6 ເດືອນຕົ້ນປີ ສານປະຊາຊົນ ນວ ສາມາດແກ້ໄຂຄະດີໄດ້ 344 ເລື່ອງ

    ທ່ານນາງ ເກສອນ ພັນລັກ ປະທານສານປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຄົ້ນຄວ້າພິຈາລະນາຕັດສິນຄະດີອາຍາຂອງສານປະຊາຊົນ ນວ ຕາມຂໍ້ຕົກລົງສະບັບ ເລກທີ 481/ຈຄນວ ຂອງທ່ານເຈົ້າຄອງ ວ່າດ້ວຍການຜັນຂະຫຍາຍ ແລະ ການແບ່ງງານໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ວັນທີ 25 ກໍລະກົດ 2022 ທີ່ຫ້ອງວ່າການ ນວ ວ່າ: ສານປະຊາຊົນ ນວ ໄດ້ເອົາໃຈໃສ່ຜັນຂະຫຍາຍຂໍ້ຕົກລົງສະບັບເລກທີ 481/ຈຄນວ ຂອງທ່ານເຈົ້າຄອງ ນວ ມາເປັນແຜນການອັນລະອຽດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການຄົ້ນຄວ້າພິຈາລະນາການຕັດສິນຄະດີອາຍາໂດຍສະເພາະ ຄະດີຢາເສບຕິດ ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສຍຕິດ ເຊິ່ງເລີ່ມແຕ່ເດືອນມັງກອນ ເຖິງເດືອນມີຖຸນາ 2022 ສານປະຊາຊົນ ນວ ໄດ້ຮັບສຳນວນຄະດີອາຍາທັງໝົດ 44 ເລື່ອງ ໃນນັ້ນ ມີຄະຕິຢາເສບຕິດ 412 ເລື່ອງ ເທົ່າກັບ 63,67% ແກ້ໄຂໄດ້ 344 ເລື່ອງ ເທົ່າກັບ 83,49% ໃນນັ້ນ ສົ່ງຄືນໃຫ້ອົງການໄອຍະການປະຊາຊົນ ນວ ເພື່ອເກັບກຳຂໍ້ມູນເພີ່ມເຕີມໃໝ່ 18 ເລື່ອງ ກຳລັງຄົ້ນຄວ້າພິຈາລະນາຕັດສິນໃນປັດຈຸບັນມີ 50 ເລື່ອງ ໃນຈໍານວນຄະດີຢາເສບຕິດທີ່ສານປະຊາຊົນ ນວ ຕັດສິນນັ້ນ ມີການຈອງອຸທອນຂອງຈຳເລີຍ 10 ເລື່ອງ ເທົ່າກັບ 2,90% ຕໍ່ຄຳຕັດສິນຂອງສານ ຈຳເລີຍ ພໍໃຈສົ່ງໄປຈັດຕັ້ງປະຕິບັດທັງໝົດ 334 ເລື່ອງ ເທົ່າກັບ 97,1% ໃນຈຳນວນຄະດີຢາເສບຕິດ 344 ເລື່ອງນັ້ນ ມີນັກໂທດທັງໝົດ 456 ຄົນ ຍິງ 52 ຄົນ ແລະ ຕ່າງປະເທດ 5 ຄົນ ໄດ້ຈັດລະດັບໂທດຕາມຂໍ້ຫາຄື:ໄດ້ລົງໂທດຕັດອິດສະຫຼະພາບຂໍ້ຫາຄ້າຂາຍຢາເສບຕິດແຕ່ 1-5 ປີ ຈຳນວນ 351 ຄົນ ຍິງ 40 ຄົນ ແຕ່ 5-10 ປີ ຈຳນວນ 84 ຄົນ ແລະ ແຕ່ 10-20 ປີ ຈໍານວນ 15 ຄົນ ຍິງ 3 ຄົນ ແລະ ລົງໂທດຕະຫຼອດຊີວິດ 4 ຄົນ ແລະ ລົງໂທດປະຫານຊີວິດ 2 ຄົນ ຍິງ 1 ຄົນ.

    ນອກນີ້ ໄດ້ຮິບຊັບມີຄື: ປະເພດຢາບ້າທັງໝົດ 140.533 ເມັດ ຢາໄອສ໌ 2 ຫໍ່ 33 ຖົງນ້ອຍ ແລະ 41,1 ກຣາມ ຢາອີ 9 ເມັດ ກັນຊາ 29,9 ກຣາມ ແລະ ຝິ່ນ 13.03 ກຣາມ ຢຶດວັດຖຸສິ່ງຂອງມີຄື:ລົດໃຫຍ່ 12 ຄົນ ລົດຈັກ 8 ຄັນ ປຶນ 12 ກະບອກ ລູກປືນ 103 ລູກ ໂທລະສັບ 75 ໜ່ວຍ ປ້າຍລົດໃຫ່ຍ 120 ຄູ່ ທີ່ດິນ 12 ຕອນ ສະກຸນເງິນກີບ 53.855.344.000 ກີບ ສະກຸນເງິນບາດ 953.500 ບາດ ສະກຸນເງິນໂດລາສະຫະລັດ 511 ໂດລາສະຫະລັດ ແລະ ສະກຸນເງິນກຳປູເຈຍ 80 ຫ້ຽນ ນອກນີ້ ຍັງມີເຄື່ອງປະດັບເອ້ຢ້ອງເຊັ່ນ: ແຫວນປະເພດເງິນ ສາຍແຂນເງິນ ແລະ ຄໍາ ສາຍຄໍຄໍາ 14 ເສັ້ນ ເຊິ່ງຊັບທັງໝົດ ປັດຈຸບັນຍັງຢູ່ຂັ້ນຕອນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

    ຜ່ານການດໍາເນີນຄະດີການກະທໍາຜິດກ່ຽວກັບຢາເສບຕິດຢູ່ສານປະຊາຊົນ ນວ ເຫັນວ່າໂດຍລວມແມ່ນປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງ ປີ 2017 ແລະ ປະມວນກົດໝາຍອາຍາທີ່ໄດ້ກຳນົດຢ່າງເຂັ້ມງວດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!