ລາວ-ໄທ ວາງສະແດງສິລະປະຮ່ວມສະໄໝ

    ສະຖາບັນວິຈິດສິນແຫ່ງຊາດ ຮ່ວມກັບ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດພິທີເປີດ ງານວາງສະແດງສິລະປະຮ່ວມສະ ໄໝລາວ-ໄທ ຂຶ້ນວັນທີ 25 ກໍລະ ກົດ 2022 ທີ່ ສະຖາບັນວິຈິດສິນ ແຫ່ງຊາດ ໂດຍການເປັນປະທານ ກ່າວເປີດຂອງ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະ ທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ທ່ານ ຄຳສຸກ ແກ້ວວົງ ຊາຍ ຜູ້ອຳນວຍການສະຖາບັນ ວິຈິດສິນແຫ່ງຊາດ, ມີບັນດານັກ ສິລະປິນແຫ່ງຊາດລາວ – ໄທ, ຄູ-ອາຈານ ແລະ ນັກສຶກສາສະຖາ ບັນວິຈິດແຫ່ງຊາດ ພ້ອມແຂກ ຖືກເຊີນ ເຂົ້າຮ່ວມ. 

     ທ່ານ ເຈດສະດາ ກະຕະເວທິນ ກ່າວວ່າ: ໂຄງການວາງສະແດງ ຮູບພາບໃນຄັ້ງນີ້ ເພື່ອເປັນການ ສະເຫຼີມສະຫຼອງສຳພັນໄມຕີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ໄທ – ລາວ ມີສາຍພົວພັນອັນດີງາມກັນມາແຕ່ຍາວນານ ຕາງກໍມີການພົວພັນ ຮ່ວມມືໃກ້ຊິດປຽບດັ່ງເພືື່ອນມິດ ອ້າຍນ້ອງເຮືອນໃກ້ຊິດກັນ ເພື່ອ ພັດທະນາ ແລະ ເຕີບໂຕໄປ ພ້ອມກັນ ໂດຍເນັ້ນການເພີ່ມພູນ ຄູນສ້າງສາຍສຳພັນລະຫວ່າງປະຊາຊົນສອງຊາດ ຊຶ່ງມີການຮ່ວມມື ດ້ານສັງຄົມ ແລະ ວັດທະນະທຳ ນອກນີ້ສອງປະເທດຍັງມີລັກ ສະນະພູມມີສາດ, ການເປັນຢູ່ ແລະ ການໃຊ້ຊີວິດ ລວມເຖິງ ພາສາ ແລະ ສາສະໜາຄ້າຍຄືກັນ ລ້ວນແຕ່ເປັນປັດໄຈສຳຄັນໃນການຫຼໍ່ຫຼອມໃຫ້ວັດທະນະທຳປະເພນີ ຄວາມເຊື່ອທີ່ຄ້າຍຄືກັນ ແລະ ສະແດງອອກມາດ້ວຍຜົນງານສິລະປະ ຊຶ່ງຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ລວມມີ 44 ຜົນງານ ໂດຍມີຜົນງານຈາກສິລະປິນແຫ່ງຊາດໄທ ຈຳນວນ 29 ຜົນງານ ແລະ ຜົນງານຈາກສິລະປິນແຫ່ງຊາດລາວ ຈຳນວນ 15 ຜົນງານ. 

    ທ່ານ ຄຳສຸກ ແກ້ວວົງຊາຍ ກ່າວວ່າ: ໃນໄລຍະວັນທີ 20-24 ກໍລະກົດ ແມ່ນໄດ້ແຕ້ມຮູບພາບ ຮ່ວມກັນລະຫວ່າງສິນລະປິນ ແລະ ຄູ-ອາຈານ ຊຶ່ງໄດ້ມີການແລກປ່ຽນ ຮຽນຮູ້ຊຶ່ງກັນ ແລະ ກັນ ພິເສດວັນ ທີ 24 ໄດ້ມີກິດຈະກໍາເຊັ່ນ: ການອ່ານບົດກາວີ, ສາທິດການ ແຕ້ມຮູບ ການປັ້ນ ບັນຍາຍຫົວຂໍ້ ສິລະປະຮ່ວມ ສະໄໝ  ແລະ ຫົວຂໍ້ ສິລະປະຮ່ວມສະໄໝໃນພາກອີ ສານ. 

   ຜົນງານໃນການວາງສະແດງຄັ້ງ ນີ້ ລວມມີ 44 ຜົນງານການສານ ສໍາພັນ ໄທ-ລາວ ເປັນປະໂຫຍດ ທີ່ສຸດ ໃຫ້ແກ່ສິລະປິນ ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນ ວິຈິດສິນແຫ່ງຊາດ ເພາະໄດ້ມີການ ສາທິດ ບັນຍາຍ.    

    ພ້ອມນີ້ຍັງໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ສຶກສາ ຄົ້ນຄວ້າຮູບ ແບບ, ບົດຮຽນທີ່ດີ ຈາກຜົນງານທີ່ ນໍາມາວາງສະແດງໃນຄັ້ງນີ້ ຊຶ່ງຜົນງານວາງສະແດງດັ່ງກ່າວແມ່ນເປີດວາງສະແດງຂຶ້ນໃນລະຫວ່າງວັນທີ 25 ກໍລະກົດ ຫາ 30 ສິງຫາ 2022  ທີ່ສະຖາບັນວິຈິດ ສິນແຫ່ງຊາດ.

error: Content is protected !!