ປີນີ້ ບໍ່ຄຳ-ທອງ​ ເຊ​ໂປນ ຄາດ​ວ່າ​ຈະ​​ຜະ​ລິດ​ແທ່ງ​ຄຳ​ໄດ້ 7 ໂຕນ ແຜ່ນ​ທອງ 8.000 ໂຕນ

    ທ່ານ ຫວາງ ຈ້ຽນ​ຫົວ ປະ​ທານບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ເຂົ້າ​ຢ້ຽມ​ຄໍາ​ນັບ​ການ​ນຳ​ຂັ້ນ​ສູງ​ ສປປ ລາວ ເມື່ອບໍ່ດົນມານີ້ ເພື່ອ​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ລົງ​ທຶນ ແລະ​ ການ​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ຂອງ​ບໍ​ລິ​ສັດ ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ ແລະ ​ຢືນຢັນແຜນວຽກສຳ​ລັບ​ການ​ຂະ​ຫຍາຍ​ຕົວ​ໃນ​ອະ​ນາ​ຄົດ ໃນ​ການ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ ເຊິ່ງບໍ​ລິ​ສັດ​ ຊື​ເຟິງ ຈີຫຼົງ ​ຂຸດ​ຄົ້ນ​​ຄຳ ໄດ້ຖື​ຫຸ້ນ 90% ໃນບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ເຊິ່ງ​ເປັນ​ເຈົ້າ​ຂອງ ແລະ ດຳ​ເນີນ​ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ເມືອງວິ​ລະ​ບູ​ລີ ແຂວງ​ສະ​ຫວັນ​ນະ​ເຂດ.

    ທ່ານ ຫວາງ​ ຈ້ຽນ​ຫົວ​ ຢັ້ງ​ຢືນ​ຄວາມ​ມຸ່ງ​ໝັ້ນ​ຂອງ​ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ໃນ​ເພີ່ມ​ທະ​ວີການ​ພົວ​ພັນ ແລະ ລົງ​ທຶນ​ໃນ​ ສ​ປ​ປ ລາວ ເພື່ອ​ພັດ​ທະ​ນາ​ໂຄງ​ການ​ຄຳ ທອງ ແລະ ແຮ່​ຫາ​ຍາກ ໃນ​ເວ​ລາ​​ພົບ​ປະ​​ກັບ​​ທ່ານ ປອ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານນາງ ​ບຸນ​ຄຳ ວໍ​ລະ​ຈິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ  ແລ​ະ ສິ່ງ​ແວດ​ລ້ອມ ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ ທ່ານ ປອ ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ແລະ ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ວ່າ: ການ​ລົງ​ທຶນ​ໃນ​ໂຄງ​ການບໍ່​ແຮ່​ໃໝ່ ຈະ​ສ້າງ​ຜົນ​ປະ​ໂຫຍດ​ທາງບວກ​ໃຫ້​​​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ລາວ ຕົນມີ​ຄວາມ​ພາກ​ພູມ​ໃຈ​ຕໍ່​ຜົນ​ສຳ​ເລັດ​ຂອງ​ບໍ​ລິ​ສັດ​ ລ​ຊມ​ລ ໂດຍ​ສະເພາະ ການ​ສ້າງວຽກ​ເຮັດ​ງານ​ທຳ ການເຝິກ​ອົບ​ຮົມ ​ການພັດ​ທະ​ນາ​ຊຸມ​ຊົນ ແລະ ການ​ປະ​ກອບ​ສ່ວນ​ສ້າງ​ລາຍ​ຮັບ​ໃຫ້​​ລັດ​ຖະ​ບານ​ລາວ ເມື່ອບໍ່ດົນມານີ້ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ໄດ້​ລົງນາມ​ສັນ​ຍາ​ຮ່ວມ​ມື​ຄັ້ງ​ປະ​ຫວັດ​ສາດ ກັບລັດ​ວິ​ສະ​ຫະ​ກິດພັດ​ທະ​ນາ​ແຮ່​ທາດ​ລາວ ໃນ​ການ​ສຳຫຼວດ ແລະ ພັ​ດ​ທະ​ນາ​ຊັບ​ພະ​ຍາ​ກອນແຮ່​ທາດ​ເພີ່ມ​ຕື່ມ​ຢູ່ ​ສ​ປ​ປ ລາວ ເຊິ່ງການ​ຮ່ວມ​ມື​ຄັ້ງນີ້ ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ໝັ້ນ​ໃ​ນ​ການຂະ​ຫຍາຍ​​ຕົວ ແລະ ການພັດ​ທະ​ນາ​ຂະ​ແໜງ​ການບໍ່​ແຮ່​ຂອງ​ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ຢູ່ ສ​ປ​ປ ລາວ ຕົນຂໍ​ສະ​ແດງ​ຄວາມ​ຂອ​ບ​ໃຈລັດ​ຖ​ະ​ບານ​ລາວ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການຄຳ-ທອງ​ ເຊ​ໂປນ ແລະ ແຜນ​ການ​ຂະ​ຫຍາຍ​ຕົວ​ຂອງ​ບໍ​ລິ​ສັດ ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ຈະ​ສືບ​ຕໍ່​ຮັກ​ສາ​ມາດ​ຕະ​ຖານການ​ດຳ​ເນີນ​ງານ​ໃນ​ລະ​ດັບ​ສາ​ກົນດ້ານ​ຄວາມ​ປອດ​ໄພ ການ​ຮັກ​ສາສິ່ງ​ແວດ​ລ້ອມ ການພັດ​ທະ​ນາ​ຊຸມ​ຊົນ ການພັດ​ທະ​ນາ ແລະ ຍົກ​ລະ​ດັບ​ບຸຄະ​ລາ​ກອນ​ຄົນ​ລາວ.

