ໄຊເສດຖາ ໄຂຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

    ຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍທົ່ວເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 23 ກໍລະກົດ 2022 ທີ່ບ້ານແສງສະຫວ່າງ ເມືອງດັ່ງກ່າວ ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສະໜອງ ທອງຊະນະ ແລະ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ພ້ອມດ້ວຍກົມກ່ຽວຂ້ອງ ອໍານາດການປົກຄອງບ້ານ ທີມງານອາສາສະໝັກບ້ານ ແລະ ທີມງານຕອບໂຕ້ການລະບາດພະຍາດໄຂ້ຍຸງລາຍ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

    ໃນພິທີ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ລາຍງານໃຫ້ຮູ້ວ່າ: ເມືອງໄຊເສດຖາມີ 48 ບ້ານ ມີ 26,573 ຫຼັງຄາ 28.430 ຄອບຄົວ 1.901 ໜ່ວຍ ມີພົນລະເມືອງທັງໝົດ 118.995 ຄົນ ຍິງ 60.601 ຄົນ ແຕ່ຕົ້ນປີຮອດວັນທີ 21 ກໍລະກົດ ຕາມການເກັບກໍາຂໍ້ມູນຕົວຈິງຂອງເມືອງ ມີຕົວເລກສະສົມຄົນເຈັບໄຂ້ຍຸງລາຍ 1.093 ກໍລະນີ ຍິງ 570 ກໍລະນີ ໃນນີ້ ບ້ານທີ່ມີກໍລະນີຫຼາຍກວ່າໝູ່ ມີບ້ານຊຽງດາ ໂຊກຄໍາ ຫົວຂົວ ຈອມມະນີ ແລະ ຄໍາສະຫວາດ ສະເພາະບ້ານແສງສະຫວ່າງ ມີຄົນເຈັບໄຂ້ຍຸງລາຍສະສົມລວມທັງໝົດ 49 ກໍລະນີ ຍິງ 28 ກໍລະນີ.

    ໂອກາດນີ້ ທ່ານ ພູວົງ ວົງຄໍາຊາວ ມີຄໍາເຫັນວ່າ: ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີການລະບາດພະ ຍາດໄຂ້ຍຸງລາຍ ທາງກະຊວງສາທາລະນະສຸກໄດ້ໃຫ້ຄວາມສໍາຄັນຫຼາຍ ຕໍ່ການແກ້ໄຂບັນຫາດັ່ງກ່າວ ແລະ ຍົກສູງຄວາມຮັບຜິດຊອບຊ່ວຍນະຄອນຫຼວງວຽງຈັນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການສ້າງຂະບວນການຕອບໂຕ້ພະຍາດໄຂ້ຍຸງລາຍຢູ່ນະຄອນຫຼວງວຽງຈັນໃຫ້ຫຼຸດລົງ ພວກເຮົາມີຄວາມສ່ຽງສູງ ອັດຕາການຕິດເຊື້ອແຕ່ລະວັນສູງເຖິງ 200 ກວ່າກໍລະນີ ມີເສຍຊີວິດຕາມສະຖິຕິ 5 ຄົນ ເນື່ອງຈາກກະຊວງສາທາລະນະສຸກໃຫ້ຄວາມສໍາຄັນແລ້ວ ໃນນາມຕາງໜ້າການນໍານະຄອນຫຼວວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ ໂດຍສະເພາະ ອາສາສະໝັກບ້ານ ຊ່ວຍນໍາພາປຸກລະດົມລູກຫຼານພາຍໃນບ້ານ ສ້າງຂະບວນການທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍໃຫ້ຕໍ່ເນື່ອງ ແລະ ນໍາພາຈັດຕັ້ງປະຕິບັດຕົວຈິງໄດ້ ເປັນຕົ້ນ ການຈັດຕັ້ງປະຕິບັດມາດຕະການ 5 ປໍ ທີ່ກະຊວງສາທາລະນະສຸກວາງອອກໃຫ້ປາກົດຜົນເປັນຈິງ ໃຫ້ຕື່ນໂຕຕິດຕາມກວດກາຕົວຈິງ ນໍາພາປະຕິບັດ 10 ຫຼັງຄາເຮືອນ ເພື່ອພ້ອມກັນເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອປ້ອງກັນແຕ່ຫົວທີ ບໍ່ໃຫ້ມີການລະບາດເປັນວົງກວ້າງ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!