ລາວ-ຫວຽດນາມ ຫາລືໃສ່ຮ່າງສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາທາງແພ່ງ

   ກົມຮ່ວມມືສາກົນ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືໃສ່ຮ່າງສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຂຶ້ນໃນວັນທີ 25 -26 ກໍລະກົດ 2022 ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນປະທານຂອງທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທຳ ມີທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳແຂວງບໍລິຄຳໄຊ ຄະນະຮັບຜິດຊອບທີ່ມາຈາກກະຊວງຍຸຕິທຳ ກະຊວງການຕ່າງປະເທດ ກະຊວງປ້ອງກັນຄວາມສະຫງົບ ຫ້ອງວ່າການສຳນັກງານປະທານປະເທດ ສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ໂຄງການ ລາວ/031.

    ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບເນື້ອໃນຂອງຮ່າງສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ເຫັນວ່າຍັງມີຂໍ້ຄົງຄ້າງ ຈາກກອງປະຊຸມເຈລະຈາກ່ຽວກັບຮ່າງສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງວັນທີ 16-17 ມິຖຸນາ 2022 ທີ່ຈັດຂຶ້ນຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍສະເພາະ ຄວາມສອດຄ່ອງທາງດ້ານເນື້ອໃນຂອງບັນດາມາດຕາ ການຕີຄວາມໝາຍຂອງຄຳສັບທີ່ຍັງເຫັນວ່າຍັງບໍ່ມີຄວາມກະຈ່າງແຈ້ງ ຊັດເຈນ ແລະ ສົມບູນເທື່ອ.

     ໃນກອງປະຊຸມ ໄດ້ຜ່ານຮ່າງສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ສະບັບປັບປຸງຈາກກອງປະຊຸມຄັ້ງວັນທີ 16-17 ມິຖຸນາ 2022 ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາເຫັນປຶກສາຫາລືຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອກະກຽມເນື້ອໃນ ບັນຫາຂໍ້ຄົງຄ້າງ ແລະ ກຳນົດປະເດັນເນື້ອໃນທີ່ຈະນຳໄປເຈລະຈາກັບ ສສ ຫວຽດນາມ ໃນກອງປະຊຸມເຈລະຈາກ່ຽວກັບຮ່າງສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳໃນບັນຫາທາງແພ່ງລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີສອງຈະໄດ້ຈັດຂຶ້ນໃນເດືອນສິງຫາ 2022 ທີ່ ສສ ຫວຽດນາມ.

    # ຂ່າວ  – ພາບ : ເພັດສະໝອນ

error: Content is protected !!