ສສນວ ສຸມໃສ່ປະກອບຄຳເຫັນກ່ຽວກັບບັນຫາຢາເສບຕິດ

    ກ່ຽວກັບບັນຫາຢາເສບຕິດ ເປັນບັນຫາສຳຄັນໜຶ່ງທີ່ໄດ້ຍົກຂຶ້ນມາຊີ້ແຈງ ແລະ ປະກອບຄຳຄິດຄຳເຫັນ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງ 1 ນະຄອນຫຼວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຍງຈັນ (ສສນວ) ທີ່ຕິດພັນກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໂດຍກົງ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ເຊິ່ງທຸກຄົນ ແລະ ທຸກພາກສ່ວນ ຈະຕ້ອງເອົາໃຈໃສ່ເປັນພິເສດ.

    ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ວັນທີ 26 ກໍລະກົດ 2022 ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມ ບັນດາ ສສຊ ແລະ ສສນວ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງ ນວ ຂອງສະພາປະຊາຊົນ ນວ (ສປນວ) ແລະ ການຈັດຕັັັັັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຂອງກອງບັນຍາການ ປ້ອງກັນຄວາມສະຫົງບ ນວ ອົງການໄອຍະການສານປະຊາຊົນ ນວ ສານປະຊາຊົນ ນວ ແລະ ພະແນກຍຸຕິທຳ ນວ

    ທ່ານ ບຸນຮອງ ດວງມາລາ ສະມາຊິກສະພາປະຊາຊົນ ນວ ປະຈຳເຂດ ເລືອກຈັ້ງເມືອງສັງທອງ ໄດ້ກ່າວວ່າ: ໂດຍລວມ ກໍເປັນເອກະພາບນຳບັນ ດາຂໍ້ສະເໜີຂອງບັນດາ ສສຊ ແລະ ສສນວ ທີ່ໄດ້ຍົກຂຶ້ນມາສະເໜີຕໍທີ່ປະ ຊຸມ ໂດຍສະເໜີໃຫ້ອົງການປົກຄອງ ນວ ເພີ່ມທະວີໃນການຈັດຕັ້ງປະຕິບັດ ວຽກງານບັນຫາຢາເສບຕິດໃຫ້ເຂັ້ມງວດກວ່າເກົ່າ ໂດຍສະເພາະ ບັນຫາ ການນຳໃຂ້ມາດຕະການທາງດ້ານກົດໝາຍ ແລະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເຊິ່ງນອກຈາກຂະ ແໜງ ປກສ ເປັນໃຈກາງຫຼັກແລ້ວ ຄວນໃຫ້ມີຂະແໜງການສາທາລະນະສຸກເຂົ້າມາມີສ່ວນຮ່ວມໃຫ້ຫຼາຍຂຶ້ນ ເພາະເວົ້າເຖິງບັນຫາດ້ານສຸຂະພາບ ລວມທັງການສ້າງບ້ານຕົວແບບປອດຢາເສບຕິດ ເພື່ອເປັນການກະຕຸກຊຸກ ຍູ້ໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

    ທ່ານ ນາງ ສົມປະເສີດ ສີຫາລາດ ສະມາຊິກສະພາແຫ່ງຊາດ ເຂດ ເລືອກຕັ້ງ 1 ນວ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ໃຫ້ຄວາມສຳ ຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆຕໍ່ການແກ້ໄຂບັນ ຫາຢາເສບຕິດ ຕໍ່ບັນຫານີ້ ນອກຈາກການເອົາໃຈໃສ່ຈັດຕັ້ງປະຕິບັດມາດ ຕະການທາງດ້ານກົດໝາຍ ລະບຽບການຕ່າງໆ ແລະ ບັນຫາສຳຄັນ ຄືສະ ຖາບັນຄອບຄົວ ຖືເປັນປັດໃຈສຳຄັນພື້ນຖານໃນການສ້າງພູມຄຸ້ມກັນອັນສຳຄັນ ເພາະສະຖາບັນຄອບຄົວ ຄືຈຸດເລີ່ມຕົ້ນໃນການສ້າງຄວາມເຂົ້າໃຈ ຄວາມຮັກຄວາມພູກພັນສາມັກຄີ ການເຄົາລົບໃຫ້ກຽດກັນ ຈະເກາະກຳບັງໜຶ່ງໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ.

    ຕໍ່ບັນຫາດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ປະທານ ສປນວ ປະທານກອງປະຊຸມ  ໄດ້ສະແດງຄວາມຂອບໃຈຕໍ່ຫຼາຍຄຳຄິດຄຳເຫັນ ແລະ ຂໍ້ສະເໜີຂອງ ສສຊ ສສນວ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດກ່ຽວກັບບັນຫາແກ້ໄຂຢາເສບຕິດ ສ່ວນໃຫຍ່ກໍນອນໃນ ແຜນວຽກງານຈຸດສຸມຂອງ ນວ ຢູ່ແລ້ວ ເຊິ່ງການປະກອບຄຳເຫັນດັ່ງ ກ່າວ ແມ່ນເປັນການປະກອບສ່ວນສຳຄັນໃນການປັບປຸງແກ້ໄຂວຽກງານໃຫ້ສອດຄ່ອງກັບສະພາບຄວາມເປັນ ຈິງໃນແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບ ສອດຄ່ອງ ແລະ ມີປະສິດທິຜົນ.

# ຂ່າວ – ພາບ : ບຸນມີ

error: Content is protected !!