ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

    ກອງປະຊຸມພົບປະສອງຝ່າຍ ແລະ ແລກປ່ຽນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນວັນທີ 25 ກໍລະກົດ 2022  ຢູ່ກະຊວງພາຍໃນ ຕາງໜ້າຄະນະຜູ້ແທນຝ່າຍລາວນຳໂດຍທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ເລ ເຊີນ ຮ໋າຍ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການຊົນເຜົ່າ ຫວຽດນາມ ເຊິ່ງມີຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

    ການພົບປະຄັ້ງນີ້ ເປັນການສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ຄວາມສາມັກຄີລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືຂົງເຂດວຽກງານຊົນເຜົ່າ ທີ່ທັງສອງຝ່າຍ ກໍຄືກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຄັ້ງວັນທີ 18 ກັນຍາ 2017 ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງພາຍຫຼັງທີ່ໄດ້ລົງນາມເຊັນບົດບັນທຶກຮ່ວມກັນແລ້ວ ທັງສອງຝ່າຍໄດ້ຜັນຂະຫຍາຍເນື້ອໃນຂອງບົດບັນທຶກດັ່ງກ່າວ ແລະ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກໍາເປັນຕົ້ນແມ່ນ ໃນລະຫວ່າງປີ 2018-2019​ ທັງສອງຝ່າຍໄດ້ມີການເດີນທາງໄປແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ  ແລະ ເຮັດວຽກຮ່ວມກັນ ເພື່ອປຶກສາຫາລືກ່ຽວກັບການຜັນຂະຫຍາຍບົດບັນທຶກຮ່ວມມືສອງຝ່າຍ ແລະ ແລກປ່ຽນດ້ານວິຊາການກ່ຽວກັບວຽກງານຊົນເຜົ່າຂອງສອງປະເທດ ເຊິ່ງຄະນະກຳມະການຊົນເຜົ່າແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງ ບຳລຸງຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນຂອງຂະແໜງພາຍໃນ  ໄດ້ເຂົ້າຮ່ວມເຝີກອົບຮົມໄລຍະສັ້ນ ກ່ຽວກັບວຽກງານຊົນເຜົ່າຢູ່ ສສ ຫວຽດນາມເປັນແຕ່ລະໄລຍະ ນອກນັ້ນ ພະນັກງານຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ 2 ທ່ານ ກໍໄດ້ມາຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດລາວເປັນໄລຍະເວລາ 1 ປີ.

    ແຕ່ມາເຖິງຕົ້ນປີ 2020-2022 ແຜນການ ແລະ ກິດຈະກໍາທີ່ກໍານົດໄວ້ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ 19 ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການຢ້ຽມຢາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າຮ່ວມກັນ

    ການພົບປະຂອງສອງຝ່າຍຄັ້ງນີ້ ຍັງເປັນໂອກາດອັນດີ ທີ່ທັງສອງພັກ-ສອງລັດ ເວົ້າລວມ ເວົ້າສະເພາະ ກໍຄື ກະຊວງພາຍໃນ ສປປ ລາວ ແລະ ຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທັງສອງຝ່າຍ ແລະ ສືບຕໍ່ປຶກສາຫາລືກ່ຽວກັບກິດຈະກຳ ແລະ ແຜນການຮ່ວມມືໃນຂົງເຂດວຽກງານຊົນເຜົ່າ ຕາມທີ່ໄດ້ກຳນົດໄວ້ໃນສັນຍາຮ່ວມມືສອງຝ່າຍແຕ່ປີ 2022-2030.

# ຂ່າວ  – ພາບ : ລັດເວລາ

error: Content is protected !!