
ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດຢູ່ວຽງຈັນ ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງການຄ້າ ລາຊະອານາຈັກໄທ ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ເຊີນຜູ້ປະກອບການສິນຄ້າແບຣນ ພົບປະນັກທຸລະກິດ ສປປ ລາວ ພ້ອມຈັດເວທີເຈລະຈາຈັບຄູ່ທຸລະກິດ Business Matching ໄທ-ລາວ ເພື່ອເພີ່ມທ່າແຮງດ້ານການຄ້າ ການລົງທຶນ ເຊື່ອມຕໍ່ກັບກຸ່ມປະເທດລຸ່ມແມ່ນ້ຳຂອງ ຂຶ້ນວັນທີ 4-8 ມີນາ 2020 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ເພື່ອເພີ່ມຊ່ອງທາງ ແລະ ໂອກາດທາງການຕະຫຼາດໃຫ້ຜູ້ປະກອບການໄທ ແລະ ປະເທດເພື່ອນບ້ານ ມີໂອກາດພົບປະເຈລະຈາການຄ້າ ແລະ ເພີ່ມໂອກາດໃນການເຮັດທຸລະກິດຮ່ວມກັນ ສົ່ງເສີມພາບລັກ ແລະ ເຜີຍແຜ່ປະຊາສຳພັນສິນຄ້າໃຫ້ເປັນທີ່ຮູ້ຈັກທັງໃນປະເທດ ແລະ ຕ່າງປະເທດ ລວມທັງສ້າງລາຍໄດ້ໃຫ້ຜູ້ປະກອບການ ພາຍໃນງານຄັ້ງນີ້ ຍັງມີການສຳມະນາໃຫ້ຄວາມຮູ້ກ່ຽວກັບທຸລະກິດ ແລະ ການຄ້າລະຫວ່າງປະເທດ ກິດຈະກຳ Tip&Talk ຈາກບຸກຄົນທີ່ມີຊື່ສຽງຂອງໄທ ແລະ ລົງນາມບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໂດຍມີສິນຄ້ານະວັດຕະກຳ ເຊັ່ນ: ໝາກບານດັບເພີງ Elide Fire Ball ລົດໄຟຟ້າ Mine ປຸຍ Organic Way MAB online ມະຫາວິທະຍາໄລຫໍການຄ້າໄທ ບັນຈຸພັນຮັກໂລກ Bio form ແລະ ສິນຄ້າອື່ນໆອີກຫຼາຍຢ່າງ.
ທ່ານນາງ ປະວິດຕາ ມ່ວງສະກຸນ ທີ່ປຶກສາຮັກສາການແທນເອກອັກຄະລາຊະທູດ ທີ່ປຶກສາຝ່າຍການຄ້າ ກ່າວວ່າ: ໄທ-ລາວ ເປັນເພື່ອນບ້ານທີ່ມີຄວາມໃກ້ຊິດກັນ ການຈັດງານດັ່ງກ່າວເຮັດໃຫ້ທຸລະກິດໄທ ແລະ ລາວ ໄດ້ມີການໂອ້ລົມແລກປ່ຽນສິນຄ້ານະວັດຕະກຳໃໝ່ໆ ທີ່ສາມາດຕອບສະໜອງຕໍ່ຄວາມຕ້ອງການ ແລະ ການພັດທະນາພາກທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍຂອງ ສປປ ລາວ ກຳລັງໃຫ້ຄວາມສຳຄັນ ການນຳເຕັກໂນໂລຊີ ແລະ ນະວັດຕະກຳ ມາປັບໃຊ້ໃນລະບົບການສຶກສາ ທີ່ຈະຊ່ວຍຕໍ່ຍອດການສ້າງບຸຄະລາກອນທີ່ມີຄຸນນະພາບ ນອກນີ້ ຍັງມີສິນຄ້າແຟນຊາຍທີ່ໜ້າສົນໃຈ ສາມາດສ້າງລາຍໄດ້ ສ້າງອາຊີບ ເຊິ່ງຈະສົ່ງຜົນດີຕໍ່ການຄ້າ ການລົງທຶນ ລະຫວ່າງສອງປະເທດໃນອະນາຄົດ.