ຫາລື ກຽມສ້າງໂລໂກ ແລະ ສິ່ງຫຸ້ມຫໍ່ປີ້ງໄກ່ເຊໂນ

    ເພື່ອເປັນການຍູ້ແຮງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບການສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ (SMEs) ກໍຄືການສົ່ງເສີມຜູ້ປະກອບການ ປີ້ງໄກ່ລາດເຊໂນ ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຊື່ສຽງໂດ່ງດັງທັງພາຍໃນແຂວງ ຕ່າງແຂວງ ແລະ ຕ່າງປະເທດ ດັ່ງນັ້ນ ອາທິດຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ນຳໂດຍທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກໄດ້ລົງສົມທົບກັບທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມດ້ວຍຄະນະກຳມະການທຸກພາກສ່ວນໄດ້ຮ່ວມປຶກສາຫາລືເພື່ອສ້າງໂລໂກ ແລະ ສິ່ງບັນຈຸຫຸ້ມຫໍ່ຜະລິດຕະພັນປີ້ງໄກ່ລາດເຊໂນໃຫ້ມີຄວາມສະອາດຈົບງາມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

    ສະມາຄົມປີ້ງໄກ່ລາດເຊໂນ ໄດ້ປະກາດສ້າງຕັ້ງກຸ່ມມາແຕ່ປີ 2016 ໃນໄລຍະນັ້ນ ມີສະມາຊິກກຸ່ມພຽງແຕ່ 36 ຮ້ານ ແຕ່ມາຮອດປັດຈຸບັນ ມີເຖິງ 66 ຮ້ານ ໃນນັ້ນ 15 ຮ້ານແມ່ນໄດ້ຮັບຮອງເປັນສິນຄ້າກາໝາຍໂອດັອບແຫ່ງຊາດ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າໂອດັອບແຫ່ງຊາດ ປີ້ງໄກ່ລາດເຊໂນ ໃຫ້ໄດ້ຮັບການຍອມຮັບ ແລະ ຖືກສຸຂະອະນາໄມ ແລະ ເປັນເອກະລັກສະເພາະ.

    ໂອກາດນີ້ ທ່ານ ໄຊຍະເດດ ຜຸຍຍະວົງ ກໍໄດ້ເນັ້ນໜັກໃຫ້ຄະນະກຳມະການຂັ້ນເມືອງ ກໍຄືກຸ່ມຜູ້ປະກອບການຈົ່ງພ້ອມກັນສົ່ງເສີມ ປັບປຸງ ສ້າງຄວາມເຂັ້ມແຂງຂອງສະມາຄົມ ໂດຍສະເພາະ ສະຖານທີ່ບໍລິການໃຫ້ມີຄວາມສະອາດ ເປັນລະບຽບຮຽບຮ້ອຍ ສິ່ງສຳຄັນ ໃຫ້ຮັບປະກັນດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ພ້ອມກັນສ້າງຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ ມີຄວາມຊື່ສັດ ຈິງໃຈ ນອກນັ້ນ ໃນສະມາຄົມປີ້ງໄກ່ລາດເຊໂນ ຕ້ອງມີລະບອບປະຊຸມ ປຶກສາຫາລື ສ່ອງແສງ ເພື່ອເປີດໂອກາດໃຫ້ສະມາຊິກມີຄຳເຫັນໃນການປັບປຸງໃຫ້ສະມາຄົມມີການພັດທະນາຂຶ້ນໄປເລື້ອຍໆ.

# ຂ່າວ – ພາບ ອົ່ນ ໄຟສົມທອງ

error: Content is protected !!