕົ້ນ ການເຝິກອົບຮົມວຽກງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງນັບແຕ່ສູນກາງແລະ ທ້ອງຖິ່ນ ສະໜອງງົບປະມານ ເອົາໃຈໃສໂຄສະນາປູກຈິດສຳນຶກໃຫ້ແກ່ສັງຄົມດ້ວຍເຜີຍແຜ່ສື່ສົ່ງໂຄສະນາລະຄອນ ບົດເພງ ຜ່ານທາງສັງຄົມອອນລາຍ ວິທະຍຸ ໂທລະພາບ ໜັງສືພິມ ແລະ ອື່ນໆ ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ ພ້ອມທັງເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ມາຈາກຕ່າງປະເທດ ພ້ອມນັ້ນ ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດກັບບັນດາປະເທດເພື່ອນມິດ ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຕະຫຼອດມາ.

   ໂອກາດນີ້ ຕາງໜ້າລັດຖະບານ ສປປ ລາວ ຂໍຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການການຄ້າມະນຸດລະດັບຊາດ ແຂວງ ນະຄອນຫຼວງ ເມືອງ ນະຄອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນລາວທຸກບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດເພື່ອນມິດ ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ ອົງການບໍ່ສັງກັດລັດຖະບານ ບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນລັດຖະບານ ແລະ ປະຊາຊົນເຂົ້າໃນວຽກງານຕ້ານການຄ້າມະນຸດໄດ້ຮັບຜົນດີຕະຫຼອດມາ.

    ການຄ້າມະນຸດເປັນບັນຫາລວມຂອງຊາດ ແລະ ຂອງສາກົນ ດັ່ງນັ້ນ ອີກເທື່ອໜຶ່ງ ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ 2022 ໃນນາມລັດຖະບານ ຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ-ລັດ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ເອກະຊົນ ປະຊາຊົນໃນ ສປປ ລາວ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕຳານການຄ້າມະນຸດ ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າຢູ່ສູນກາງ ແລະ ທ້ອງຖິ່ນ ຮາກຖານບ້ານປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດມີສະຕິປ້ອງກັນຕົວເອງ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດໃຫ້ຫຼາຍຂຶ້ນ ພ້ອມນັ້ນ ຕ້ອງເພີ່ມທະວີວຽກງານກວດກາ ຕິດຕາມ ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ ກຸ່ມສ່ຽງຢູ່ພື້ນທີ່ຫຼໍ່ແຫຼມ ເຂດອຸດສະຫະກໍາ ກະສິກໍາ ບໍລິການບັນເທິງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ແຮງງານເປັນຈໍານວນຫຼາຍ ເອົາໃຈໃສ່ການກຳນົດຕົວຜູ້ຖືກເຄາະຮ້າຍທັງພາຍໃນ ຕ່າງປະເທດຢ່າງທັນເວລາ ແລະ ມີຄວາມປອດໄພ ສ້າງ ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳ ແລະ ຕະຫຼາດແຮງງານ ໃຫ້ມີຄວາມສອດຄ່ອງກັນ ນັບແຕ່ສູນກາງຫາທ້ອງຖິ່ນໃຫ້ຫຼາຍຂຶ້ນ   ຄຽງຄູ່ກັນນັ້ນ  ຕ້ອງເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸຄະລາກອນ  ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງການເຮັດວຽກງານຕ້ານການຄ້າມະນຸດ ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ພະນັກງານການທູດປະຈຳຢູ່ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງສືບຕໍ່ພົວພັນຮ່ວມມືສອງຝ່າຍ ຫຼາຍຝ່າຍ ອົງການຈັດຕັ້ງສາກົນພາຍໃນ ແລະ ຕ່າງປະເທດ ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນເຮັດວຽກງານຕ້ານການຄ້າມະນຸດໃຫ້ມີປະສິດທິຜົນຂຶ້ນກ່ວາເກົ່າ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວຢ່າງເໝາະສົມ.

error: Content is protected !!