ລັດຖະມົນຕີກະຊວງພາຍໃນ ລົງຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງຈໍາປາສັກ

    ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງຈໍາປາສັກ ໃນວັນທີ 25 ກໍລະກົດ 2022 ຕ້ອນຮັບໂດຍທ່ານ ຄໍາຕັນ ຊົມພັນດອນ ຫົວໜ້າພະແນກພາຍໃນແຂວງຈໍາປາສັກ ມີຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນພະແນກພາຍໃນແຂວງແຂວງເຂົ້າຮ່ວມ.

    ການລົງຊຸກຍູ້ວຽກງານຂະແໜງພາຍໃນຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກພາຍໃນໄລຍະຜ່ານມາ ຈາກທ່ານ ຄໍາຕັນ ຊົມພັນດອນ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີ ຂໍ້ຄົງຄ້າງ ສາເຫດ ແລະ ທິດທາງໃນຕໍ່ໜ້າ ຈາກນັ້ນ ທ່ານ ທອງຈັນ ມະນີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງການນຳພະແນກ ຈົນມີຜົນງານພົ້ນເດັ່ນຫຼາຍດ້ານໃນໄລຍະຜ່ານມາ ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ພະແນກພາຍໃນຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ບາງບັນຫາ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືການມອບໝາຍຂອງລັດຖະບານ ຂະແໜງການພາຍໃນ ພວມສຸມໃສ່ຈັດຕັ້ງປະຕິບັດວຽກງານບູລິມະສິດຈຸດສຸມຈໍານວນໜື່ງໃນໄລຍະ 5 ປີ (2021-2025) ເປັນຕົ້ນ: ຈະໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ ປັບປຸງ ແລະ ສ້າງນິຕິກໍາທີ່ຕິດພັນກັບພາລະບົດບາດຂອງຂະແໜງ ພາຍໃນ ສືບຕໍ່ປັບປຸງກົງຈັກການຈັດຕັ້ງບັນດາກະຊວງ ອົງການ ແລະ ທ້ອງຖິ່ນ ຕິດພັນກັບການກໍານົດຕໍາແໜ່ງງານ ຕາມທິດກະທັດຮັດ ບໍ່ຊໍ້າຊ້ອນ ກ້າວກ່າຍວຽກງານກັນ ມີຄວາມເຂັ້ມແຂງ ເປັນລະບົບໂລ່ງລ່ຽນ ວ່ອງໄວ ແລະ ມີປະສິດທິຜົນ ຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວໃນຂອບເຂດທົ່ວປະເທດ ຫັນການຄຸ້ມຄອງພະນັກງານ-ລັດຖະກອນເປັນທັນສະໄໝ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງສໍາຫຼວດ ວັດແທກ ປັກຫຼັກໝາຍ ແລະ ສ້າງແຜນທີ່ເສັ້ນຊາຍແດນລະຫວ່າງຊາດ ກັບບັນດາປະເທດທີ່ຍັງບໍ່ທັນສໍາເລັດ ( ລາວ-ໄທ ລາວ-ກໍາປູເຈຍ) ແລະ ອື່ນໆ. ນອກຈາກນີ້ ທ່ານລັດຖະມົນຕີພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄໍານັບທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ແລະ ລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນໃຫ້ການນໍາແຂວງໄດ້ຮັບຊາບ.

# ຂ່າວ – ພາບ : ກະຊວງພາຍໃນ

error: Content is protected !!