ລັດຖະມົນຕີກະຊວງການເງິນ ເນັ້ນກົມສ່ວຍສາອາກອນ ສຸມໃສ່ການເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບ TaxRIS ຫັນເປັນທັນສະໄໝ

    ກອງປະຊຸມສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຈັດຂຶ້ນໃນວັນທີ 18 ກໍລະກົດ 2022 ແລະ ສໍາເລັດໃນວັນທີ 20 ກໍລະກົດ 2022 ໂດຍເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ໃຫ້ກຽດເຂົ້າຮ່ວມໂອ້ລົມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີຄະນະກົມ ຮອງຫົວໜ້າກົມ ຫົວໜ້າພະແນກ ຮອງຫົວໜ້າພະແນກອ້ອມຂ້າງກົມ ຫົວໜ້າສ່ວຍສາອາກອນປະຈຳແຂວງ/ນະຄອນຫຼວງ ຫົວໜ້າສ່ວຍສາອາກອນປະຈຳ 9 ເມືອງອ້ອມຂ້າງນະຄອນຫຼວງ ພະນັກງານສ່ວຍສາອາກອນປະຈຳເມືອງຂອງບັນດາແຂວງເຂົ້າຮ່ວມ.

    ກອງປະຊຸມທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານໂດຍສັງເຂບ ກ່ຽວກັບຜົນກອງປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງຜ່ານການດໍາເນີນກອງປະຊຸມ ໄດ້ພ້ອມກັນປຶກສາຫາລືການຈັດຕັ້ງປະຕິບັດວຽກງານ ແລະ ຕີລາຄາຄືນດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງເຄື່ອນໄຫວວຽກງານສ່ວຍສາອາກອນ ພ້ອມກັນສືບຕໍ່ປຶກສາຫາລື ລົງເລິກວຽກງານກົງຈັກການຈັດຕັ້ງ ການສັບຊ້ອນໝູນວຽກພະນັກງານວິຊາການຂັ້ນແຂວງ ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ ວຽກງານຄຸ້ມຄອງການເກັບລາຍຮັບ ວຽກບໍລິຫານຄວາມສ່ຽງ ແລະ ກວດກາ ການຫັນເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບ TaxRIS ວຽກງານການຫັນເປັນທັນສະໄໝ ແລະ ການປະເມີນຄວາມຮູ້ຄວາມສາມາດຂອງພະນັກງານ.

    ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ກົມສ່ວຍສາອາກອນ ສ່ວຍສາອາກອນປະຈຳແຂວງ/ນະຄອນຫຼວງ ສ່ວຍສາອາກອນປະຈຳເມືອງ ສຸມໃສ່ການເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບ TaxRIS ການເກັບຄ່າທາງ ຄ່າທໍານຽມທີ່ດິນ ການນຳໃຊ້ ການຊໍາລະຜ່ານຕູ້ KIOS ແລະ BECOME ການເກັບຄ່າທຳນຽມລາຍຮັບວິຊາການຕາມລັດຖະບັນຍັດເລກທີ 002 ລວມທັງວຽກງານກວດກາ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ຕ່າງໆ ການປະຕິບັດວິໄນຢ່າງເຂັ້ມງວດຕໍ່ຜູ້ທີ່ລະເມີດລະບຽບກົດໝາຍ  ເພື່ອເຮັດວຽກງານຂະແໜງສ່ວຍສາອາກອນມີຄວາມເຂັ້ມແຂງ ແລະ ສ້າງໃຫ້ມີບາດລ້ຽວໃໝ່ຢ່າງຕັ້ງໜ້າ.

error: Content is protected !!