ກອງປະຊຸມສະໄໝສາມັນ ເທື່ອທີ 3 ສປນວ ຊຸດທີ II ອັດລົງດ້ວຍຜົນສໍາເລັດອັນຈົບງາມ

   ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ອັດລົງວັນທີ 26 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ເປັນກຽດເຂົ້າຮ່ວມ ມີທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ບັນດາທ່ານການນໍາພັກ-ລັດ ຂັ້ນ ນວ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍທ່ານສະມາຊິກສະພາປະຊາຊົນ ນວ ແລະ ແຂກຖືກເຊີນ.

    ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວປິດກອງຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ໄດ້ດໍາເນີນມາເປັນເວລາ 4 ວັນ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງມີເຫດຜົນ ມີເນື້ອໃນທີ່ເລິກເຊິ່ງ ລະອຽດຖີ່ຖ້ວນ ມີຄວາມເປັນເອກະພາບສູງຂອງບັນດາ ສສຊ ແລະ ສສນວ ໃນຖານະເປັນຕົວແທນຂອງປະຊາຊົນຊາວ ນວ ໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງ ນວ ເປັນຕົ້ນ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງອົງການປົກຄອງ ນວ ທີ່ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ດ້ວຍຄວາມຮັບຜິດຊອບສູງ ໃນສະພາບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການແຜ່ລະບາດຂອງພະຍາດໂຄວິດ-19 ການອ່ອນຄ່າຂອງເງິນກີບ ລາຄາສິນຄ້າ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ການສະໜອງນໍ້າມັນເຊື້ອໄຟມີຄວາມຈໍາກັດ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຖິງຢ່າງໃດກໍຕາມ ອົງການປົກຄອງ ນວ ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ເສດຖະກິດ ສືບຕໍ່ເຕີບໂຕ ແລະ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດທີ່ໜັກໜ່ວງ ສະພາບການພັດທະນາເສດຖະກິດ-ສັງຄົມຄ່ອຍໆຟື້ນຕົວດີຂຶ້ນເທື່ອລະກ້າວ.

    ຮັບຮອງເອົາດ້ານຫຼັກການກ່ຽວກັບຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງ ນວ ກອງປະຊຸມ ມອບໃຫ້ອົງການປົກຄອງ ໄດ້ສືບຕໍ່ປັບປຸງຕາມການປະ ກອບຄໍາເຫັນຂອງກອງປະຊຸມ ຫຼັງຈາກນັ້ນ ໃຫ້ນໍາເອົາຮ່າງແຜນດັ່ງກ່າວສະເໜີຕໍ່ກະຊວງກ່ຽວຂ້ອງ ແລະ ລັດຖະບານ ເພື່ອພິຈາລະນາຕົກລົງແລ້ວ ຈຶ່ງສືບຕໍ່ຄົ້ນຄວ້າເປັນຂໍ້ຕົກລົງ ຫຼື ນິຕິກໍາຂອງອົງການປົກຄອງ ເພື່ອສະເໜີ ສປນວ ນໍາເຂົ້າພິຈາລະນາໃນກອງປະຊຸມຄັ້ງຕໍ່ໄປ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6​ ເດືອນທ້າຍປີ 2022 ຂອງ ສປນວ ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເປັນເອກະພາບກັບບັນດາຜົນງານ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ທີ່ໄດ້ລາຍງານຕໍ່ກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ຄະນະປະຈໍາ ສປນວ ຄະນະກໍາມະການ ແລະ ສສນວ ຈົ່ງໄດ້ສືບຕໍ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແຜນການ 6 ເດືອນທ້າຍປີ 2022 ໃຫ້ບັນລຸຄາດໝາຍຕ່າງໆ ໂດຍສະເພາະ 3 ພາລະບົດບາດຕົ້ນຕໍຂອງ ສປນວ ເພື່ອຍົກສູງຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການຈັດຕັ້ງປະຕິບັດພາລະບົດບາດ ຂອງ ສປນວ ໃຫ້ນັບມື້ນັບພົ້ນເດັ່ນສູງຂຶ້ນ.

    ນອກນີ້ ກອງປະຊຸມໄດ້ຮັບຟັງການລາຍງານ ຊີ້ແຈງບາງວຽກງານສໍາຄັນພື້ນຖານຂອງ ນວ ເປັນຕົ້ນ ບັນຫາການຄວບຄຸມລາຄາສິນຄ້າ ແຜນການຄຸ້ມຄອງລາຄາສິນຄ້າໃນອະນາຄົດ ແລະ ການສົ່ງເສີມການຜະລິດ ເປັນສິນຄ້າພາຍໃນ ບັນຫາຄວາມຊັກຊ້າ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ ຫາ ບ້ານສ້າງເຫວີຍ ແລະ ບ້ານດົງສະຫວາດ ແລະ ບັນຫາອື່ນທີ່ຕິດພັນກັບສອງວາລະແຫ່ງຊາດ.

    ພິເສດ ກອງປະຊຸມໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງທ່ານ ວົງໄຊ ພົມມີໄຊ ຮອງຫົວໜ້າພະແນກການຕ່າງປະເທດ ນວ ເປັນຫົວໜ້າພະແນກການຕ່າງປະເທດ ນວ ປ່ຽນແທນທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ທີ່ຄວບຕຳແໜ່ງຫົວໜ້າພະແນກການຕ່າງປະເທດ ນວ ແລະ ຮັບຮອງເອົາການແຕ່ງຕັ້ງທ່ານ ສົມບູນ ອາຄະວົງສາ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ປ່ຽນແທນທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທີ່ຈະພັກການຮັບອຸດໜູນບຳນານຕາມລະບຽບການ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!