ຄວາມຫຼ້າຊ້າການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ ຫາ ບ້ານສ້າງເຫວີຍ ແລະ ບ້ານດົງສະຫວາດ

    ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ ຫາ ບ້ານສ້າງເຫວີຍ ແລະ ບ້ານດົງສະຫວາດ ໄດ້ແບ່ງອອກເປັນ 2 ເສັ້ນທາງ ຕາມເສັ້ນທາງຮັບເໝົາກໍ່ສ້າງສະບັບເລກທີ 0791/ອພບ.ນວ ມີໄລຍະການກໍ່ສ້າງ 24 ເດືອນ ໂດຍບໍລິສັດ ເອເຊຍຮ່ວມພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາ ບໍລິສັດ ວາລິນສໍາຫຼວດ-ອອກແບບ ກໍ່ສ້າງ ແລະ ທີ່ປຶກສາຈໍາກັດຜູ້ດຽວ ເປັນທີ່ປຶກສາໂຄງການ ເຊິ່ງໄດ້ລົງມືກໍ່ສ້າງແຕ່ວັນທີ 9 ພຶດສະພາ 2011 ຫາ ວັນທີ 30 ເມສາ 2015 ຕໍ່ສັນຍາ 2 ຄັ້ງ ປັດຈຸບັນ ການກໍ່ສ້າງໂຄງການດັ່ງກ່າວແມ່ນມີຄວາມຫຼ້າຊ້າ.

    ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ສໍາພາດກ່ຽວກັບຄວາມຊັກຊ້າການປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ ຫາບ້ານສ້າງເຫວີຍ ແລະ ບ້ານດົງສະຫວາດ ໂອກາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ວ່າ: ໂຄງການດັ່ງກ່າວ ປະກອບມີເສັ້ນທາງທີ 1 ເລີ່ມແຕ່ເສັ້ນທາງດອນນົກຂຸ້ມ-ສ້າງເຫວີຍ-ຈອມເພັດ ມີລວງຍາວ 4.873,54 ແມັດ ໜ້າທາງກວ້າງ 11 ແມັດ ທາງຄົນຍ່າງຂ້າງລະ 1,5 ແມັດ ພ້ອມໄຟເຍືອງທາງ ສັນຍາມີມູນຄ່າ 89.116,28 ລ້ານກີບ ການກໍ່ສ້າງຕົວຈິງ ປະຕິບັດໄດ້ 57,65% ເທົ່າກັບມູນຄ່າ 51.378,77 ລ້ານກີບ ການຊໍາລະຮອດປີ 2022 ລວມທັງໝົດ 43,202,6 ລ້ານກີບ ຍັງຄ້າງຊໍາລະຕາມວຽກປະຕິບັດໄດ້ 8,176,17 ລ້ານກີບ ມູນຄ່າໃນສັນຍາຄິດໄລ່ໄດ້ເງິນແຮໂຄງການ 7.364,98 ລ້ານກີບ ແຕ່ຍັງບໍ່ໄດ້ນໍາໃຊ້ ສ່ວນເສັ້ນທາງທີ 2 ເລີ່ມແຕ່ເສັ້ນທາງສວນມອນ-ສ້າງເຫວີຍ-ດົງສະຫວາດ ມີຄວາມຍາວ 2.992,64 ແມັດ ໜ້າກວ້າງ 11 ແມັດ ທາງຕົນຍ່າງຂ້າງລະ 1,5 ແມັດ ພ້ອມໄຟເຍືອງທາງ ສັນຍາມີມູນຄ່າ 56.915,36 ລ້ານກີບ ການກໍ່ສ້າງຕົວຈິງ ປະຕິບັດໄດ້ 49,26% ເທົ່າກັບ 28.036,22 ລ້ານກີບ ການຊໍາລະຮອດປີ 2022 ລວມທັງໝົດ 19,875,53 ລ້ານ ຍັງຄ້າງຊໍາລະຕາມວຽກ ປະຕິບັດໄດ້ 8.160,69 ລ້ານກີບ ມູນຄ່າໃນສັນຍາໄດ້ຄິດໄລເງິນແຮໂຄງການ 4.703,74 ລ້ານກີບ ຄະນະຂັ້ນສູນກາງເຫັນດີໃຫ້ຕັດອອກ ເນື່ອງຈາກວ່າທຽບໃສ່ດໍາລັດແນະນໍາປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ເລກທີ 431/ລບ ແມ່ນບໍ່ສອດຄ່ອງ.

