ໃຫ້ຄວາມຮູ້ທັກສະການເພີ່່່ມລາຍຮັບຈາກທາງອອນລາຍ ແກ່ສື່ມວນຊົນ

   ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະມາຄົມນັກຂ່າວ ນັກໜັງສືພິມແຫ່ງປະເທດໄທ ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້: “ການນໍາພາເຮັດຕົວຈິງ ເພື່ອພັດທະນາທັກສະການສ້າງລາຍຮັບຈາກສື່ອອນລາຍໃຫ້ອົງການສື່ມວນຊົນລາວ” ຂຶ້ນວັນທີ 24-26 ກໍລະກົດ 2022 ທີ່ເມືອງວັງວຽງ, ແຂວງວຽງຈັນໂດຍການເປັນປະ ທານຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມ ນັກຂ່າວແຫ່ງ ສປປ ລາວ,  ທ່ານ ຊະວະຣົງ ລິມປັດທະມະປານີ ທີ່ປຶກສາສະມາຄົມນັກຂ່າວ, ນັກໜັງສືພິມແຫ່ງປະເທດໄທ ມີບັນດາຫົວໜ້າສື່ມວນຊົນ  ແລະ ສໍາມະນາກອນຈາກສື່ຕ່າງ ເຂົ້າຮ່ວມ ຢ່າງພ້ອມພຽງ.

oznorMB

    ທ່ານ ສະຫວັນຄອນ ຣາຊມຸນ ຕຣີ ກ່າວວ່າການເປີດງານຈັດຊຸດ ຝຶກອົບຮົມ ໃນຫົວຂໍ້: “ການນໍາພາ ເຮັດຕົວຈິງເພື່ອພັດທະນາທັກສະການສ້າງລາຍຮັບຈາກສື່ອອນລາຍ ໃຫ້ອົງການສື່ມວນຊົນລາວ” ປະຈໍາ ປີ 2022 ຄັ້ງນີ້ ຊຶ່ງຖືວ່າເປັນກິດ ຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ ຍິ່ງໃນການພັດທະນາຖັນແຖວສື່ ມວນຊົນລາວໃຫ້ກ້າວໜ້າອີກຂັ້ນໜຶ່ງ ໃນໂອກາດນີ້, ຂ້າພະເຈົ້າຂໍສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຄວາມຂອບໃຈອັນລົ້ນເຫຼືອ ມາຍັງສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ແລະ ສະມາຄົມຜູ້ສະໜອງຂ່າວອອນ ລາຍແຫ່ງປະເທດໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຖ່າຍທອດບົດຮຽນອັນ ລໍ້າຄ່າ ໃຫ້ແກ່ຖັນແຖວສື່ມວນ ຊົນລາວໃນຄັ້ງນີ້.

       ທ່ານ ຊະວະຣົງ ລິມປັດ ທະມະປານີ ທີ່ປຶກສາສະມາຄົມ   ກ່າວວ່າ: ການຝຶກອົບຮົມ ພາຍໃຕ້ຫົວຂໍ້: “ການນໍາພາ ເຮັດຕົວຈິງ ເພື່ອພັດທະນາທັກ ສະການສ້າງລາຍຮັບຈາກສື່ອອນ ລາຍໃຫ້ອົງການສື່ມວນຊົນລາວ” ໃນຄັ້ງນີ້ ເປັນນິມິດໝາຍອັນດີ ທີ່ສອດຄ່ອງກັບການປ່ຽນແປງໃໝ່ດ້ານສື່ມວນຊົນ ໂດຍຈະສ້າງເງື່ອນ ໄຂສະດວກຊ່ວຍໃຫ້ນັກຝຶກອົບຮົມໄດ້ພ້ອມກັນຮຽນຮູ້ ແລະ ຮັບເອົາ ຂໍ້ມູນໃໝ່ໆຈາກສື່ໃນຍຸກດີຈິຕອນ; ພ້ອມນັ້ນ, ກໍ່ຍັງຈະໄດ້ຮັບຮູ້ ຄວາມ ສໍາຄັນ ແລະ ຄວາມແຕກຕ່າງ ລະຫວ່າງຮູບແບບຂອງສື່; ການຫາລາຍໄດ້ຜ່ານຮູບແບບຂອງສື່ຕ່າງໆ; ຮູບແບບການຫາລາຍໄດ້ ແລະ ການວິເຄາະຂໍ້ມູນ; ການຜະລິດເນື້ອໃນຂ່າວໃຫ້ມີສີສັນໃນຍຸກດີຈິຕອນ ການຊອກຫາລູກຄ້າຢູ່ໃນບັນດາສື່ດີຈິຕອນ ແລະ ການເຮັດທຸລະກິດແບບຊອກຫາສະຖິຕິລູກຄ້າ ນອກນັ້ນ, ບັນດາສຳມະນາກອນກໍ່ຍັງຈະໄດ້ ຝຶກຕົວຈິງໃນການສ້າງແຜນທຸລະກິດຕົວແບບທີ່ເນັ້ນໃສ່ປັດໄຈຍຸດທະສາດຫລັກທັງໝົດ, ໂດຍໃນນີ້ ລວມທັງ ສະຖິຕິລູກຄ້າ, ລະບົບການເຮັດວຽກ, ລາຍຮັບລາຍຈ່າຍ-ກິດຈະກໍາຕ່າງໆຂອງບໍລິສັດ ແລະ ກໍ່ຈະມີການນໍາສະເໜີແຜນທຸລະກິດ ແລະ ແຜນການຫາລາຍໄດ້ ຊຶ່ງບົດຮຽນຕ່າງໆທີ່ກ່າວມານີ້ ຈະກາຍເປັນພື້ນຖານໃນການຊອກຫາ ຫລື ສ້າງແຫລ່ງລາຍຮັບເຂົ້າ ສູ່ສໍານັກຂ່າວຂອງຕົນ.

ການຝຶກອົບຮົມຄັ້ງນີ້  ຂໍສະແດງຄວາມຂອບໃຈຢ່າງ ລົ້ນເຫຼືອ ແລະ ຈິງໃຈ ມາຍັງບໍລິສັດປູນຊີເມັນໄທ ຈໍາກັດ (ມະຫາຊົນ) (SCG), ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າປລີກ (ຍ່ອຍ) ຈໍາກັດ (ມະຫາຊົນ) (OR), ບໍລິສັດ ຊ.ການຊ່າງ ຈໍາກັດ (ມະຫາຊົນ), ບໍລິສັດ ກັລຟ໌ ເອັນເນີຈີ້ ດີເວລລອປເມັນທ໌ ຈໍາກັດ (ມະຫາຊົນ), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ແລະ ບໍລິສັດ ບິກບລູເອເຈັນຊີລາວ ຈໍາກັດ ທີ່ໄດ້ໃຫ້ການສະໜັບສະໜູນງານຄັ້ງນີ້.

error: Content is protected !!