ໄຂໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງໄລຍະ II

    ພີທີໄຂໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ໄລຍະ II ໄດ້ຈັດຂຶ້ນວັນທີ 25 ກໍລະກົດ 2022 ທີ່ ໂຮງແຮມຄລາວພລາຊາ ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທ່ານ ນາງ Joy M. Sakurai ອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ທ່ານ ບຸນເຮືອງ ສຸລິໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຊຽງຂວາງ   ພ້ອມດ້ວຍຫົວໜ້າອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ  ແລະ  ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແຂວງຊຽງຂວາງໂດຍການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງອອກຈາກເນື້ອທີ່ດິນບ່ອນທີ່ມີການພັດທະນາ ແລະ ດິນທຳການຜະລິດດ້ານກະສິກຳຂອງພໍ່-ແມ່ປະຊາຊົນ ພ້ອມດຽວກັນນັ້ນ ກໍເພື່ອເປັນການສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃຫ້ບັນລຸເປົ້າໝາຍດ້ານການພັດທະນາແບບຍືນຍົງທີ 18 ໂດຍການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນໄລຍະຍາວຢູ່ ສປປລາວ ໂຄງການດັ່ງກ່າວ ແມ່ນມີທີ່ຕັ້ງ ຢູ່ 7 ເມືອງຂອງແຂວງຊຽງຂວາງຄື: ເມືອງໜອງແຮດ ເມືອງຄູນ ເມືອງຜາໄຊ ເມືອງແປກ ເມືອງພູກູດ ເມືອງຄໍາ ແລະ ເມືອງໝອກ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 4 ກິດຈະກຳຫຼັກຄື  ສໍາຫຼວດທີ່ບໍ່ແມ່ນທາງດ້ານວິຊາການ ໂຄສະນາສຶກສາຄວາມສ່ຽງໄພຕໍ່ລະເບີດບໍ່ທັນແຕກ (ລບຕ) ສໍາຫຼວດທາງດ້ານວິຊາການ ແລະ ທໍາລາຍລະເບີດເຄື່ອນທີ່ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍໄດ້ຮັບທຶນສະໜັບສະໜູນຈາກລັດຖະບານສະຫະລັດອາເມຣິກາ ມູນຄ່າ 7,6 ລ້ານໂດລາສະຫະລັດ ມີໄລຍະການຈັດຕັ້ງປະຕິບັດໂຄງການແຕ່ວັນທີໄດ້ຮັບການອະນຸມັດຈົນເຖິງວັນທີ 31 ທັນວາ 2022 ໂຄງການດັ່ງກ່າວ ແມ່ນໂຄງການທີ່ໄດ້ຢູ່ພາຍໃຕ້ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ. ນັບແຕ່ປີ 2018 ເປັນຕົ້ນມາ ລັດຖະບານສະຫະລັດອາເມຣິກາແມ່ນໄດ້ໃຫ້ທຶນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການສຳຫຼວດລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ມູນຄ່າ 14,7 ລ້ານໂດລາສະຫະລັດ ໂດຍມີໄລຍະຂອງການຈັດຕັ້ງປະຕິບັດແຕ່ປີ 2018 ຮອດເດືອນທັນວາ 2021 ແລະ ໄດ້ມີການດັດແກ້ເພີ່ມງົບປະມານ ແລະ ກິດຈະກຳເຂົ້າໃສ່ໂຄງການສຳຫຼວດເພີ່ມອີກມູນຄ່າ 6,5 ລ້ານໂດລາສະຫະລັດ ມາຮອດປັດຈຸບັນ ເປັນໄລຍະທີ II ລວມມູນຄ່າທັງໝົດປະມານ 28,74 ລ້ານ ໂດລາສະຫະລັດ ຕາມການອະນຸມັດຕົວຈິງຂອງກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ໃນການອະນຸມັດໂຄງການທີ່ໄດ້ຮັບການສະໜັບສະໜູນຜ່ານອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ເຊິ່ງເປັນໜຶ່ງໃນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດໜ້າເປັນອົງການປະຕິບັດງານດ້ານວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ.

# ຂ່າວ – ພາບ ອົ່ນ ໄຟສົມທອງ

error: Content is protected !!