ລາວ-ຫວຽດນາມ ເສີມຂະຫຍາຍການພົວພັນຮ່ວມມືວຽກງານຊົນເຜົ່າ

    ວັນທີ 24 ກໍລະກົດ 2022 ຄະນະກຳມະການຊົນເຜົ່າແຫ່ງ ສສ ຫວຽດນາມ ນຳໂດຍທ່ານ ເລ ເຊີນ ຮ໋າຍ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ  ໄດ້ເຂົ້າຢ້ຽມຄໍານັບ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີ່ນທາງມາຢ້ຽມຢາມ ແລະ ວຽກຢູ່ ສປປ ລາວ ວັນທີ 24-28 ກໍລະກົດ 2022.

    ໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເລ ເຊີນ ຮ໋າຍ ພ້ອມຄະນະ ທີ່ໄດ້ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງພາຍໃນ ສປປ ລາວ ຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືແຜນການຮ່ວມມື ລະຫວ່າງກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າແຫ່ງ ສສ ຫວຽດນາມ  ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ຄວາມສາມັກຄີພິເສດລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມເວົ້າລວມ ເວົ້າສະເພາະແມ່ນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງກະຊວງພາຍໃນ ແລະ ຄະນະກໍາມະການຊົນເຜົ່າແຫ່ງ ສສ ຫວຽດນາມໃນໄລຍະຜ່ານມາ ແລະ ອະນາຄົດໃຫ້ມີຜົນສຳເລັດຫຼາຍຂຶ້ນ

    ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ເຊັນຮ່ວມກັນຜ່ານມາ ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າໃນຕໍ່ໜ້າ ໂດຍສະເພາະ ການຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າຂອງສອງປະເທດ ແລະ ປືກສາຫາລືບັນຫາສຳຄັນທີ່ກ່ຽວຂ້ອງອື່ນໆຕື່ມອີກ.

# ຂ່າວ  – ພາບ : ລັດເວລາ

error: Content is protected !!