    ລ​ຊມ​ລ ແລະ ລັດ​ຖະ​ບານ​ລາວ ໄດ້​ສ້າງ​ສາຍ​ພົວ​ພັນ​ອັນ​ແໜ້ນ​ແຟ້ນ​ໃນ​ການ​ຮ່ວມ​ງານກັນເປັນ​ເວ​ລາຫຼາຍກວ່າ 30 ປີ ບໍ່​ຄຳ​-ທອງ ​ເຊ​ໂປນ ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ​ສູງ​ທີ່​ສຸດ ແລະ ສາ​ມາດ​ຮັກ​ສາ​ມາດ​ຕະ​ຖານໃນ​ລະ​ດັບ A+ ​ເຊິ່ງ​ອອກ​ໃຫ້ໂດຍກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ ແລະ ເປັນ​ທີ່​ຍອມ​ຮັບ​ວ່າ ລ​ຊມ​ລ ໄດ້​ເປັນ​ແບບ​ຢ່າງທີ່​ດີ​ເລີດ​ໃຫ້​ບໍ​ລິ​ສັດ​ບໍ່​ແຮ່​ອື່ນໆຢູ່​ ສ​ປ​ປ ລາວ ປີ 2022 ບໍ​ລິ​ສັດ ຊື​ເຟິງ ຈີຫຼົງ ຂຸດ​ຄົ້ນ​ຄຳ ລ​ຊມ​ລ ໄດ້​ເລີ່ມ​ດຳ​ເນີ​ນ​ການກໍ່​ສ້າງອຸ​ມົງ ເພື່ອ​ສຳຫຼວດບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສ​ະ​ໄໝ​ແຫ່ງ​ທຳ​ອິດ​ຢູ ​ສ​ປ​ປ ລາວ ເຊິ່ງ​ຈະ​ເປັນ​ຕົວ​ຢ່າງ​ໃຫ້​​ບໍ​ລິ​ສັດ​ອື່ນ​ໃນ​ອຸດ​ສະ​ຫະ​ກຳ​ບໍ່​ແຮ່ ແລະ ນັບ​ແຕ່​ມື້ເລີ່ມ​ດຳ​ເນີນ​ງານ​​​ປີ 2003 ລ​ຊມ​ລ ໄດ້​ຜະ​ລິດ​ແຜ່ນ​ທອງຫຼາຍກວ່າ​ 1,1 ລ້ານ ໂຕນ ແລະ ແທ່ງ​ຄຳ​ຫຼາຍກວ່າ 1,5 ລ້ານ​ອອນ​ສ໌ ພ້ອມ​ທັງ​ໄດ້​ປະ​ກອບ​ສ່ວນ​ຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ໃຫ້ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ລັດ​ຖະ​ບານ​ລາວ​ ໂດຍຜ່ານ​ການ​ຊຳ​ລະ​ພາ​ສີ-​ອາ​ກອນ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ ນອກ​ນີ້ຍັງໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ ການ​ເຝິກ​ອົບ​ຮົມ ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ການ​ສົ່ງ​ເສີມທຸ​ລະ​ກິດ​ທ້ອງ​ຖິ່ນ ​ປີ 2021 ໂຄງ​ການ​ຄຳ-ທອງ​ ເຊ​ໂປນ ​ຜະ​ລິດ​ທອງໄດ້ຫຼາຍກວ່າ 5.341 ໂຕນ ແລະ ແທ່ງ​ຄຳ​ຫຼາຍກວ່າ 192.988 ອອນ​ສ໌ ສໍາລັບປີ 2022 ຄາດ​ວ່າ​ຈະ​ສາ​ມາດ​ຜະ​ລິດ​ແທ່ງ​ຄຳ​ໄດ້ 224.000 ອອນ​ສ໌ (7 ໂຕນ) ແລະ ແຜ່ນ​ທອງ 8.000 ໂຕນ.

# ສະບາໄພ

error: Content is protected !!