    ສໍາລັບການຈັດຕັ້ງປະຕິບັດຜ່ານມາ ວຽກໄກ່ເກ່ຍ ປະຕິບັດໄດ້ 80% ວຽກດິນປະຕິບັດໄດ້ 70% ວຽກລະບາຍນໍ້າປະຕິບັດໄດ້ 90% ວຽກກໍ່ສ້າງທາງຄົນຍ່າງ ປະຕິບັດໄດ້ 20% ວຽກເບຕົງໜ້າທາງທັງ 2 ທາງ ປະຕິບັດໄດ້ 65% ລວງຍາວ 5,1 ກິໂລ ກວ້າງ 11 ແມັດ ລວມທັງໝົດ ປະຕິບັດໄດ້ 53,45% ທຽບໃສ່ມູນຄ່າສັນຍາ ເຊິ່ງສາເຫດທີ່ພາໃຫ້ໂຄງການຊັກຊ້ າຍ້ອນບໍລິສັດຜູ້ຮັບເໝົາຂາດທຶນໜູນວຽນພາຍໃນ ບໍລິສັດຜູ້ຮັບເໝົາບໍ່ມີພາຫະນະພຽງພໍກັບຄວາມຮຽກຮ້ອງຕ້ອງການວຽກງານຕົວຈິງ ເຈົ້າຈອງໂຄງການບໍ່ສາມາດຊໍາລະສະສາງງົບປະມານໃຫ້ຜູ້ຮັບເໝົາໄດ້ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນສັນຍາ.

   ການແກ້ໄຂ ຜ່ານມາພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃນນາມເຈົ້າຂອງໂຄງການ ໄດ້ເຊີນບໍລິສັດຜູ້ຮັບເໝົາຫຼາຍຄັ້ງ ມາປະຊຸມປຶກສາຫາລືເພື່ອຊຸກຍູ້ໃຫ້ສືບຕໍ່ກໍ່ສ້າງ ແຕ່ຜູ້ຮັບເໝົາບໍ່ສາມາດລົງມືຈັດຕັ້ງປະຕິບັດໄດ້ ໃນປີ 2020 ໄດ້ຈັດສົ່ງງົບປະມານບ້ວງກອງທຶນທາງມາສ້ອມແປງແກ້ໄຂສຸກເສີນ ເພື່ອເຮັດໃຫ້ການສັນຈອນໄປມາສະດວກສະບາຍ ຈໍານວນ 120 ລ້ານກີບ ສ່ວນໃນຕໍ່ໜ້າ ຈະໄດ້ຊຸກຍູ້ບໍລິສັດຜູ້ຮັບເໝົາລົງມືສືບຕໍ່ຈັດຕັ້ງປະຕິບັດໜ້າວຽກທີ່ຈໍາເປັນ ເຊັ່ນ: ເທເບຕົງທາງໃຫ້ເຊື່ອມຈອດ ກໍ່ສ້າງປັບປຸງລະບົບລະບາຍນໍ້າໃຫ້ຮັບປະກັນບໍ່ໃຫ້ມີນໍ້າຖ້ວມຂັງ ເພື່ອແກ້ໄຂການສັນຈອນໄປມາ ແລະ ຫຼຸດມູນຄ່າການກໍ່ສ້າງລົງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!