ກົມກໍ່ສ້າງຮາກຖານ ລົງເຮັດວຽກຮາກຖານ ຢູ່ວິທະຍາຄານກົມມະດຳ

     ວັນທີ 22 ກໍລະກົດ 2022 ກົມກໍ່ສ້າງຮາກຖານ ກະຊວງປ້ອງກັນປະເທດ ໄດ້ໄຂກອງປະຊຸມວຽກງານຮາກຖານຢູ່ວິທະຍາຄານກົມມະດຳ ເປັນປະທານໂດຍທ່ານ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ມີພະແນກກໍ່ສ້າງຮາກຖານ ກອງພັນ ແລະ ນັກຮຽນ-ນັກສຶກສາວິທະຍາຄານ ກົມມະດຳເຂົ້າຮ່ວມ.

   ໂອກາດນີ້ ທ່ານ ພັນໂທ ສີສະຫວັນ ນັນທະວົງສາ ຫົວໜ້າພະແນກສັງລວມ ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 2759-2797/ກມທ ວ່າດ້ວຍການນຳສົ່ງນາຍທະຫານທີ່ຈົບຈາກວິທະຍາຄານກົມມະດຳ ລົງກໍ່ສ້າງຮາກຖານການເມືອງຢູ່ແຕ່ລະກົມກອງ ປະຕິບັດງານອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໝວດທີ IV ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ຕາມການສະເໜີຂອງກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ອີງຕາມການສະເໜີຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຕົກລົງໃຫ້ນັກຮຽນ-ນັກສຶກສາທີ່ຈົບຈາກວິທະຍາຄານກົມມະດຳ 41 ສະຫາຍ ແລະ ຈົບຈາກ ສສ ຫວຽດນາມ 2 ສະຫາຍ ລົງເຄື່ອນໄຫວວຽກງານຮາກຖານ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກວາງອອກແຕ່ລະໄລຍະ

     ການກໍ່ສ້າງຮາກຖານພັກ ແມ່ນໜ້າທີ່ຍຸດທະສາດຂອງພັກ ແມ່ນແບບແຜນນຳພາແບບແຜນວິທີເຮັດວຽກ ຂອງຄະນະພັກທຸກຂັ້ນ ເຊິ່ງຈະຕ້ອງໄດ້ເລືອກເຟັ້ນເອົາພະນັກງານທີ່ມີມາດຖານດີ ມີຄຸນສົມບັດປະຕິວັດດີ  ຮູ້ກຳແໜ້ນມະຕິ ຄຳສັ່ງຂອງພັກ-ລັດ ຮູ້ໝູນໃຊ້ ພັດທະນາຊົນນະບົດໃຫ້ເຂັ້ມແຂງທາງດ້ານການເມືອງ ເສດຖະກິດ-ສັງຄົມ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮູ້ປຸກລະດົມຂົນຂວາຍປະຊາຊົນຢູ່ຂັ້ນຕ່າງໆ ຕາມຈຸດປະສົງຄາດໝາຍ ໃຫ້ສອດຄ່ອງກັບສິດໜ້າທີ່ ພາລະບົດບາດຂອງລະບົບການເມືອງ ປະຊາທິປະໄຕປະຊາຊົນຢູ່ຂັ້ນຮາກຖານ ຕໍ່ກັບການພັດທະນາຊຸມຊົນໃນໄລຍະໃໝ່ ຄືໜ່ວຍພັກ ນາຍບ້ານ ອົງການມະຫາຊົນ ຂະແໜງການແຂວງ ເມືອງ ແລະພາກສ່ວນຕ່າງໆ ເພື່ອເກັບກຳຂໍ້ມູນ ຂຶ້ນແຜນ ຂຶ້ນໂຄງການ ແລະ ຊອກຫາແຫຼ່ງທຶນ ພ້ອມກັບແບ່ງໜ້າທີ່ຮັບຜິດຊອບ.

    ສະຫາຍພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຮຽກຮ້ອງຕໍ່ບັນດາພະນັກງານ ນັກຮຽນ-ນັກສຶກສາ ທີ່ຈະກຽມລົງເຄື່ອນໄຫວວຽກງານຮາກຖານ ໃຫ້ມີຄວາມອົດທົນຕໍ່ຄວາມຫຍຸ້ງຍາກລຳບາກ ຫ້າວຫັນບຸກບືນ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຢ່າງມີສະຕິລະວັງຕົວ ເພື່ອເຮັດສຳເລັດໜ້າທີ່ຕາມຄາດໝາຍທີ່ວາງໄວ້.

error: Content is protected !!