ການແຂ່ງຂັນຟຸດຊໍ ຊີງຂັນປະທານ ສຕລ​ ກຽມເປີດສາກທ້າຍເດືອນນີ້

    ພິທີຈັບສະຫຼາກແບ່ງກຸ່ມ ແລະ ຖະແຫຼງຂ່າວ ການແຂ່ງຂັນຟຸດຊໍ ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ REVIVE FUTSAL CUP 2022 ຈັດຂຶ້ນວັນທີ​ 26​ ກໍລະກົດ​ 2022​ ຢູ່ສະຫະພັນບານເຕະແຫ່ງຊາດ​ລາວ ​(ສຕລ)​ ໂດຍມີທ່ານ ປະສິດ ສຸພາບ ຮອງປະທານ​ ສຕລ​ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ​ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ​ ທ່ານ ທະວັດໄຊ ອຸດົມວິໄລ ຜູ້ຈັດການກິດຈະກຳອຸປະຖຳ ບໍລິສັດ ເບຍລາວ ຈຳກັດ ທ່ານ ພຸດດາມອນ ຈັນທະລາສີ ປະທານບໍລິສັດ ເຊຍ ສະປອດ ແອນ ເອັນເຕີເມັ້ນ ຈຳກັດ ພ້ອມດ້ວຍວິຊາການ ຕາງໜ້າກຳມະການ ບັນດາທີມ ນັກກີລາ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ການແຂ່ງຂັນຟຸດຊໍ ຊີງຂັນປະທານ ສຕລ REVIVE FUTSAL CUP 2022 ຄັ້ງນີ້ ມີທີມເຂົ້າຮ່ວມ 16 ທີມຄື:

  1. ສະໂມສອນ ເບ ປີ້ງແບ້
  2. ສະໂມສອນ ໂຮງແຮມປານີ
  3. ສະໂມສອນ ແຄນລາວ ຢູໄນເຕັດ
  4. ສະໂມສອນ ບໍລິສັດ ອາສາ
  5. ສະໂມສອນ ເອສອີຊີ ຢູໄນເຕັດ
  6. ສະໂມສອນ ຄິງດອມ ເອັຟຊີ
  7. ສະໂມສອນ ເໜືອ-ໃຕ້ ເອັຟຊີ
  8. ສະໂມສອນ ຈຳປາ ເອັຟຊີ
  9. ສະໂມສອນ ຈັນສີ ຂົນສົ່ງ
  10. ສະໂມສອນ ເອັສທີ ທີ ເອັຟຊີ
  11. ສະໂມສອນ ເອັຟ ເອັສ ແອວ ເອັຟຊີ
  12. ສະໂມສອນ ນ້ຳເຕົ້າຮູ້ – ຕຸ້ຍ ຈ່ອຍ
  13. ສະໂມສອນ ອໍນິວ ເອັຟຊີ
  14. ສະໂມສອນ ຊາວະ ນະຄອນຫຼວງ
  15. ສະໂມສອນ ເຄພີເອັສ ເອັຟຊີ
  16. ສະໂມສອນ ຊັບ – ອິນ ເອັຟຊີ

    ການຈັດການແຂ່ງຂັນແມ່ນນຳໃຊ້ວິທີແບ່ງສາຍ ( Round Robin) ຊຶ່ງແບ່ງອອກເປັນ 4 ກຸ່ມ ເຕະຄົບກັນໝົດ ນັບເອົາຄະແນນທີ່ດີທີ່ສຸດ​ ເອົາທີ 1 ແລະ ທີ 2 ຂອງກຸ່ມແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ. ຜົນການຈັບສະຫຼາກມີດັ່ງນີ້:

  • ກຸ່ມA : ສະໂມສອນ ເບ ປີ້ງແບ້​ສະໂມສອນ ໂຮງແຮມປານີ ສະໂມສອນ ແຄນລາວ ຢູໄນເຕັດ ແລະ ສະໂມສອນ ບໍລິສັດ ອາສາ.
  • ກຸ່ມ B : ສະໂມສອນ ເອສອີຊີ ຢູໄນເຕັດ​ ສະໂມສອນ ຄິງດອມ ເອັຟຊີ​ ສະໂມສອນ ເໜືອ-ໃຕ້ ເອັຟຊີ ແລະ ສະໂມສອນ ຈຳປາ ເອັຟຊີ.
  • ກຸ່ມ C : ສະໂມສອນ ຈຳປາ ເອັຟຊີ​ ສະໂມສອນ ຈັນສີ ຂົນສົ່ງ ສະໂມສອນ ເອັສທີ ທີ ເອັຟຊີ​ ສະໂມສອນ ເອັຟ ເອັສ ແອວ ເອັຟຊີ ແລະ ສະໂມສອນ ນ້ຳເຕົ້າຮູ້ – ຕຸ້ຍ ຈ່ອຍ.
  • ກຸ່ມ D : ສະໂມສອນ ອໍນິວ ເອັຟຊີ, ສະໂມສອນ ຊາວະ ນະຄອນຫຼວງ​ ສະໂມສອນ ເຄພີເອັສ ເອັຟຊີ ແລະ ສະໂມສອນ ຊັບ – ອິນ ເອັຟຊີ.

    ນອກຈາກການຈັບສະຫຼາກແບ່ງກຸ່ມແລ້ວ ຍັງມີພິທີມອບເງິນສະໜັບສະໜູນ ໂດຍແມ່ນທ່ານ ທະວັດໄຊ ອຸດົມວິໄລ ມອບເງິນມູນຄ່າ 105 ລ້ານກີບ ກ່າວຮັບໂດຍແມ່ນທ່ານ ປະສິດ ສຸພາບ.​ ການແຂ່ງຂັນໃນຄັ້ງນີ້​ ທີມຊະນະເລີດ ຈະໄດ້ຮັບເງິນລາງວັນ 10​ ລ້ານກີບ ພ້ອມຂັນແຊັມ ແລະ ຫຼຽນອັນດັບ 2 ຈະໄດ້ຮັບເງິນລາງວັນ 5 ​ລ້ານກີບ ອັນດັບ 3 ຈະໄດ້ຮັບເງິນ 3​ ລ້ານກີບ​ ນອກຈາກນັ້ນ ຍັງມີລາງວັນຄູເຝິກດີເດັ່ນ ຜູ້ຮັກສາປະຕູດີເດັ່ນ ນັກເຕະທີ່ຍິງປະຕູສູງສຸດ ແລະ ນັກກີລາດີເດັ່ນ ແມ່ນຈະໄດ້ຮັບຂັນ.

    ການແຂ່ງຂັນ ແມ່ນຈະເລີ່ມວັນທີ 30 ກໍລະກົດ ຫາ 3 ກັນຍາ 2022 ຢູ່ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ .

# ຂ່າວ – ພາບ : ສີພອນ

error: Content is protected !!