ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດ ວັດແທກ ແລະ ສ້າງແຜນທີ່ໃຫ້ 4 ແຂວງພາກໃຕ້

    ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ໃຫ້ 4 ແຂວງພາກໃຕ້ ຈັດຂຶ້ນໃນວັນທີ 26 ກໍລະກົດ 2022 ທີ່ນະຄອນປາກເຊ ແຂວງຈໍາປາສັກ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຄະນະຫ້ອງການ-ກົມ ກະຊວງພາຍໃນ  ແລະ  ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກພາຍໃນ 4 ແຂວງພາກໃຕ້ຄື: ແຂວງຈໍາປາສັກ ສາລະວັນ ເຊກອງ ແລະ ແຂວງອັດຕະປື ບັນດາຫ້ອງການພາຍໃນເມືອງຂອງແຂວງຈໍາປາສັກ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ຂໍ້ມູນສໍາຫຼວດວັດແທກ ພາບຖ່າຍທາງອາກາດ ແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ມີຄວາມສໍາຄັນ ແລະ ຈໍາເປັນສໍາລັບທຸກໆປະເທດ ບໍ່ວ່າປະເທດນັ້ນຈະເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງ ກໍາລັງຂະຫຍາຍຕົວ ແລະ ປະເທດດ້ອຍພັດທະນາກໍຕາມ ຂໍ້ມູນດັ່ງກ່າວ ແມ່ນມີຄວາມຈໍາເປັນ ແລະ ເປັນຂໍ້ມູນທີ່ເປັນພື້ນຖານເພື່ອນຳໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດສັງຄົມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄຸ້ມຄອງຊັບພະຍາກອນທຳມະຊາດ ປົກປັກຮັກສາສິ່ງແວດລ້ອມ ຄົ້ນ ຄວ້າວິທະຍາສາດ ແລະ ຍັງເປັນເອກະສານຫຼັກຖານສຳຄັນທາງດ້ານກົດໝາຍໃນການເຈລະຈາກໍານົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນລະຫ່ວາງຊາດກັບບັນດາປະເທດອ້ອມຂ້າງ ແຜນທີ່ຍັງເປັນເອກະສານຂໍ້ມູນໜຶ່ງທີ່ສໍາຄັນ ໂດຍນໍາໃຊ້ເຂົ້າໃນວຽກງານການສຶກສາ ເພື່ອໃຫ້ຮັບຮູ້ໄດ້ຮູບຮ່າງຂອງໜ່ວຍໂລກ ພື້ນທີ່ຂອງປະເທດ ເຂດແດນການປົກຄອງ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ ການຄົ້ນຄ້ວາວາງນະໂຍບາຍ ລະບຽບກົດໝາຍ ຂໍ້ກໍານົດ ມາດຕະຖານເຕັກນິກອອກ ເພື່ອຄຸ້ມຄອງ ຕິດຕາມ ກວດກາ ຊຸກຍູ້ສົ່ງເສີມ ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ນອກຈາກນີ້ ທ່ານນາງ ສີໄຄ ສໍສິລິບຸນມາ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່.

    ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກະຊວງພາຍໃນໄດ້ມອບອຸປະກອນໄອທີໃຫ້ພະແນກພາຍໃນ 4 ແຂວງພາກໃຕ້ ປະກອບມີ: ຄອມພິວເຕີ (ໂນດບຸກ) ພາກສ່ວນລະ 2 ຊຸດ ແລະ ອຸປະກອນສໍາລັບນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມທາງໄກ ພາກສ່ວນລະ 1 ຊຸດ ແລະ ມອບໂນດບຸກໃຫ້ບັນດາເມືອງຂອງ 4 ແຂວງພາກໃຕ້ເມືອງລະ 1 ຊຸດ ທັງນີ້ກໍເພື່ອຫັນເປັນທັນສະໄໝເທື່ອລະກ້າວ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແລະ ການປຶກສາຫາລືວຽກງານຮ່ວມກັນຂອງຂະແໜງພາຍໃນໃຫ້ມີປະສິດທິພາບສູງຂຶ້ນ ອຸປະກອນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ໂດຍຜ່ານແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ-CEGGA) ເຊິ່ງຫ້ອງການກະຊວງພາຍໃນເປັນຫ້ອງການກອງເລຂາຂອງແຜນການດັ່ງກ່າວ.

# ຂ່າວ – ພາບ : ກະຊວງພາຍໃນ

error: Content is protected !!