ເວທີປາໄສເພື່ອການພັດທະນາຊາວໜຸ່ມໂລກ ຫາລື 4 ຫົວຂໍ້ສຳຄັນ

    ຜູ້ຕາງໜ້າຊາວໜຸ່ມ ຫຼາຍກວ່າ 2.000 ຄົນ ຈາກຫຼາຍກວ່າ 100 ປະເທດທົ່ວໂລກ ເຂົ້າຮ່ວມເວທີປາໄສເພື່ອການພັດທະນາຊາວໜຸ່ມໂລກທີ່ ສປ ຈີນ ເປັນເຈົ້າພາບ ໂດຍມີພິທີໄຂງານຢ່າງເປັນທາງການ ໃນຕອນບ່າຍວັນທີ 21 ກໍລະກົດ 2022 ທີ່ນະຄອນຫລວງປັກກິ່ງ ທັງຮູບແບບເຊີ່ງໜ້າ ແລະ ຜ່ານລະບົບອອນລາຍ ພາຍໃຕ້ຫົວຂໍ້: “ ເພື່ອອະນາຄົດຮ່ວມກັນ ການສົ່ງເສີມການພັດທະນາແບບຍືນຍົງກັບຊາວໜຸ່ມ ແລະ ເພື່ອຊາວໜຸ່ມ ” ສໍາລັບຕາງໜ້າຊາວໜຸ່ມລາວເຂົ້າຮ່ວມພິທີໃນຄັ້ງນີ້ ແມ່ນທ່ານ ມອນໄຊ ລາວມົ່ວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

    ຈຸດປະສົງຂອງການຈັດເວທີປາໄສດັ່ງກ່າວ ເພື່ອເປັນເວລາສໍາລັບການພົບປະສົນທະນາຂອງບັນດາອົງການຈັດຕັ້ງສາກົນ ລັດຖະບານ ອົງການຊາວໜູ່ມ ຜູ້ນໍາໄວໜຸ່ມ ແລະ ທຸກພາກສ່ວນຂອງສັງຄົມ ລວມທັງພະຍາຍາມທີ່ຈະສ້າງຄູ່ຮ່ວມມືໃນການພັດທະນາທົ່ວໂລກ ເພື່ອສະໜັບສະຫໜູນຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການພັດທະນາຊາວໜຸ່ມ ລວມເຖີງການສົ່ງເສີມການຈັດຕັ້ງປະຕິບັດແນວຄິດລິເລີ່ມວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ໂຄງການລິເລີ່ມການພັດທະນາທົ່ວໂລກ.

    ເວທີປາໄສຄັ້ງນີ້ ຕາງໜ້າຊາວໜຸ່ມຈາກ 100 ປະເທດທົ່ວໂລກ ໄດ້ຮັບຟັງການສະເໜີກ່ຽວກັບວຽກງານການພັດທະນາຊາວໜຸ່ມຈາກຫຼາຍປະເທດ ແລະ ບາງອົງການທີ່ກ່ຽວຂ້ອງກັບການພັດທະນາຊາວໜຸ່ມ ເພື່ອແລກປ່ຽນບົດຮຽນຮ່ວມກັນ ນອກຈາກນີ້ ຍັງໄດ້ຮັບຟັງສານຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ສານຂອງທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ສົ່ງເຖີງເວທີປຶກສາຫາລືກ່ຽວກັບການພັດທະນາຊາວໜຸ່ມໂລກໃນຄັ້ງນີ້ ເຊີ່ງທັງສອງທ່ານ ຕ່າງໄດ້ເນັ້ນຢໍ້າເຖີງຄວາມສໍາຄັນຂອງການພັດທະນາຊາວໜຸ່ມ ເຊີ່ງຈະກາຍເປັນກໍາລັງສໍາຄັນໃນການພັດທະນາເສດຖະກິດ- ສັງຄົມຂອງແຕ່ລະປະເທດ.

    ສໍາລັບທ່ານ ມອນໄຊ ລາວມົ່ວຊົ່ງ ທີ່ເຂົ້າຮ່ວມເວທີປາໄສໃນຄັ້ງນີ້ ໄດ້ມີຄໍາເຫັນຜ່ານຄລິປວິດີໂອສັ້ນທີ່ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານລາວ ຕໍ່ການພັດທະນາຊາວໜຸ່ມ ເຊີ່ງເປັນຜູ້ສືບທອດພາລະກິດທີ່ສໍາຄັນຂອງປະເທດຊາດ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາອົງການຈັດຕັ້ງສາກົນ ກໍຄືບັນດາປະເທດທີ່ໃຫ້ການຊ່ວຍເຫຼືອລາວໃນການພັດທະນາຊາວໜຸ່ມ  ເຊິ່ງເປັນການປະກອບສ່ວນສໍາຄັນເຮັດໃຫ້ຊາວໜຸ່ມລາວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    ເວທີປາໄສຄັ້ງນີ້ ຈະດໍາເນີນໄປເປັນເວລາ 3 ວັນ ແຕ່ວັນທີ 21-23 ກໍລະກົດ 2022 ຕະຫຼອດໄລຍະເວລາ 3 ວັນ ຕາງໜ້າຊາວໜຸ່ມຈາກຫຼາຍກວ່າ 100 ປະເທດທົ່ວໂລກ ຈະໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ 4 ຫົວຂໍ້ສໍາຄັນ ຄື:

  1. ການປຶກສາຫາລືກ່ຽວກັບການຈ້າງງານ ການເປັນຜູ້ປະກອບການ
  2. ການປະຕິບັດງານກ່ຽວກັບສະພາບດິນຟ້າອາກາດ ແລະ ການພັດທະນາສີຂຽວ
  3. ເສດຖະກິດດິຈິຕອລ
  4. ການປຶກສາຫາລືກ່ຽວກັບການສຶກສາທີ່ມີຄຸນນະພາບລວມ ແລະ ສະເໝີພາບ.
error: Content is protected !!