ຍົກລະດັບຄວາມຮູ້ດ້ານທິດສະດີໃຫ້ເລຂາພັກບ້ານ ນາຍບ້ານເມືອງໄຊເສດຖາ

    ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການບໍາລຸງສ້າງພະນັກງານ-ສະມາຊິກພັກ ຍົກສູງຄຸນນະພາບ ແລະ ປະສິດທິຜົນການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ ມະຕິ ດໍາເນີນໂຄງການຍົກລະດັບ ແລະ ສະໜອງຄວາມຮູ້ໃໝ່ໃຫ້ຄະນະພັກ-ອົງການປົກຄອງບ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໄຊເສດຖາ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ.

    ວັນທີ 22 ກໍລະກົດ 2022 ໂຮງຮຽນການເມືອງ ແລະ ການປົກຄອງ ນວ ຮ່ວມກັບອົງການປົກຄອງເມືອງໄຊເສດຖາ ໄດ້ຈັດເຝີກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫຼັກສູດໄລຍະສັ້ນ ໃຫ້ຄະນະພັກ-ອົງການປົກຄອງບ້ານເມືອງໄຊເສດຖາ ຊຸດທີ II ຂຶ້ນ ໂດຍການເປັນປະທານຂອງທ່ານ ຄຳມາ ແສງມີໄຊ ກຳມະການພັກ  ເລຂາພັກເມືອງ ເຈົ້າເມືອງໄຊເສດຖາ ທ່ານນາງ ແກ້ວ ພົມມະລາດ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ  ມີຄະນະພັກເມືອງ ຄະນະພັກຮາກຖານ ເລຂາໜ່ວຍພັກບ້ານ ນາຍບ້ານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    ໃນຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນທັງໝົດ 63 ສະຫາຍ ຍິງ 18 ສະຫາຍ ມາຈາກ 41 ບ້ານ ເປັນສະມາຊິກພັກສົມບູນ 50 ສະຫາຍ ຍິງ 15 ສະຫາຍ ສະມາຊິກສໍາຮອງ 13 ສະຫາຍ ຍິງ 3 ສະຫາຍ ໃນນັ້ນ: ມີຄະນະພັກຮາກຖານບ້ານ-ຮອງນາຍບ້ານ 1 ສະຫາຍ ເລຂາໜ່ວຍພັກ-ນາຍບ້ານ 9 ສະຫາຍ ຍິງ 3 ສະຫາຍ ຮອງເລຂາໜ່ວຍພັກ-ຮອງນາຍບ້ານ 10 ສະຫາຍ ຍິງ 3 ສະຫາຍ ຄະນະໜ່ວຍພັກ-ຮອງນາຍບ້ານ 8 ສະຫາຍ ຍິງ 1 ສະຫາຍ ຄະນະໜ່ວຍພັກ-ເລຂາຊາວໜຸ່ມຮາກຖານ 1 ສະຫາຍ ສະມາຊິກພັກ-ຮອງນາຍບ້ານ 16 ສະຫາຍ ຍິງ 8 ສະຫາຍ ສະມາຊິກພັກສໍາຮອງ-ຮອງນາຍບ້ານ 11 ສະຫາຍ ຍິງ 2 ສະຫາຍ ສະມາຊິກພັກ-ຄະນະຊາວໜຸ່ມ ຫົວໜ້າ ແລະ ຄະນະ ປກສ 5 ສະຫາຍ ສະມາຊິກພັກສໍາຮອງ-ຮອງເລຂາຊາວໜຸ່ມ ຮອງສະຫະພັນແມ່ຍິງ  2 ສະຫາຍ ຍິງ 1 ສະຫາຍ ລະດັບ​ວິ​ຊາສະ​ເພາະ: ຊັ້ນ​ຕົ້ນ​ 15 ສະຫາຍ ຍິງ 2 ສະຫາຍ ຊັ້ນ​ກາງ 14 ສະຫາຍ ຍິງ 5 ສະຫາຍ ຊັ້ນ​ສູງ 9 ສະຫາຍ ຍິງ 2 ສະຫາຍ ຊັ້ນ​ປະລິນຍາ​ຕີ 2 ສະຫາຍ ປະລິນຍາໂທ 2 ສະຫາຍ ຍິງ 1 ສະຫາຍ ບໍ່​ມີ​ຊັ້ນ 21 ສະຫາຍ ຍິງ 8 ສະຫາຍ.

    ສໍາລັບການດໍາເນີນການຮຽນ-ການສອນ ນັກສຶກສາຈະໄດ້ຮຽນຕາມໂຄງການຫຼັກສູດເຝີກອົບຮົມທິດສະດີການເມືອງ ແລະ ການປົກຄອງຫຼັກສູດເລຂາພັກບ້ານ-ນາຍບ້ານ ເຊີ່ງແບ່ງອອກເປັນ 4 ພາກ ປະກອບມີ 26 ບົດ ຄື: ພາກແນວທາງລວມ 4 ບົດ 14 ຊົ່ວໂມງ ພາກວຽກງານການນຳພາຂອງພັກ 7 ບົດ 25 ຊົ່ວໂມງ ແລະ ພາກວຽກງານປົກຄອງ ແລະ ການບໍລິຫານ 8 ບົດ 28 ຊົ່ວໂມງ ພາກມະຕິຂອງພັກ ແລະ ວຽກງານຈຸດສຸມຂອງ ນວ 7 ບົດ 25 ຊົ່ວໂມງ ແລະ ໄປທັດສະນະສຶກສາ 7 ຊົ່ວໂມງ ລວມເວລາຮຽນທັງໝົດຂອງຊຸດເຝີກອົບຮົມ 99 ຊົ່ວໂມງ.

error: Content is protected !!