ກອງທັບລາວ-ຈີນ ຮ່ວມເຝິກຊ້ອມ ກອບກູ້ຊ່ວຍເຫຼືອຜູ້ປະສົບໄພພິບັດ

    ກອງທັບປະຊາຊົນລາວ ຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຕັ້ງການຫັດແອບເຝິກຊ້ອມກອບກູ້ຜູ້ປະສົບໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ (ຂະບວນລົດໄຟສັນຕິພາບ ປີ 2022) ຢູ່ສະຖານີລົດໄຟເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 25 ກໍລະກົດ 2022 ເພື່ອກຽມຄວາມພ້ອມຮັບມືກັບເຫດການຕ່າງໆທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ສະຫາຍ ພັນເອກ ພິເສດ ເສິນຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຄະນະກໍາມະການທະຫານສູນກາງແຫ່ງ ສປ ຈີນ ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ກອງທັບປົດປ່ອຍປະຊາຊົນຈີນ ມີທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານການແພດເຫຼົ່າຮົບເສນາຮັກຂອງສອງກອງທັບລາວ-ຈີນເຂົ້າຮ່ວມ.

    ການເຝິກຊ້ອມໃນຄັ້ງນີ້ ໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກທໍາມະຊາດ ເຊັ່ນ: ຝົນຕົກໜັກ ເກີດມີພະຍຸລົມແຮງແບບກະທັນຫັນ ແລະ ກໍລະນີທີ່ໄດ້ຮັບຜົນກະທົບເປັນຈໍານວນຫຼາຍ ໃນນັ້ນ ມີຜູ້ຄົນຂາດທີ່ຢູ່ອາໄສ ຖືກບາດເຈັບ ແຂນ ຂາຫັກ ກະທົບຫົວ ກະທົບທ້ອງ ກະທົບເອິກ ຊຸດໂຊມລະບົບຫາຍໃຈ ເຊິ່ງການເຝິກຊ້ອມ ຈະໃຊ້ເວລາ 10 ວັນ.

    ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ຂະບວນລົດໄຟສັນຕິພາບ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດກັນມາແຕ່ປີ 2017 2018 2019 ມາຮອດປີ 2020-2021 ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ກິດຈະກໍາດັ່ງກ່າວຈຶ່ງໄດ້ຢຸດເຊົາຊົ່ວຄາວ ແລະ ມາຮອດປີ 2022 ນີ້ແມ່ນໄດ້ສືບຕໍ່ປະຕິບັດ ພິເສດປີນີ້ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາລົດໄຟການແພດມາຈາກ ສປ ຈີນ 25 ຕູ້ ປະກອບມີລະບົບເຊີດຊູຄົນເຈັບ ໂຮງໝໍສະໜາມ ອຸປະກອນການແພດ ແລະ ຫ້ອງວິເຄາະ PCR ມາຈໍາລອງເຫດການ ການບໍລິການທາງດ້ານການແພດ ແລະ ອື່ນໆ ເພື່ອຊ່ວຍເຫຼືອຜູ້ບາດເຈັບ ຫຼື ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ນໍາສົ່ງໄປໂຮງໝໍແນວຫຼັງເຊິ່ງການເຝິກຊ້ອມໃນຄັ້ງນີ້ ມີຈໍານວນພົນເຂົ້າຮ່ວມທັງໝົດ 418 ສະຫາຍ ກໍາລັງຝ່າຍລາວ 274ສະຫາຍ ໃນນັ້ນ ມີນັກເຝິກຊ້ອມ 100 ສະຫາຍ ຝ່າຍຈີນເຂົ້າຮ່ວມ 149 ສະຫາຍ ກ່ອນເຂົ້າເຝິກຊ້ອມ 28 ວັນ ນັກເຝິກຊ້ອມໄດ້ຮັບການສັກວັກຊີນອີກເຂັມໜຶ່ງ ເຂົ້າກັກໂຕ 14 ວັນ.

# ຂ່າວ – ພາບ: ເພັດສະໝອນ

error: Content is protected !!