ຫຼາຍສາເຫດ ເຮັດໃຫ້ການອອກໃບຕາດິນຊັກຊ້າ

    ວຽກງານຂົງເຂດທີ່ດິນ ຊັບພະຍາກອນກ່ຽວກັບການອອກໃບຕາດິນ ເປັນບັນຫາລວມທີ່ຊໍ້າເຮື້ອມາຫຼາຍປີຈາກເຊື່ອມໂຍງໃນໄລຍະຂ້າມຜ່ານ ແລະ ການນຳໃຊ້ລະບົບອານາລັອກ (ລະບົບເຈ້ຍ) ທີ່ຍັງບໍ່ທັນໄດ້ຮັບການປັບປຸງ ໄປສູ່ລະບົບທັນສະໄໝ ເຮັດໃຫ້ພົບພໍ້ຫຼາຍບັນຫາ ເຊິ່ງການອອກໃບຕາດິນໃນໄລຍະຜ່ານມາ ແຕ່ປີ 2021 ເຖິງປັດຈຸບັນ ສາມາດເຊັນໃບຕາດິນໄດ້ທັງໝົດ 34.487 ຕອນ ຖ້າຫາກເອກະສານຕອນດິນທຸກຕອນຜ່ານລະບົບບະດູດຽວ ຜ່ານຂັ້ນຕອນໃນລະບົບຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແມ່ນບໍ່ໄດ້ມີການຊັກຊ້າ.

    ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບບັນຫາການແກ້ໄຂການອອກໃບຕາດິນຊັກຊ້າ ຕາມຫາງສຽງຂອງປະຊາຊົນ ໃນວາລະກອງປະຊຸມສະໄມສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ວັນທີ 22 ກໍລະກົດຜ່ານມາ ເຊິ່ງມີບາງຕອນ ໃຫ້ຮູ້ກ່ຽວກັບສາເຫດທີ່ພາໃຫ້ເກີດມີຫາງສຽງຊັກຊ້າໃນການບໍລິການອອກໃບຕາດິນ ຍ້ອນສະພາບລະບົບໂປຣແກຣມຖານຂໍ້ມູນທີ່ດິນບໍ່ສົມບູນ ມີໄວຣັສ ສັນຍານເນັດເວີກບໍ່ສະຖຽນ ລະບົບເຊີເວີກັບຂໍ້ມູນເຕັມ ມີບັນຫາເຮັດໃຫ້ວຽກງານຕິດຂັດ ບໍ່ສາມາດແຕ້ມໃບຕາດິນໄດ້ຫຼາຍຄັ້ງຕິດຕໍ່ກັນ ບາງຄັ້ງໃຊ້ເວລາເປັນເກືອບເດືອນ ຮ້າຍແຮງກວ່ານັ້ນ ຂໍ້ມູນໃນຖານຂໍ້ມູນໄດ້ເສຍຫາຍ ການກູ້ຂໍ້ມູນຄືນແມ່ນຕ້ອງໃຊ້ເວລາ ການພິມໃບຕາດິນຢູ່ຫຼາຍຈຸດ ເປັນຕົ້ນ ກົມທີ່ດິນເມືອງ ເຮັດໃຫ້ການຄຸ້ມຄອງຍາກ ລະບົບການຖ່າຍໂອນຂໍ້ມູນລະຫວ່າງໂປຣແກຣມ LLMs ກັບ ໂປຣແກຣມ LaoLandreg ປັດຈຸບັນໃນ 6 ຟັງຊັ່ນ ສາມາດໃຊ້ໄດ້ແຕ່ 1 ຟັງຊັ່ນຄື ໃຊ້ສະເພາະໃນວຽກງານການສໍາຫຼວດວັດແທກຂຶ້ນທະບຽນອອກໃບຕາດິນຄັ້ງທໍາອິດເທົ່ານັ້ນ ເກີດມີຊ່ອງຫວ່າງ ເຈົ້າຂອງສິດ ນໍາໃຊ້ທີ່ດິນບຸກຄົນ ນິຕິບຸກຄົນ ໄດ້ວ່າຈ້າງນາຍໜ້າ ພະນັກງານມາແລ່ນນອກລະບົບ ເຮັດໃຫ້ມີການກົດໜ່ວງຖ່ວງດຶງເອກະສານ ແລະ ເຮັດໃຫ້ສົ່ງຜົນສະທ້ອນຕໍ່ພາບບົດຂອງລັດ ເປັນຕົ້ນ ດິນຈັດສັນແບ່ງຂາຍ ໃຫ້ນາຍໜ້າມາແລ່ນ ເຮັດໃຫ້ເກີດມີການຊັກຊ້າ ມີປາກົດການປອມແປງເອກະສານ ປອມແປງໃບຕາດິນ ແລະ ຍັງມີພະນັກງານຈໍານວນໜຶ່ງທີ່ຂາດຄຸນທາດການເມືອງ ບໍ່ໜັກແໜ້ນ ມີຈັນຍາບັນ ຫັນໄປຮັບແລ່ນແຕ່ເອກະສານບໍ່ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະທີ່ພັກ-ລັດມອບໝາຍໃຫ້ ເຮັດໃຫ້ເກີດມີຫາງສຽງສັງຄົມ ແລະ ປາກົດການຫຍໍ້ທໍ້ຕາມມາ ບຸຄະລາກອນທີ່ເຮັດວຽກດ້ານເຕັກນິກຍັງບໍ່ພຽງພໍ ຖ້າທຽບໃສ່ບໍລິມາດຂອງວຽກງານ ຜູ້ໜຶ່ງຕ້ອງເຮັດຫຼາຍວຽກ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ເຮັດໃຫ້ພະນັກງານບໍ່ສາມາດເຮັດວຽກໄດ້ຢ່າງເຕັມເມັດເຕັມໜ່ວຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!